ສະມາຄົມເຂື່ອນລາວ (Lao Association on Dams) ເປີດກອງປະຊຸມໃຫຍ່ຄັ້ງປະຖົມມະລຶກ ພ້ອມເລືອກຕັ້ງຄະນະບໍລິຫານງານ ສະໄໝທີທຳອິດ.


ວັນທີ 13 ພະຈິກ ປີ 2020 ທີ່ຜ່ານມາ, ຢູ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ສະມາຄົມເຂື່ອນລາວ (Lao Association on Dams) ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ຫົວໜ້າຄະນະຮັບຜິດຊອບຊີ້ນຳສ້າງຕັ້ງສະມາຄົມເຂື່ອນລາວ. ມີບັນດາ ທ່ານ ສະມາຊິກສາມາຄົມ, ຜູ້ຊ່ຽວຊານ ແລະ ຜູ້ຊົງຄຸນວຸດທິດ້ານພະລັງງານໄຟຟ້າ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນໂອກາດກ່າວເປີດງານກອງປະຊຸມ, ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ໂດຍຕາງຫນ້າໃຫ້ຄະນະນໍາກະຊວງແລະໃນນາມສ່ວນຕົວ, ກ່ອນອື່ນໝົດ, ຂ້າພະເຈົ້າຂໍສະເເດງຄວາມຊົມເຊີຍ ຕໍ່ບັນດາອະດີດ ການນໍາ,ພະນັກງານບໍານານ, ຄູອາຈານ ຈາກສະຖາບັນການສຶກສາ, ຫົວຫນ່ວຍທຸລະກິດ, ບໍລິສັດ ແລະ ຜູ້ບໍລິຫານລະດັບ ທີ່ພົວພັນກັບ ວຽກງານການສຶກສາສໍາຫລວດແບບ, ການກໍ່ສ້າງ, ການດໍາເນີນງານ, ຄຸ້ມຄອງ, ທີ່ປຶກສາ ກ່ຽວກັບເຂື່ອນໄຟຟ້າ ທີ່ໄດ້ສະຫຼະເວລາອັນມີຄ່າມາເຂົ້າຮ່ວມກອງປະຊຸມ ຕາມຄໍາເຊີນໃນເທື່ອນີ້.

ທ່ານ ກ່າວຕື່ມວ່າ: ປັດຈຸບັນພວກເຮົາມີແຫລ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກໍາລັງຕິດຕັ້ງທັງຫມົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານ ກິໂລວັດໂມງຕໍ່ປີ. ນອກຈາກນີ້, ພວກເຮົາຍັງມີ: ໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການ ພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ ແລະ ມີອີກຈໍານວນນຶ່ງທີ່ຢູ່ໃນໄລຍະການກໍ່ສ້າງ ລວມທັງຫມົດປະມານ 100 ກວ່າແຫ່ງ .

ນັບແຕ່ກາງປີ 2020 ມານີ້: ກະຊວງພະລັງງານແລະບໍ່ແຮ່ ໂດຍສະເພາະແມ່ນການນໍາຂອງກະຊວງ ແລະ ພະນັກງານກົມຄຸ້ມຄອງພະລັງງານ ໄດ້ສຸມໃສ່ຫລາຍວຽກງານທີ່ສໍາຄັນໂດຍສະເພາະແມ່ນວຽກງານຄວາມປອດໄພຂອງເຂື່ອນ ດັ່ງນີ້ :

1. ໄດ້ລົງຕິດຕາມກວດກາຄວາມປອດໄພຂອງເຂື່ອນ ແລະ ຄວາມພ້ອມໃນການຮັບມືກໍລະນີສຸກເສີນ ຂອງບັນດາເຂື່ອນໄຟຟ້າທົ່ວປະເທດ ນັບແຕ່ເຫນືອເຖິງໃຕ້ ແລະວຽກງານດັ່ງກ່າວນີ້ແມ່ນໄດ້ດໍາເນີນ ຈົນເຖິງປັດຈຸບັນ ແລະ ຈະສືບຕໍ່ໄປຢ່າງຕໍ່ເນື່ອງ.

2.ໄດ້ສໍາເລັດການຈັດກອງປະຊຸມສະຫລຸບວຽກງານການກວດກາສຸກເສີນຄວາມປອດໄພຂອງເຂື່ອນໄຟຟ້າໃນທົ່ວປະເທດ ໂດຍການສະຫນັບສະຫນູນຈາກທະນາຄານໂລກ ແລະບັນດາປະເທດຄູ່ຮ່ວມພັດທະນາ, ເຊິ່ງຜົນຂອງການກວດກາເຫັນວ່າ ເຂື່ອນສ່ວນແມ່ນຢູ່ໃນສະພາບປົກກະຕິດີ ແລະ ມີບາງເຂື່ອນທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕາມຄໍາແນະນໍາຂອງຜູ່ຊ່ຽວຊານ.

3. ໄດ້ສໍາເລັດການຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງ-ບໍລິຫານຈັດການນ້ຳ ເພື່ອຜະລິດພະລັງງານໄຟຟ້າຢ່າງມີປະສິດທິຜົນ ແລະ ຕ້ານແລ້ງ-ຕ້ານຖ້ວມ ໃນຂອບເຂດທົ່ວປະເທດ.

4. ໄດ້ເອົາໃຈໃສ່ໃນການແຈ້ງເຕືອນ-ຕິດຕາມຜົນກະທົບຈາກໄພທໍາມະຊາດ ໂດຍສະເພາະແມ່ນພາຍຸທີ່ພັດເຂົ້າມາທາງພາກກາງແລະພາກໃຕ້ໃນ 2-3 ເດືອນຜ່ານມານີ້ ເຊັ່ນ: ພາຍຸ ລິນຟາ, ພາຍຸ ນາຄາ, ພາຍຸ ໂກປີ, ພາຍຸ ອັດສະນີ ແລະ ຄາດວ່າຈະມີພາຍຸມາຕື່ມອີກ ເຊິ່ງບັນດາພາຍຸດັ່ງກ່າວໄດ້ເຮັດໃຫ້ບາງເຂດເກີດນ້ໍາຖ້ວມໂດຍສະເພາະແມ່ນຢູ່ແຂວງສະຫວັນນະເຂດ, ຕໍ່ກັບສະພາບດັ່ງກ່າວການນໍາກະຊວງ ພບ ແລະລັດຖະບານ ກໍໄດ້ລົງໄປຕິດຕາມແລະໃຫ້ການຊ່ວຍເຫລືອ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ.



ຫຼ້າສຸດ ຄະນະຂົນຂວາຍສ້າງຕັ້ງສະມາຄົມເຂື່ອນລາວ ກໍໄດ້ດໍາເນີນການຈັດກອງປະຊຸມເພື່ອຊຸກຍູ້ໃຫ້ ສປປລາວ ມີສະມາຄົມດັ່ງກ່າວ ແລະ ກໍເປັນນຶ່ງເງື່ອນໄຂທີ່ຈະເຂົ້າເປັນສະມາຊິກຂອງ ICOLD ເຊິ່ງຜ່ານມາ ໄດ້ຈັດກອງປະຊຸມເຜີຍແຜ່ໃນທ້າຍເດືອນ 9, ກອງປະຊຸມທາບທາມ ຄະນະບໍລິຫານງານໃນທ້າຍເດືອນ10 ມີຜູ້ເຂົ້າຮ່ວມປະມານ 80 ກວ່າທ່ານ ແລະ ໃນຄັ້ງນີ້ ຂ້າພະເຈົ້າພູມໃຈຫລາຍທີ່ມີຜູ້ເຂົ້າຮ່ວມປະມານ 140-150 ທ່ານ.

ການຈັດກອງປະຊຸມນີ້ເປັນກອງປະຊຸມປະຖົມມະລຶກ ແລະ ເປັນກອງປະຊຸມທີ່ສໍາຄັນເຊິ່ງເປັນ ການລິເລີ່ມກຽມພ້ອມ ແລະ ສ້າງເງື່ອນໄຂໃຫ້ແກ່ການສ້າງຕັ້ງສະມາຄົມເຂື່ອນລາວຂຶ້ນໃນອະນາຄົດອັນໃກ້ນີ້. ການສ້າງສະມາຄົມເຂື່ອນລາວ ນັບວ່າມີຄວາມສໍາຄັນ ເຊິ່ງເປັນອົງປະກອບນຶ່ງ ຂອງການຄຸ້ມຄອງຂະແຫນງພະລັງງານ ເນື່ອງຈາກວ່າສະມາຄົມເຂື່ອນລາວສ້າງຕັ້ງຂຶ້ນເພື່ອ:

  1. ເປັນການເຕົ້າໂຮມເອົາ ນັກວິຊາການ, ຜູ່ຊ່ຽວຊານທີ່ຊົງຄຸນວຸດທິ, ນິຕິບຸກຄົນ, ການຈັດຕັ້ງ, ຜູ່ປະກອບການ, ນັກຮຽນ, ນັກສຶກສາປັນຍາຊົນ ໃນສາຂາວິຊາຊີບ ທີ່ຕິດພັນກັບການບໍລິການຈັດການເຂື່ອນເຂົ້າມາເປັນສະມາຊິກຂອງສະມາຄົມ ແລະ ຈະເປັນການແລກປ່ຽນປະສົບປະການ, ຄວາມຮູ້ ຄວາມສາມາດ, ເທັກໂນໂລຢີ, ຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ, ເພື່ອເສີມສ້າງຄວາມສາມາດໃນການ ບໍລິຫານຈັດການ ແລະ ຄຸ້ມຄອງເຂື່ອນທັງພາກລັດ ແລະ ເອກະຊົນໃຫ້ມີຄວາມເຂັ້ມແຂງ, ກົມກຽວກັນແຕ່ລະດ້ານ.
  2. , ສະມາຄົມເຂື່ອນລາວຈະໄດ້ສະມັກ ແລະ ຖືກຮັບຮອງເປັນສະມາຊິກ ເຂື່ອນໃຫຍ່ສາກົນ (ICOLD) ໃນຕົ້ນເດືອນທັນວາທີ່ຈະເຖິງນີ້, ແລະ
  3. ໃນເມື່ອ ສະ ມາຄົມເຂື່ອນລາວ ຖືກສ້າງຕັ້ງຂຶ້ນ ກໍຈະເປັນທ່າແຮງໃນການດຶງດູດການຊ່ວຍເຫຼືອດ້ານວິຊາການໃນແຕ່ລະດ້ານ ຈາກພາຍໃນ ແລະ ຈາກອົງການຈັດຕັ້ງສາກົນ ເພື່ອປະກອບສ່ວນໃຫ້ແກ່ຂະບວນການພັດທະນາເຂື່ອນໃນລາວ ໃຫ້ມີຄວາມຍືນຍົງ.

    ກອງປະຊຸມໃຫຍ່ສະມາຄົມເຂື່ອນລາວ ຄັ້ງທີ I ໄດ້ເລືອກຕັ້ງເອົາຄະນະບໍລິຫານງານຂອງສະມາຄົມຂຶ້ນຈຳນວນ 12 ທ່ານ ໃນນີ້ກອງປະຊຸມເຫັນດີເປັນເອກະສັນເລືອກຕັ້ງເອົາ ທ່ານ ວິຣະພົນ ວິຣະວົງ ເປັນປະທານ; ທ່ານ ຮສ ປອ ແສງປຣະສົງ ພຣະກອນຄຳ ແລະ ທ່ານ ຮສ ປອ ຄຳປະເສີດ ເທບວົງສາ ເປັນຮອງປະທານ; ທ່ານ ສີຈາດ ບຸດຊາກິດຕິລາດ ເປັນຜູ້ອຳນວຍການ; ທ່ານ ປອ ດູສິດ ພົມມະຈັນ, ທ່ານ ປອ ຄຳຮູ້ ຊາພູວົງ, ທ່ານ ວິຣະພັນ ນັນທະວົງ, ທ່ານ ວໍຣະເດດ ພອນແກ້ວ ແລະ ທ່ານ ເພັດສະໝອນ ຫຼວງອາໄພ ເປັນກຳມະການ; ນອກຈາກນີ້ ຍັງເລືອກຕັ້ງຄະນະກວດກາຕື່ມອີກ 3 ທ່ານ ປະກອບມີ: ທ່ານ ຫັດສະດີ ສີສຸລາດ, ທ່ານ ຂັນທອນ ວໍຣະຈິດ ແລະ ທ່ານ ບຸນຍັງ ເພັງສຸວັນ.

    ພາບ: ສົມ​ສະ​ໜຸກ ທອງ​ສະ​ຫງວນ
    ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີດ

ທີ່ມາ: https://www.facebook.com/115784279963219/posts/214152200126426/?d=