ສປປ ລາວ ເລີ່ມສັກວັກຊີນ ໂຄວິດ-19 ແລ້ວ

ສປປ-ລາວ-ເລີ່ມສັກວັກຊີນ

The Laotian Times ໄດ້ລາຍງານຂ່າວວ່າ: ທາງການລາວ ໄດ້ຮັບວັກຊີນ ໂຄວິດ-19 ຂອງບໍລິສັດ ຊິໂນຟາມ (Sinopharm) ຈາກປະເທດຈີນ ຈໍານວນ 2,000 ໂດສ ແລະ ໄດ້ເລີ່ມສັກວັກຊີນໃຫ້ກັບອາສາສະໝັກ ແລະ ບຸກຄະລາກອນທາງການແພດ ຈໍານວນ 200 ຄົນແລ້ວ.

    ພ້ອມດຽວກັນນັ້ນ ລັດຖະບານລາວ ໄດ້ຕິດຕໍ່ຂໍຮັບວັກຊີນ ໂຄວິດ-19 ຈາກ 3 ແຫ່ງຄື:

1. ຊິໂນຟາມ (Sinopharm) ຂອງປະເທດຈີນ

2. ສະປຸດນິກ ໄຟ້ (Sputnik V) ຂອງປະເທດຣັດເຊຍ

3. ວັກຊີນ ໂຄແວັກ (COVAX) ເຊິ່ງເປັນວັກຊີນຄວາມຮ່ວມມືລະຫວ່າງປະເທດ

ແລະໄດ້ຄາດຄະເນວ່າ: ວັກຊີນສະປຸດນິກ ໄຟ້ ຈໍານວນ 500 ໂດສ ຈະມອບໃຫ້ລາວໃນຊ່ວງຕົ້ນເດືອນ ມັງກອນ 2021 ນີ້. ສ່ວນວັກຊີນໂຄແວັກ ທີ່ກວມເອົາຈໍານວນປະຊາກອນປະມານ 15-20% ຈະມາເຖິງປະເທດລາວໃນເດືອນ ເມສາ 2021 ນີ້.

ທີ່ມາ: https://www.facebook.com/khaosod/posts/5707736665909912