ສປປ ລາວ ສຸມໃສ່ແກ້ໄຂການຂາດໂພຊະນາການເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ

ສປປ-ລາວ-ສຸມໃສ່ແກ້ໄຂ

21 ກຸມພາ 2023 – ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງພະນະທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ການເປີດກອງປະຊຸມຄັ້ງນີ້ ສືບຕໍ່ຈາກເນື້ອໃນຂອງກອງປະຊຸມໃນປີຜ່ານມາ, ເຊິ່ງໄດ້ເນັ້ນໜັກເຖິງການເຊື່ອມໂຍງທີ່ບໍ່ສາມາດແຍກອອກກັນໄດ້ລະຫວ່າງການລົງທຶນໃນດ້ານໂພຊະນາການ ແລະ ການເຕີບໂຕຂອງເດັກນ້ອຍ, ຊຸມຊົນ ແລະ ເສດຖະກິດ, ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ “ໂພຊະນາການເພື່ອການພັດທະນາແບບຍືນຍົງ” ເຊິ່ງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງໂພຊະນາການຕໍ່ການບັນລຸທັງສອງເປົ້າໝາຍຂອງລັດຖະບານນັ້ນກໍຄືການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).

“ພວກເຮົາຮູ້ວ່າປີ 2030 ໄດ້ໃກ້ເຂົ້າມາແລ້ວ, ເປັນປີທີ່ພວກເຮົາໄດ້ວາງເປົ້າໝາຍໃຫ້ບັນລຸການພັດທະນາແບບຍືນຍົງ (SDGs), ການປັບປຸງໂພຊະນາການເປັນໜຶ່ງໃນບູລິມະສິດທີ່ ສປປ ລາວ ໄດ້ເອົາໃຈໃສ່ເປັນພິເສດ ເນື່ອງຈາກວ່າມີຜົນຕໍ່ຄວາມຢູ່ດີກິນດີ, ການເຕີບໂຕ, ພັດທະນາຂອງເດັກນ້ອຍ, ຊຸມຊົນ ແລະ ປະເທດຊາດ”. ໂອກາດກ່າວຕໍ່ກອງປະຊຸມ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານກອງປະຊຸມ ໄດ້ກ່າວວ່າ “ກອງປະຊຸມໃນມື້ນີ້ ມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບພວກເຮົາທີ່ຈະຖືເອົາຄວາມສໍາເລັດດ້ານໂພຊະນາການໃນປີ 2022 ແລະ ຄິດກ້າວໄປຂ້າງໜ້າເພື່ອແກ້ໄຂການຂາດໂພຊະນາການຢູ່ ສປປ ລາວໃນປີ 2023 ແລະ ປີຕໍ່ໆໄປ”.

ສປປ-ລາວ-ສຸມໃສ່ແກ້ໄຂ

ທ່ານ ໄນແອນ ລີໂອນາດ (Mr Niall LEONARD) ຮັກສາການເອກອັກຄະລັດຖະທູດສະຫະພາບຢູໂຣບ ປະຈຳ ສປປ ລາວ ແລະ ທ່ານ ດຣ.ເພຍ ເຣເບລໂລ ບຣິດໂຕ, ຕາງໜ້າອົງການຢູນິເຊັບ, ໃນນາມຄູ່ຮ່ວມພັດທະນາສາກົນ ເພື່ອສົ່ງເສີມໂພຊະນາການ ແລະ ການຄໍ້າປະກັນສະບຽງອາຫານ.

“ພວກເຮົາຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງລັດຖະບານສໍາລັບຄວາມເອົາໃຈໃສ່ຊີ້ນໍາໃນການປະຕິບັດແຜນໃນປີ 2022, ແລະ ຮຽກຮ້ອງໃຫ້ສືບຕໍ່ຄວາມມຸ່ງໝັ້ນຂອງພວກເຮົາໃນການສະໜັບສະໜູນການຈັດຕັ້ງປະຕິບັດແຜນງານແຫ່ງຊາດດ້ານໂພຊະນາການ ປີ 2021-2025 ໃຫ້ປະສົບຜົນເປັນຈິງ” ກ່າວໂດຍ ທ່ານ ໄນແອນ ລີໂອນາດ (Mr Niall LEONARD) ເອກຮັກສາການອັກຄະລັດຖະທູດສະຫະພາບຢູໂຣບ ປະຈຳ ສປປ ລາວ “ເຖິງຢ່າງໃດກໍຕາມ, ເພື່ອໃຫ້ບັນລຸບັນດາເປົ້າໝາຍແຫ່ງຊາດທີ່ວາງໄວ້ລວມເຖິງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ມີຄວາມຈໍາເປັນທີ່ສຸດຕ້ອງມີການດໍາເນີນການຮ່ວມກັນຫຼາຍຂຶ້ນກ່ຽວກັບການສົ່ງເສີມໂພຊະນາການ. ຈາກການວິເຄາະດ້ານງົບປະມານທີ່ສະໜັບສະໜູນໂດຍສະຫະພາບຢູໂຣບ ພົບວ່າໃນປີ 2020-22 ງົບປະມານລາຍຈ່າຍດ້ານໂພຊະນາການມີພຽງແຕ່ 0,5% ຂອງ GDP, ປະມານ 2% ຂອງງົບປະມານແຫ່ງຊາດ, ແລະ ຕົ້ນຕໍ ແມ່ນມາຈາກການຊ່ວຍເຫຼືອຂອງຄູ່ຮ່ວມພັດທະນາສາກົນ. ໃນຕໍ່ໜ້າພວກເຮົາຈຶ່ງຕ້ອງໄດ້ໃຊ້ຄວາມພະຍາຍາມຫຼາຍຂຶ້ນໃນການວາງແຜນ ແລະ ເພີ່ມງົບປະມານສະໜັບສະໜູນວຽກງານໂພຊະນາການໃຫ້ຫຼາຍຂຶ້ນໃນທຸກລະດັບ”

ສປປ-ລາວ-ສຸມໃສ່ແກ້ໄຂ

ໃນລະຫວ່າງກອງປະຊຸມ, ທຸກພາກສ່ວນ ຄູ່ຮ່ວມພັດທະນາ, ຂະແໜງການຕ່າງໆ ແລະ ຂັ້ນແຂວງໃນຂອບເຂດທົ່ວປະເທດ ໄດ້ໃຫ້ມີຄໍາໝັ້ນສັນຍາເພື່ອສົ່ງເສີມໂພຊະນາການ ໃນໄລຍະຍາວ ແລະ ມີຄວາມຍືນຍົງ.

“ໂພຊະນາການດີມີຫຼາຍຢ່າງທີ່ຕ້ອງປະຕິບັດບໍ່ພຽງແຕ່ອາຫານເທົ່ານັ້ນ. ການກິນອາຫານທີ່ມີໂພຊະນາການແມ່ນສໍາຄັນ, ເຖິງຢ່າງໃດກໍຕາມກໍມີຄວາມສໍາຄັນເທົ່າທຽມກັນທີ່ຄົນເຮົາຍັງຕ້ອງໄດ້ຮັບບໍລິການດ້ານໂພຊະນາການທີ່ມີຄຸນະພາບ ແລະ ສາມາດປະຕິບັດພຶດຕິກໍາທີ່ກ່ຽວຂ້ອງກັບໂພຊະນາການທີ່ດີ. ເມື່ອອົງປະກອບສໍາຄັນເຫຼົ່ານີ້ຮ່ວມເຂົ້າກັນເທົ່ານັ້ນຈຶ່ງຈະສາມາດ ເຮັດໃຫ້ພວກເຮົາມີຄວາມຄືບໜ້າ ຕາມທີ່ໄດ້ຄາດໄວ້” ທ່ານ ດຣ.ເພຍ ເຣເບລໂລ ບຣິດໂຕ, ຕາງໜ້າອົງການຢູນິເຊັບ ທ່ານຍັງໄດ້ກ່າວເພີ່ມເຕີມອີກວ່າ: “ຂ້າພະເຈົ້າດີໃຈຫຼາຍທີ່ເຫັນບັນດາຜູ້ແທນທີ່ມີຄວາມມຸ່ງໝັ້ນຢ່າງເຂັ້ມແຂງ ໂດຍສະເພາະບັນດາຜູ້ແທນຈາກຂັ້ນແຂວງ. ໂດຍພາຍໃຕ້ການຊີ້ນໍານໍາພາຂອງທ່ານຮອງເຈົ້າແຂວງ ຈະເຮັດໃຫ້ການປະຕິບັດຄໍາໝັ້ນສັນຍາໃນມື້ນີ້ໄດ້ນຳໄປຜັນຂະຫຍາຍເຮັດໃຫ້ການໃຫ້ບໍລິການດ້ານໂພຊະນາການຂອງແຕ່ລະຂະແໜງການມີຄຸນະພາບ ແລະ ໃຫ້ການສະໜັບສະໜູນເພື່ອໃຫ້ມີພຶດຕິກໍາການປະຕິບັດດ້ານອາຫານ ແລະ ໂພຊະນາການທີ່ດີ”.

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ VIII ນໍາພາໂດຍລັດຖະບານ ສປປ ລາວ ໂດຍການຊ່ວຍເຫຼືອທາງດ້ານງົບ ປະມານຈາກສະຫະພາບຢູໂຣບ (EU), ລັດຖະບານສະຫະລັດອາເມຣິກາ, ອົງການຢູນິເຊັບ (UNICEF), ທະນາຄານໂລກ, ໂຄງການອາຫານໂລກ (WFP), SUN CSA Laos ແລະ ຄູ່ຮ່ວມພັດທະນາອື່ນໆ.

ຂອບໃຈຂໍ້ມູນຈາກ:

https://bit.ly/3IpUC4F

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/