ສປປ ລາວ ພິຈາລະນາ ກຽມສະເໜີ “ພິທີບາສີສູ່ຂວັນ” ເຂົ້າເປັນມໍລະດົກໂລກ ຂອງອົງການ UNESCO


ວັນທີ 11 ພຶດສະພາທີ່ຜ່ານມາ ທີ່ຫ້ອງການກົມສິລະປະ-ວັດທະນະທຳ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ຄຸ້ມສີເມືອງ ໄດ້ມີກອງປະຊຸມ ເພື່ອຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຄົ້ນຄວ້າ, ຮຽບຮຽງເນື້ອໃນຂອງພິທີສູ່ຂວັນ ເພື່ອປະກອບໃສ່ຟອມນໍາສະເໜີເປັນມໍລະດົກໂລກ.

ພິທີສູ່ຂວັນນັ້ນ ເປັນວັດທະນະທຳເດີມຂອງຄົນລາວເຮົາ ແລະ ຄົນທີ່ມີກົກເຫງົ້າດຽວກັນ ເຊິ່ງມີຄວາມເຊື່ອເລື່ອງຂວັນ, ຄົງເປັນຄວາມເຊື່ອ ແລະ ມີພິທີກຳທີ່ຍາວນານຫຼາຍພັນປີ ແລະ ກ່ອນທີ່ວັດທະນະທຳຂອງຊາວຊົມພູທະວີບທີ່ແຜ່ຜາຍເຂົ້າມານໍາຂະບວນການຄ້າທາງເຮືອ ໃນໄລຍະໜຶ່ງພັນປີມານີ້ອີກ. ພິທີກຳນີ້ໄດ້ຜູກພັນກັບຄົນລາວທາງດ້ານຈິດໃຈຈົນມາເຖິງປັດຈຸບັນນີ້ ຈາກພິທີກຳໃນຊຸມຊົນຈົນກາຍມາເປັນພິທີທາງການຕ້ອນຮັບແຂກບ້ານແຂກເມືອງກໍຄືຜູ້ຄົນທີ່ມີໄມຕີຈິດຕໍ່ກັນ.

ທ່ານ ຫານຊະນະ ສີສານ ປະທານສະມາຄົມອະນຸລັກ ແລະ ສົ່ງເສີມວັດທະນະທຳລາວ ໃຫ້ຮູ້ວ່າ: “ກ່ອນໜ້ານີ້ ລາວເຮົາໄດ້ຍື່ນຂໍຂຶ້ນທະບຽນ ຟ້ອນລໍາວົງລາວ ເຊິ່ງຢູ່ໃນຂັ້ນຕອນການປ້ອງກັນ ຫຼື ພິຈາລະນາຂອງອົງການ UNESCO”. ທ່ານ ຫານຊະນະຍັງກ່າວເສີມອີກວ່າ: “ໃນອະນາຄົດອາດຈະມີການຂຶ້ນທະບຽນດ້ານພູມປັນຍາ, ອາຫານການກິນ ແລະ ອື່ນໆອີກ ຈຶ່ງເຊີນຊວນບັນດາທ່ານໄດ້ປະກອບຄວາມເຫັນ ວ່າມີສິ່ງໃດແດ່ຄວນຈະຕ້ອງຂຶ້ນທະບຽນ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/