ວົງສັກ ຫານຊະນະ ໄວໜຸ່ມຜູ້ຊຳນານດ້ານການແຕ້ມ

ວົງສັກ ຫານຊະນະ

ວົງສັກ ຫານຊະນະ ຫຼື ວິນລີ້ ອາຍຸ 23 ປີ ໄວໜຸ່ມນັກແຕ້ມທີ່ມີສີມືບໍ່ທຳມະດາ ຜົນງານມີຄວາມລະອຽດອ່ອນ ແລະ ໜ້າດຶງດູດ ເຊິ່ງເປັນນັກສຶກສາຈາກສະຖາບັນວິຈິດສິນແຫ່ງຊາດນັ້ນເອງ ເປັນອີກຄົນໜຶ່ງທີ່ຫຼົງໃຫຼໄປກັບງານສິລະປະ ຄົ້ນພົບຕົນເອງວ່າມີຄວາມສາມາດໃນດ້ານນີ້ ແລ້ວກໍສືບຕໍ່ມາເລື້ອຍໆຈົນກາຍເປັນນັກແຕ້ມສີມືດີ. ເມື່ອບໍ່ດົນມານີ້ ກໍເປັນໜຶ່ງໃນຄົນທີແຕ້ມຮູບ ໂຄງການແຕ້ມສິລະປະຂ້າງຖະໜົນ ແຕ້ມຕາມອາຄານເກົ່າຢູ່ທີ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ໂດຍທາງ Lao X ກໍມີໂອກາດພິເສດໄດ້ສຳພາດ ວິນລີ້ ໃນບາງສ່ວນ ຈະເປັນແນວໃດເຮົາມາຕິດຕາມນຳກັນໄດ້ເລີຍ.

1.ແນະນຳຊື່ໃຫ້ແດ່?

ສະບາຍດີນ້ອງມີຊື່ວ່າ: ວົງສັກ ຫານຊະນະ (ວິນລີ້) ອາຍຸ 23 ປີ.

2.ປັດຈຸບັນສຶກສາຢູ່ໃສ ຫຼື ເຮັດວຽກຢູ່ໃສ?

ຈົບການສຶກສາມາຈາກສະຖາບັນວິຈິດສິນແຫ່ງຊາດ ສາຂາ ຈິດຕະກໍາ ພາກຈິດຕະກໍາ, ຕອນນີ້ເປັນນັກແຕ້ມອິດສະຫຼະ.

ວົງສັກ ຫານຊະນະ

3.ຈຸດເລີ່ມຕົ້ນກ່ອນຈະຮຽນສາຍນີ້ມີຄືແນວໃດ?

ຈຸດເລີ່ມຕົ້ນກ່ອນທີ່ຈະຮຽນສາຍນີ້ນັ້ນກໍຄືຕອນທີ່ຮຽນຈົບມ.7 ແມ່ນຢາກເປັນທ່ານໝໍທີ່ປິ່ນປົວຄົນເຈັບເພາະຢາກຊ່ວຍເຫຼືອສັງຄົມ ແລະ ຄິດວ່າມັນເປັນການດີທີ່ໄດ້ຊ່ວຍເຫຼືອ. ຈົນມາມື້ໜຶ່ງຂ້ອຍບໍ່ຮູ້ວ່າເປັນຫຍັງຢູ່ດີໆກໍຈັບບິກດໍານັ້ນ ແລະ ເຈ້ຍໃບໜຶ່ງຂຶ້ນມາແຕ້ມຮູບນັກປະຕິວັດຜູ້ໜຶ່ງທີ່ມີຊື່ວ່າ ເຊ ເກວາຣາ (Che Guevara) ເຊິ່ງເປັນນັກປະຕິວັດຢູ່ຄິວບາ ແລະ ແນ່ນອນຕອນນັ້ນແມ່ນຍັງບໍ່ຮູ້ຈັກຄໍາວ່າສິລະປະ, ບໍ່ມີ ສະກິວການແຕ້ມເລີຍ. ຫຼັງຈາກທີ່ແຕ້ມແລ້ວນັ້ນກໍເອົາໄປໃຫ້ພໍ່ເບິ່ງ ພໍ່ກໍທ້ວງວ່າແຕ້ມຄືຫຼາຍຈົນສຸດທ້າຍມາຮູ້ວ່າຕົນເອງນັ້ນມີພອນສະຫວັນໃນດ້ານສິລະປະ. ຫຼັງຈາກນັ້ນກໍເກີດຄວາມຫຼົງໃຫຼໃນສິລະປະ ແລ້ວກໍຕັ້ງໜ້າສຶກສາທີ່ມາປະຫວັດສາດສິລະປະຕ່າງໆ ແລ້ວກໍຕັດສິນໃຈໄປຮຽນໃນສະຖາບັນວິຈິດສິນ.

ວົງສັກ ຫານຊະນະ

4.ຍ້ອນຫຍັງຈຶ່ງມັກສາຍນີ້?

ມັກສາຍການແຕ້ມຮູບ ຍ້ອນວ່າມັນສາມາດຖ່າຍທອດອາລົມ ຄວາມຮູ້ສຶກທີ່ເປັນຕົວຕົນທີ່ມັນຢູ່ໃນຈິດໃຈເຮົານັ້ນອອກມາໄດ້ໂດຍບໍ່ມີກົດເກນຫຍັງມາບັງຄັບ ແລະ ມີການໃຊ້ຊີວິດທີ່ມີຄວາມອິດສະຫຼະພາບ ແລະ ມັນສອນໃຫ້ຮູ້ຈັກການໃຊ້ຊີວິດໃຫ້ມີຄວາມໝາຍ ແລະ ຮູ້ຈັກເປົ້າໝາຍໃນການເຮັດສິ່ງໃດສິ່ງໜຶ່ງໃຫ້ປະສົບຜົນສໍາເລັດ. ຜົນງານທີ່ຜ່ານມານັ້ນໄດ້ແຕ້ມຝາກໍາແພງຢູ່ທີ່ສະເຕວລ້າ (Stella) ແລະ ຢູ່ທີ່ Oxfam ແລະ ຫຼ້າສຸດແມ່ນເປັນໜຶ່ງໃນສະມາຊິກໂຄງການ ແຕ້ມສິລະປະຂ້າງຖະໜົນແຕ້ມຕາມອາຄານເກົ່າຢູ່ທີ່ສະຫວັນນະເຂດ. ແລ້ວຕອນນີ້ກໍກໍາລັງສ້າງຜົນງານການແຕ້ມ ເພື່ອວາງສະແດງໃນອະນາຄົດ.

ວົງສັກ ຫານຊະນະ

5.ແຕ້ມຮູບໄດ້ແບບໃດແດ່?

ການແຕ້ມຮູບຂອງນ້ອງເອີ້ນວ່າ ການແຕ້ມແບບເໜືອຈິງ (Surealism) ເຊິ່ງເປັນການຖ່າຍທອດອາລົມຈາກຈິດໃຕ້ສໍານຶກທີ່ເກີດຈາກຄວາມເພີ້ຝັນ ແລະ ບໍ່ມີກົດເກນຕາຍຕົວ ເປັນການແຫກກົດເກນຈາກຄວາມເປັນຈິງ, ຄິດຫຍັງ ຫຼື ຮູ້ສຶກແນວໃດກໍສະແດງມັນອອກມາເລີຍ.

6.ຢາກສົ່ງເສີມສິລະປະລາວຄືແນວໃດ?

ສຸດທ້າຍ ກໍຢາກເປັນສ່ວນໜຶ່ງໃນການພັດທະນາວົງການສິລະປະຂອງລາວເຮົາ ໃຫ້ພັດທະນາຂຶ້ນເລື້ອຍໆ ແລະ ກໍຫວັງວ່າມື້ໜຶ່ງການທີ່ເຮົາໄດ້ເອົາໃຈໃສ່ເຮັດມານີ້ຄົນທີ່ໄດ້ເບິ່ງ ແລະ ໄດ້ເຂົ້າໃຈໃນສິ່ງທີ່ຂ້ອຍສື່ອອກມານີ້ ຖ້າເຂົ້າໃຈ ຫຼື ມີຄວາມຄິດກົງກັນກໍອາດຈະໄດ້ຮັບແຮງບັນດານໃຈ ແລະ ເອົາມາປັບເຂົ້າໃນການໃຊ້ຊີວິດ ແລ້ວກໍມີກໍາລັງໃຈເຮັດສິ່ງໃດສິ່ງໜຶ່ງຕໍ່ໄປ.

ວົງສັກ ຫານຊະນະ

ຂອບໃຈບົດສຳພາດຈາກ: ວົງສັກ ຫານຊະນະ (ວິນລີ້)

https://bit.ly/3wEjCj4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/