“ວັດປ່າຖຳ້ເຈຍ” ວັດແຫ່ງນີ້ ມີເຈຍແທ້ຫຼືບໍ່ ?


ບ້ານທ່າສະໂນເໜືອ ບ້ານທີ່ຖືກຂະໜານນາມວ່າ “ບ້ານວັດຖຳ້ເຈຍ” ເປັນທີ່ຕັ້ງຂອງວັດສັກສິດອີກແຫ່ງໜຶ່ງທີ່ຊື່ວ່າ “ວັດປ່າຖຳ້ເຈຍ” ວັດແຫ່ງນີ້ຕັ້ງຢູ່ແຄມແມ່ນຳ້ຂອງ ທີ່ບ້ານທ່າສະໂນເໜືອ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຫ່າງຈາກເທດສະບານເມືອງປະມານ 30 ນາທີ.

ຕາມການເລົ່າຂານກັນມາຂອງຊາວບ້ານບ້ານທ່າສະໂນ ບອກວ່າ ວັດປ່າຖ້ຳເຈຍແຫ່ງນີ້ເປັນວັດທີ່ໂດຍພື້ນຖານແລ້ວ ເປັນທີ່ຕັ້ງຂອງຖຳ້ທີ່ມີຝູງໝູ່ເຈຍອາໄສຢູ່ເປັນຈຳນວນຫຼວງຫຼາຍໃນເມື່ອກ່ອນ ແລ້ວຈຶ່ງໄດ້ມີການສ້າງວັດໃນພາຍຫຼັງ ໂດຍໃສ່ຊື່ວັດວ່າ “ວັດປ່າຖຳ້ເຈຍ” ແຫ່ງນີ້ຂຶ້ນມາ.

ແຕ່ໃນປັດຈຸບັນ ຈຳນວນຂອງເຈຍໃນຖຳ້ດັ່ງກ່າວເຫັນໄດ້ວ່າມີຈຳນວນລົດລົງຫຼາຍຈາກເມື່ອກ່ອນ. ຖ້າຜູ້ໃດໄດ້ໄປກາບໄຫວ້ທີ່ວັດແຫ່ງນີ້ ແລະ ຢາກເຫັນບັນດາເຈຍທີ່ຍັງອາໄສຢູ່ ກໍສາມາດເຂົ້າໄປເບິ່ງໄດ້ກ້ອງສາລາວັດທີ່ທາງວັດເພິ່ນຈັດເປັນອີກບ່ອນໜຶ່ງສຳລັບເຈຍໃຫ້ໄດ້ອາໄສຢູ່.

ແນວໃດກໍຕາມ ເຖິງແມ່ນວ່າຈຳນວນເຈຍຈະລົດລົງ ແຕ່ຜູ້ຄົນຈາກບ້ານໃກ້ເຮືອນໄກກໍຍັງຄົງພາກັນມາກາບໄຫວ້ວັດສັກສິດແຫ່ງນີ້ຢ່າງບໍ່ຂາດສາຍ, ໃຜມີໂອກາດໄດ້ໄປ ກໍຢ່າລືມຄອມເມັ້ນບອກໃຫ້ພວກເຮົາຮູ້ນຳແດ່ເດີ້.