ລົດໄຟລາວ-ຈີນ ກຽມເປີດການຂົນສົ່ງຜູ້ໂດຍສານລະຫວ່າງປະເທດ ນະຄອນຫຼວງວຽງຈັນ ຫາ ນະຄອນຄຸນໝິງ ສປ ຈີນ ໃນເດືອນເມສາ 2023 ນີ້


ເປັນອີກໜຶ່ງກ້າວຂອງການອຳນວຍຄວາມສະດວກໃນການເດີນທາງຂ້າມປະເທດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ສອງປະເທດທີ່ມີຊາຍແດນຕິດຈອດກັນ ເມື່ອບໍລິສັດທາງລົດໄຟລາວ-ຈີນ ກຽມເປີດການຂົນສົ່ງຜູ້ໂດຍສານລະຫວ່າງປະເທດ ລາວ-ຈີນ ໃນເດືອນເມສາ 2023 ນີ້.

ອີງຕາມແຫຼ່ງຂ່າວຈາກ ວິທະຍຸສາກົນແຫ່ງປະເທດຈີນ ປະຈຳ ສປປ ລາວ ຫຼື CMG ລະບຸວ່າ ໃນວັນທີ 22 ມີນາ 2023ນີ, ທ່ານ ວົງທອງ ສຸວັນທອງ ຮອງຫົວໜ້າວິສະວະກອນໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ເປີດເຜີຍວ່າ ບໍລິສັດທາງລົດໄຟລາວ-ຈີນ ຈະເປີດປ່ອງບໍລິການລະຫວ່າງປະເທດ ຈາກນະຄອນຫຼວງວຽງຈັນ ຫາ ນະຄອນຄຸນໝິງ ສປ ຈີນ, ນະຄອນຄຸນໝິງ-ນະຄອນຫຼວງວຽງຈັນ. ໃນປັດຈຸບັນແມ່ນຢູ່ໃນຂັ້ນຕອນການປະສານສົມທົບ ການກະກຽມຄວາມພ້ອມໃນດ້ານຕ່າງໆຂອງທັງສອງຝ່າຍລາວ-ຈີນ ເພື່ອເປີດບໍລິການກາງເດືອນເມສານີ້.

ປັດຈຸບັນການເດີນທາງຈາກ ນະຄອນຫຼວງວຽງຈັນ ໄປຫາ ນະຄອນຄຸນໝິງ ສປ ຈີນ ແມ່ນ ທາງລົດໄຟ ໃຫ້ບໍລິການຮອດແຕ່ສະຖານີບໍ່ເຕັນ.​ໂດຍຜູ້ໂດຍສານຕ້ອງລົງໄປແຈ້ງໜັງສືເດີນທາງ ຢູ່ດ່ານສາກົນບໍ່ເຕັນ-ດ່ານສາກົນບໍ່ຮານ  ເພື່ອຂ້າມເຂົ້າໄປໃນ ປະເທດຈີນ. ຈາກນັ້ນຈຶ່ງສາມາດຂຶ້ນລົດໄຟເພື່ອເດີນທາງໄປສູ່ນະຄອນຄຸນໝິງໄດ້.

ນະຄອນຄຸນໝິງ ຖືເປັນອີກໜຶ່ງເມືອງທາງພາກໃຕ້ຂອງ ສປ ຈີນ ທີ່ມີຄວາມຈະເລີນຮຸ່ງເຮືອງ, ມີການພັດທະນາ ອາກາດດີ ແລະ ຢູ່ໃກ້ກັບ ສປປ ລາວ ທີ່ສຸດ. ພ້ອມຍັງເປັນເມືອງທີ່ມີສະຖາບັນການສຶກສາທີ່ຫຼາກຫຼາຍ ແລະ ໄດ້ຮັບຄວາມສົນໃຈຈາກນັກສຶກສາຕ່າງປະເທດ ໂດຍສະເພາະນັກສຶກສາ ຈາກ ສປປ ລາວ.

ຂອບໃຈຂໍ້ມູນຈາກ: https://bit.ly/40cgdVK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/