ລາວ-ຫວຽດນາມເຊັນບົດບັນທຶກໂຄງການສ້າງເສັ້ນທາງລົດໄຟ ອະນາຄົດເສັ້ນທາງລົດໄຟຈະເຊື່ອມລາວຫາຫວຽດນາມ

ລາວ-ຫວຽດນາມເຊັນບົດບັນທຶກ

ບໍລິສັດປີໂຕລ້ຽມເທຣດດິ້ງ ລາວມະຫາຊົນ ແລະ ກຸ່ມບໍລິສັດ ຮຸ້ນສ່ວນເດວກ້າ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ເຊັນຮ່ວມທຶນກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດ ແຕ່ນະຄອນຫຼວງວຽງຈັນ-ທ່າເຮືອຫວຸ້ງອ່າງ ສາທາລະນະລັດສັງຄົມນິຍົມຫວຽດນາມ.

ພິທີເຊັນສັນຍາຮ່ວມທຶນໂຄງການສ້າງເສັ້ນທາງລົດໄຟລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2023 ທີ່ຜ່ານມາ, ລະຫວ່າງທ່ານຈັນທອນ ສິດທິໄຊ ປະທານບໍລິສັດປີໂຕລ້ຽມເທຣດດິ້ງ ແລະ ປະທານສະພາບໍລິຫານກຸ່ມບໍລິສັດຮຸ້ນສ່ວນເດວກ້າຂອງຫວຽດນາມ. ໂດຍການເຂົ້າຮ່ວມຂອງທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີແຜນການ ແລະ ການລົງທຶນ. ທ່ານເອກອັກຄະລັດຖະທູດ ຫວຽດນາມປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ລາວ-ຫວຽດນາມເຊັນບົດບັນທຶກ

ທ່ານ ຈັນທອນ ສິດທິໄຊ ແລະ ທ່ານ ໂຮມິງກວ໊າງ ໄດ້ປ່ຽນກັນປະກອບຄຳຄິດຄຳເຫັນ ໂດຍໄດ້ກ່າວວ່າ ກັບບໍລິສັດເທຣດດິ້ງ ລາວມະຫາຊົນ ເປັນບໍລິສັດສຶກສາສຳຫຼວດ ແລະ ອອກແບບ ຄວາມເປັນໄປໄດ້ ໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ແຕ່ນະຄອນຫຼວງວຽງຈັນ ຫາ ທ່າເຮືອ ຫວຸ້ງອ່າງ ຂອງຫວຽດນາມ.

ການເຊັນສັນຍາຄັ້ງນີ້ ກຸ່ມບໍລິສັດຮຸ້ນສ່ວນເດວກ້າ ຈະເພີ່ມທຶນ 15/100 ເຂົ້າໃນການລົງທຶນສຶກສາ ພັດທະນາໂຄງການ ແລະ ສືບຕໍ່ຮ່ວມມືກັບລັດວິສາຫະກິດອອກແບບ. ພ້ອມທັງ ປັບປຸງໃຫ້ເໝາະສົມຕໍ່ກັບສະພາບປັດຈຸບັນ ແນໃສ່ປັບປຸງແນວທາງປະເພດໂຄງສ້າງທາງລົດໄຟ ແລະ ເທັກນິດຕ່າງໆ ໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ ຮັບປະກັນດ້ານຄຸນະພາບໃຫ້ມີຄວາມປອດໄພ ແລະ ເພື່ອລົດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໃຫ້ໜ້ອຍທີ່ສຸດ.

ລາວ-ຫວຽດນາມເຊັນບົດບັນທຶກ

ການພັດທະນາໂຄງສ້າງທາງລົດໄຟລາວ-ຫວຽດນາມ ແມ່ນການຈັດຕ້ັງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ ໃນການບັນລຸວິໄສທັດຂອງລັດຖະບານລາວ ແລະ ຍຸດທະສາດການພັດທະນາປະເທດຊາດ ວ່າດ້ວຍການຫັນປ່ຽນລາວທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງບົກ ແນໃສ່ການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັງຄົມ ໃຫ້ແກ່ສອງປະເທດໃນການຈັດຕັ້ງປະຕິບັດໂຄງການ.

ບໍລິສັດປີໂຕລ້ຽມເທຣດດິ້ງ ລາວມະຫາຊົນ ຈະໄດ້ສຳຫຼວດຕົວເມືອງທ່າແຂກ ແຂວງຄຳມ່ວນ-ຊາຍແດນລາວ-ຫວຽດນາມ ຄວາມຍາວ 139 ກວ່າກິໂລແມັດ, ທີ່ໄດ້ເຊັນກັບລັດຖະບານລາວ ໃນຄັ້ງວັນທີ 15 ຕຸລາ 2019 ທີ່ຜ່ານມາ ແລະ ເຫັນໄດ້ວ່າໂຄງການມີການຄືບໜ້າຕາມແຜນທີ່ໄດ້ກຳນົດໄວ້ ພ້ອມທັງໄດ້ຮັບໜັງສືຢັ້ງຢືນຮັບຮອງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເທັກນິກ ຈາກພາກສ່ວນທີ່ກ່ຽວຂ້ອງ.

ລາວ-ຫວຽດນາມເຊັນບົດບັນທຶກ

ມູນຄ່າການລົງທຶນທັງໝົດປະມານ 5 ຕື້ສະຫະລັດ ໄລຍະທາງແຕ່ລາວປະມານ 452 ກິໂລແມັດ ໂດຍໄດ້ແບ່ງອອກເປັນ 2​ ເສັ້ນທາງລົດໄຟ ກໍຄືໂຄງການພັດທະນາເສັ້ນທາງລົດໄຟແຕ່ທ່າແຂກ ແຂວງຄຳມ່ວນ ຫາຊາຍແດນລາວ-ຫວຽດນາມ ຄວາມຍາວກວ່າ 19 ກິໂລແມັດ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ-ເມືອງທ່າແຂກ ປະມານ 312 ກິໂລແມັດ. ສຳລັບໄລຍະທາງຫວຽດນາມ ປະມານ 119 ກິໂລແມັດ ແລະ ຖ້າສ້າງສຳເລັດ ຈະສາມາດສ້າງໝາກຜົນຕໍ່ເສດຖະກິດລາວ-ຫວຽດນາມ.

ຂອບໃຈຂໍ້ມູນຈາກ:

https://bit.ly/3ZefjaQ

ຂອບໃຈຮູບພາບປະກອບຈາກ:

https://bit.ly/3Yf8O6r

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/