ລັດຖະບານ ຈະເອົາໃຈໃສ່ຕິດຕາມກວດກາຢ່າງເຂັ້ມງວດ ໃນການຄຸ້ມຄອງສິນຄ້າ

ລັດຖະບານ-ຈະເອົາໃຈໃສ່ຕິດຕາມ

ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ວັນທີ 16 ພະຈິກ 2022 ທີ່ຜ່ານມາ ມີຫຼາຍສະມາຊິກສະພາໄດ້ປະກອບຄຳຄິດເຫັນ ແລະ ສະເໜີການແກ້ໄຂບັນຫາຕ່າງໆ ຕໍ່ສະພາແຫ່ງຊາດ ເຊິ່ງຫຼາຍ ສສຊ ກໍໄດ້ເຈາະປະເດັນກ່ຽວກັບຫຼາຍບັນຫາ ໂດຍສະເພາະບັນຫາການຄຸ້ມຄອງລາຄາສິນຄ້າທີ່ຍັງຄົງແກ້ບໍ່ຕົກ, ໃນນີ້ ທ່ານ ພັນຄຳ ວິພາວັນ ກໍໄດ້ປະກອບຄຳຄິດເຫັນ ແລະ ຊີ້ແຈງຕໍ່ກັບບັນຫາດັ່ງກ່າວໃນກອງປະຊຸມແບບກົງໄປກົງມາ.

ລັດຖະບານ-ຈະເອົາໃຈໃສ່ຕິດຕາມ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມ ໃນການແກ້ໄຂລາຄາສິນຄ້າ ແມ່ນລັດຖະບານກຳລັງເລັ່ງແກ້ໄຂຢ່າງມີຈຸດສຸມ ແລະ ຈະເອົາໃຈໃສ່ແກ້ໄຂຢ່າງເຂັ້ມງວດ ຄຸ້ມຄອງລາຄາໃຫ້ທຸ່ນທ່ຽງ ແຕ່ກໍຕ້ອງໄດ້ຂໍຄວາມຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມພຽງແກ້ໄຂບັນຫາດ້ວຍກັນ, ບໍ່ໃຫ້ມີຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າແບບຕາມໃຈ, ໃຫ້ພາກສ່ວນທີ່ກ່ຽວຂ້ອງຄວບຄຸມສິນຄ້າເຖື່ອນໃຫ້ໄດ້ມີປະສິດທິຜົນ.

ລັດຖະບານສືບຕໍ່ການລົງທຶນ ແລະ ຜະລິດສິນຄ້າພາຍໃນໃຫ້ເຂັ້ມແຂງໃຫ້ຫຼາຍຂຶ້ນ ເພື່ອທົດແທນການນຳເຂົ້າ ພ້ອມທັງສົ່ງເສີມການນຳເຂົ້າວັດຖຸດິບຮັບໃຊ້ການຜະລິດພາຍໃນໃຫ້ມີຄວາມສະດວກ ແລະ ມີຕົ້ນທຶນການຜະລິດຕ່ຳ ເຊິ່ງຈະຕ້ອງໄດ້ຫາວິທີແກ້ບັນຫານີ້ດ້ວຍຫຼາຍວິທີ ຖ້າຫາກວ່າຈະຕ້ອງປູກຝັງແມ່ນຕ້ອງມີສ່ວນປະກອບທີ່ເຮົາສາມາດຜະລິດເອງໄດ້ ຈຶ່ງຈະສາມາດລົດຕົ້ນທຶນໃຫ້ໄດ້ຫຼາຍທີ່ສຸດ.

ລັດຖະບານ-ຈະເອົາໃຈໃສ່ຕິດຕາມ

ຫຼາຍໆບັນຫາແມ່ນທຸກພາກສ່ວນຕ້ອງເອົາໃຈໃສ່ແກ້ໄຂ ແລະ ມີຄວາມພະຍາຍາມ ຮ່ວມກັນ ຈຶ່ງຈະສາມາດແກ້ໄຂບັນຫານີ້ທີ່ຊຳເຮື້ອມາຫຼາຍປີ. ນອກຈາກນີ້ ລັດຖະບານກໍຈະສຸມໃສ່ການເຜີຍແຜ່ໂຄສະນາໃຫ້ສັງຄົມເຂົ້າໃຈ ໃນວຽກງານການຄຸ້ມຄອງສິນຄ້າ ກົນໄກຂອງຕະຫຼາດທີ່ມີຄວາມດັດສົມຂອງລາຄາສິນຄ້າ ເຊິ່ງຈະຕ້ອງໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຢ່າງຈິງຈັງ.

ຂອບໃຈຂໍ້ມູນຈາກ: https://bit.ly/3PCbCYo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/