ລັດຖະບານອິນເດຍໄຟຂຽວໃຫ້ຜູ່ທີ່ເປັນເພດທາງເລືອກປ່ຽນຄຳນຳໜ້າບັດປະຊາຊົນຜ່ານທາງອອນໄລນ໌ໄດ້ແລ້ວ


ເມື່ອວັນທີ 25 ພະຈິກ 2020 ທາງລັດຖະບານອິນເດຍໄດ້ສ້າງເວບໄຊຂຶ້ນມາເພື່ອໃຫ້ບັນດາ LGBTQ+ ສາມາດຍື່ນຄຳຮ້ອງປ່ຽນເພດຂອງຕົນເອງໃນເອກະສານລະບຸຕົວຕົນທີ່ຖືກຕ້ອງຕາມກົດໝາຍຜ່ານທາງອອນໄລນ໌, ໂດຍຄຳຮ້ອງນີ້ ບໍ່ຈຳເປັນຕ້ອງໄດ້ເຂົ້າໄປເຮັດເລື່ອງທີ່ສຳນັກງານລັດ.

ບໍ່ພຽງເທົ່ານັ້ນ ຜູ່ທີ່ຍື່ນຄຳຮ້ອງໄປ ບໍ່ຈຳເປັນຕ້ອງຍື່ນຫຼັກຖານໃນການຜ່າຕັດແປງເພດ ຫຼື ໃບຮັບຮອງແພດທາງດ້ານຈິດຕະເວດແຕ່ຢ່າງໃດ ຍ້ອນສິ່ງເຫຼົ່ານີ້ທາງການເບິ່ງວ່າ ຂຶ້ນຢູ່ກັບຈິດໃຈຂອງຜູ່ຍື່ນຄຳຮ້ອງທັງໝົດ. ຫຼັງຈາກທີ່ຍື່ນຄຳຮ້ອງພ້ອມໜັງສືຮັບຮອງແຈ້ງເຈດຈຳນົງແລ້ວ ທາງການຈະດຳເນີນການໃຫ້ ແລະ ຜູ່ຍື່ນຄຳຮ້ອງຈະໄດ້ຮັບບັດປະຊາຊົນໃໝ່ພາຍໃນ 30 ວັນ.

ນອກຈາກນີ້ ບັນດາ LGBTQ+ ທັງຫຼາຍຍັງສາມາດຮ້ອງຮຽນຄວາມບໍ່ເປັນທຳຜ່ານທາງເວບໄຊນີ້ໄດ້ ໂດຍຄຳຮ້ອງເຫຼົ່ານີ້ຈະສົ່ງຕໍ່ໄປຍັງສຳນັກງານຕ່າງໆ ເພື່ອດຳເນີນການອີກເທື່ອໜຶ່ງ. ທາງດ້ານກະຊວງເພື່ອຄວາມຍຸດຕິທຳເພື່ອສັງຄົມ ແລະ ການເພີ່ມຂີດຄວາມສາມາດ ໄດ້ອອກມາກ່າວວ່າ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ລັດສາມາດສ້າງຖານຂໍ້ມູນຂອງບັນດາຄົນຂ້າມເພດຂອງອິນເດຍໄດ້ ແລະ ຍັງຊ່ວຍໃຫ້ບັນດາຄົນຂ້າມເພດໄດ້ຮັບຄວາມເປັນສ່ວນຕົວ ຫຼີກລ່ຽງການອັກຄະຕິທາງເພດ ລວມເຖິງອຸປະສັກຕ່າງໆເມື່ອພວກເຂົາເດີນທາງໄປດຳເນີນເລື່ອງທີ່ສຳນັກງານຂອງລັດ ເຊິ່ງຊ່ອງທາງອອນໄລນ໌ນັ້ນປອດໄພສຳຫຼັບພວກເຂົາທີ່ສຸດແລ້ວ.

ຖືວ່າເປັນເລື່ອງໜ້າຍິນດີອີກເລື່ອງໜຶ່ງຂອງສັງຄົມ ແລະ ເປັນອີກບາດກ້າວໜຶ່ງຂອງການເປີດໃຈຮັບບັນດາເພດທາງເລືອກ ພ້ອມທັງອີງໃສ່ລະບົບອີເລັກໂທນິກມາເປັນເຄື່ອງມືອຳນວຍຄວາມສະດວກ ໃຫ້ເຂົ້າກັບຍຸກປັດຈຸບັນ.

ທີ່ມາ: https://www.facebook.com/627028760673250/posts/3703586669684095/