ລັດຖະບານວາງເປົ້າໝາຍສູ້ຊົນ ສ້າງວຽກເຮັດງານທຳໃຫ້ຜູ້ວ່າງງານ

ລັດຖະບານວາງເປົ້າໝາຍສູ້ຊົນ

ທ່ານ ນາງ ໄຂຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ IV ຂອງສະພາຊຸດທີ IX ໃນຕອນເຊົ້າຂອງວັນທີ 9 ທັນວາ 2022 ໃນໄລຍະທີ່ຜ່ານມາວ່າ ເຖິງວ່າຈະໃສ່ໃຈຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ແຕ່ການພັດທະນາສີມືແຮງງານການຈັດຫາວຽກເຮັດງານທຳ ເພື່ອແກ້ໄຂອັດຕາວ່າງງານຍັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນການສ້າງອາຊີບ ເຝິກວິຊາຊີບສີມືແຮງງານຍັງບໍ່ທັນລວມສູນ ແລະ ເອກະພາບທາງດ້ານວິຊາການ ລະຫວ່າງຂະແໜງການທາງພາກລັດ ແລະ ເອກະຊົນ; ຍັງຂາດການປະສານສົມທົບ ເຮັດໃຫ້ສິ້ນເປືອງທາງດ້ານງົບປະມານ ແລະ ບຸກຄະລາກອນ ໃນການສ້າງກຳລັງແຮງງານ ທີ່ບໍ່ມີຄວາມສອດຄ່ອງຂອງຕະຫຼາດແຮງງານໃນແຕ່ລະໄລຍະ ເຮັດໃຫ້ບໍ່ສາມາດສ້າງແຮງງານທີ່ມີຄຸນະພາບ ເພື່ອສະໜອງໃຫ້ແກ່ແຮງງານຕ່າງໆ.

ລັດຖະບານວາງເປົ້າໝາຍສູ້ຊົນ

ພ້ອມກັນນີ້ ໄລຍະໂຄວິດແຜ່ລະບາດ ຍັງເຮັດໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ການລົງທຶນຕ່າງໆ ບໍ່ໄດ້ສ້າງແຮງງານຫຼາຍພໍປານໃດ ການດັດສົມຄວາມສະໜອງຄວາມຕ້ອງການຂອງເສດຖະກິດ ຕາມລະບົບຂໍ້ມູນຂ່າວສານແຮງງານຍັງເຮັດໄດ້ໜ້ອຍ ແລະ ຍັງບໍ່ທັນຄ່ອງຕົວ. ຂໍ້ມູນຂ່າວສານໃນການນຳໃຊ້ຜູ້ອອກແຮງງານຍັງບໍ່ທັນຊັດເຈນ ເຊິ່ງເປັນສາເຫດຂອງຄວາມຫຍຸ້ງຍາກໃຫ້ຂະແໜງການກ່ຽວຂ້ອງ ແລະ ອົງການຄຸ້ມຄອງແຮງງານ-ການວາງແຜນແຮງງານ ໃຫ້ສອດຄ່ອງກັບກັບຕະຫຼາດແຮງງານໃນແຕ່ລະໄລຍະ. ພື້ນຖານໂຄງລ່າງຂອງການພັດທະນາສີມືແຮງງານ, ການສະໜອງອຸປະກອນ ແລະ ເຄື່ອງຈັກໃຫ້ແກ່ການເຝິກ ລວມທັງຄູເຝິກຍັງບໍ່ພໍກັບຄວາມຮຽກຮ້ອງຕ້ອງການ.

ລັດຖະບານວາງເປົ້າໝາຍສູ້ຊົນ

ນັກຮຽນທີ່ຮຽນຈົບສາຍສາມັນຕ່າງໆ ບໍ່ມີຄວາມກະຕືລືລົ້ນທີ່ຈະເຂົ້າຮຽນວິຊາຊີບ, ການລົງທຶນເຂົ້າໃນການພັດທະນາວຽກງານການບໍລິການຈັດຫາວຽກເຮັດງານທໍາ ການພັດທະນາສີມືແຮງງານໃຫ້ມີສີມື ແລະ ຄຸນະພາບຍັງຈຳກັດ. ການກະຈາຍການຜະລິດຄືໂຄງການລົງທຶນ ໄປສູ່ແຂວງຍັງເຮັດໄດ້ໜ້ອຍ ອຸດສາຫະກຳປຸງແຕ່ງທີ່ເປັນບ່ອນສ້າງຕຳແໜ່ງງານຜູ້ອອກແຮງງານເປັນຈຳນວນຫຼາຍ ສາມາດມີວຽກເຮັດງານທຳ ແລະ ມີລັກສະນະທີ່ໝັ້ນຄົງຍັງມີຈຳກັດ. ນອກຈາກນີ້ ເງື່ອນໄຂຂອງຜູ້ເຮັດວຽກຫົວໜ່ວຍແຮງງານເປັນຈຳນວນຫຼາຍ ບໍ່ທັນໄດ້ມາດຕະຖານທາງດ້ານສຸຂະພາບ ແລະ ຄວາມປອດໄພແຮງງານ.

ນອກຈາກນີ້ ຍັງບໍ່ທັນເປັນແຮງຈູງໃຈໃຫ້ຜູ້ອອກແຮງງານ ເຊັ່ນ: ບໍ່ເຂົ້າເປັນສະມາຊິກປະກັນສັງຄົມຕາມກົດໝາຍກຳນົດບໍ່ມີສະຫວັດດີການທີ່ອຳນວຍຄວາມສະດວກຕ່າງໆ, ເງິນເດືອນ ແລະ ຄ່າແຮງງານບໍ່ກຸ້ມລາຍຈ່າຍ ແລະ ອື່ນໆ. ກຳລັງແຮງງານສ່ວນໃຫຍ່ ເປັນແຮງງານທີ່ຍັງບໍ່ທັນເຝິກທັກສະສີມື, ທັດສະນະຄະຕິການເຮັດວຽກ ແລະ ອຸດສາຫະກຳ ທີ່ທັນສະໄໝຍັງຕ່ຳ ຂາດຫົວຄິດປະດິດສ້າງ ໃນຕຳແໜ່ງງານທີ່ບັນຈຸ ຍັງຖືຄວາມຄິິດແບບກະສິກຳນ້ອຍ ເອກະເທດກະແຈກກະຈາຍ, ການເຂົ້າເຖິງຂໍ້ມູນຂ່າວສານສີມືແຮງງານຍັງບໍ່ທັນເຂົ້າເຖິງ, ການເຮັດວຽກຖືກຕ້ອງຕາມກົດໝາຍຍັງບໍທັນທົ່ວເຖິງ ຈຶ່ງເຮັດໃຫ້ແຮງງານຫຼັ່ງໄຫຼໄປເປັນແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ. ຕໍ່ກັບບັນຫາດັ່ງກ່າວ ລັດຖະມົນຕີຈຶ່ງວາງຄາດໝາຍສູ້ຊົນ ແຜນພັດທະນາສີມືແຮງງານໃຫ້ໄດ້ລະດັບມາດຕະຖານທີ່ວາງໄວ້.

ລັດຖະບານວາງເປົ້າໝາຍສູ້ຊົນ

ຂອບໃຈຂໍ້ມູນຈາກ: https://bit.ly/3hgQ5rs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/