ລວມເຫດຜົນທີ່ວ່າເປັນຫຍັງຜູ້ຊາຍຈຶ່ງຄວນ “ປາດໜັງຫຸ້ມປາຍອະໄວຍະວະເພດ”

ລວມເຫດຜົນ

ທີ່ຜ່ານມາເຮົາຈະໄດ້ຍິນຄຳບອກເລົ່າຈາກໝູ່ເພື່ອນຄົນສະໜິດ ຫຼື ຈາກຄົນອ້ອມຂ້າງ ວ່າການປາດໜັງຫຸ້ມປາຍອະໄວຍະວະເພດສໍາລັບຜູ້ຊາຍ ແມ່ນຈະຊ່ວຍເຮັດໃຫ້ມີຄວາມສຸກລະຫວ່າງມີເພດສໍາພັນ, ຊ່ວຍໃຫ້ອະໄວຍະວະເພດຢືດຫົດໄດ້ເຕັມທີ່, ງ່າຍຕໍ່ການອະນາໄມ ແລະ ອື່ນໆອີກຫຼາຍ ແຕ່ສຳລັບຜູ້ຊາຍບາງຄົນ ການທີ່ພວກເຂົາປາດໜັງຫຸ້ມປາຍອະໄວຍະວະເພດນັ້ນ ກໍເນື່ອງມາຈາກມີບັນຫາສ່ວນຕົວເຮັດໃຫ້ຍາກຕໍ່ການດຳລົງຊີວິດ.

ລວມເຫດຜົນ

ສຳລັບການປາດໜັງຫຸ້ມປາຍອະໄວຍະວະເພດ ແມ່ນການຜ່າຕັດເອົາຜິວໜັງທີ່ຫຸ້ມປາຍອະໄວຍະວະເພດຊາຍອອກ ແລະ ເປັນເລື່ອງປົກກະຕິທີ່ຜູ້ຊາຍທຸກອາຍຸຄົນທົ່ວໂລກນິຍົມເຮັດ ໂດຍປົກກະຕິແລ້ວເດັກຜູ້ຊາຍເກີດໃໝ່ປາຍໜັງຈະຫຸ້ມປິດຢູ່, ມີຮູນ້ອຍເປີດໃຫ້ສາມາດປັດສາວະໄດ້ ແລະ ເມື່ອຮ່າງກາຍຈະເລີນເຕີບໃຫຍ່ຂຶ້ນ ຈະສາມາດຮູດເປີດໜັງຫຸ້ມປາຍໄດ້ຫຼາຍຂຶ້ນເລື້ອຍໆ ແລະໃນທີ່ສຸດກໍຈະສາມາດເປີດພົ້ນສ່ວນຫົວຂອງອະໄວຍະວະເພດຊາຍໄດ້ເອງໃນທີ່ສຸດ.

ແຕ່ໃນບາງກໍລະນີການທີ່ໜັງຫຸ້ມປາຍຕີບຫຼາຍ ແມ່ນຈະເຮັດໃຫ້ການປັດສາວະເປັນເລື່ອງທີ່ລຳບາກ ເພາະຕອນທີ່ປັດສາວະຈະເຮັດໃຫ້ເກີດອາການເຈັບບໍລິເວນຫົວອະໄວຍະວະເພດ ແລະ ຈະເຮັດໃຫ້ໜັງຫຸ້ມປາຍພອງ, ອັັກເສບ ຍິ່ງໄປກວ່ານັ້ນຍັງມີໂອກາດເຮັດໃຫ້ເກີດການຕິດເຊື້ອໃນທາງເດີນປັດສາວະຕາມມາໄດ້ ເຊິ່ງໃນກໍລະນີນີ້ຈຳເປັນຕ້ອງເຮັດການປາດໜັງຫຸ້ມປາຍອະໄວຍະວະເພດຕັ້ງແຕ່ຕອນຍັງນ້ອຍ.

ລວມເຫດຜົນ

ທາງດ້ານທ່ານໝໍ ປະພາກອນ ກົ໋ງອຸບົນ ໝໍຜູ້ຊ່ຽວຊານ ທາງເດີນປັດສາວະຈາກໂຮງໝໍພຣະຣາມເກົ້າ ປະເທດໄທ ລະບຸວ່າ ການປາດໜັງຫຸ້ມປາຍອະໄວຍະວະເພດມີຂໍ້ດີຫຼາຍດ້ານເຊັ່ນ:

  • ຊ່ວຍໃຫ້ຄວາມສຸກລະຫວ່າງການມີເພດສຳພັນມີຫຼາຍຂຶ້ນ ຈາກການທີ່ບໍ່ມີໜັງມາຫຸ້ມປິດ ເຮັດໃຫ້ສຳຜັດໄດ້ເຕັມທີ່ລະຫວ່າງມີເພດສຳພັນ
  • ຊ່ວຍແກ້ບັນຫາເລື່ອງ “ຫຼັ່ງໄວ” ເພາະເມື່ອຫົວສ່ວນປາຍອະໄວຍະວະເພດເປີດ ກໍຈະສຽດສີກັບສິ່ງອ້ອມຂ້າງຕະຫຼອດເວລາ, ລົດຄວາມໄວຕໍ່ສໍາຜັດ, ລົດຄວາມຮູ້ສຶກ ແລະ ເຮັດໃຫ້ຫຼັ່ງຊ້າລົງ
  • ແກ້ບັນຫາໜັງຫຸ້ມປາຍຕີບຕັນ (phimosis) ກໍຄືການຮູດເປີດໜັງຫຸ້ມປາຍອະໄວຍະວະເພດບໍ່ໄດ້
  • ລົດອາການໜັງຫຸ້ມປາຍອັກເສບ (balanitis) ທີ່ເກີດຈາກການຮູດເປີດລ້າງໄດ້ບໍ່ດີ ຫຼືມີໂຣກເບົາຫວານຮ່ວມນຳ
  • ສຳລັບບາງຄົນອາດແນະນຳໃຫ້ມີການປາດໜັງຫຸ້ມປາຍອະໄວຍະວະເພດຊາຍເພື່ອຊ່ວຍລົດຄວາມສ່ຽງຂອງໂຣກຕິດຕໍ່ທາງເພດສຳພັນ ລວມໄປຮອດ HIV (ຢ່າງໃດກໍຕາມ ແນະນຳໃຫ້ໃຊ້ຖົງຢາງອະນາໄມເພາະເປັນການປ້ອງກັນທີ່ດີທີ່ສຸດ)
  • ລົດການຕິດເຊື້ອຂອງທາງເດີນປັດສາວະ ໃນກໍລະນີທີ່ໜັງຫຸ້ມປາຍຕີບແຄບຫຼາຍເກີນໄປ ຈົນເຮັດໃຫ້ການປັດສາວະລຳບາກ ເຊິ່ງເຮັດໃຫ້ເກີດການຕິດເຊື້ອ
  • ງ່າຍຕໍ່ການທຳຄວາມສະອາດອະໄວຍະວະເພດ, ລົດການໝັກໝົມຂອງ ເຊື້ອໂຣກ ແລະ ກິ່ນ ທີ່ອາດເຮັດໃຫ້ເກີດບັນຫາກັບຄູ່ນອນ
ລວມເຫດຜົນ
  • ປ້ອງກັນການເກີດໜັງຫຸ້ມປາຍບີບຮັດ (Paraphimosis) ທີ່ມັກພົບຫຼັງການມີເພດສຳພັນ ຫຼື ຊ່ວຍຕົນເອງແລ້ວຮູດໜັງຫຸ້ມປາຍໄປປິດ ເຮັດໃຫ້ເກີດການບີບຮັດ ເກີດອາການປວດບວມສ່ວນປາຍຂອງອະໄວຍະວະເພດ ຈົນເຮັດໃຫ້ຕ້ອງມາໂຮງໝໍ
  • ລົດຄວາມສ່ຽງການເກີດມະເຮັງອົງຄະຊາດ

ທັງນີ້ໃຜທີ່ມີບັນຫາກ່ຽວກັບໜັງຫຸ້ມປາຍອະໄວຍະວະຕີບ, ຫົວອະໄວຍະວະເປີດບໍ່ສຸດ ຫຼື ໜັງຫຸ້ມປາຍບີບຈົນເຮັດໃຫ້ເກີດການອັກເສບ ຄວນໄປປຶກສານຳແພດໝໍຜູ້ຊ່ຽວຊານ ເພື່ອສຸຂະອະນາໄມທີ່ດີຂອງຮ່າງກາຍ.

ລວມເຫດຜົນ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/