ຣັດເຊຍມາຢ້ຽມລາວ ເພື່ອສືບຕໍ່ປົກປັກຮັກສາ ສ້າງສາພັດທະນາປະເທດຊາດຮ່ວມກັນ


ການພົວພັນ ລາວ-ຣັດເຊຍ ແມ່ນສືບຕໍ່ມາແຕ່ການພົວພັນ ລາວ-ອະດີດສະຫະພາບໂຊວຽດ, ເຊິ່ງສອງປະເທດ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບ ໄດ້ພົບປະເຮັດວຽກຮ່ວມກັບ ສະຫາຍເລຂາທິການໃຫຍ່ພັກ ສປປ ລາວ, ບັນດາການນໍາຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງພັກຣັດເຊຍເອກະພາບ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ; ໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ຄະນະຜູ້ແທນຝ່າຍຣັດເຊຍ ຮັບຊາບ, ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ໄດ້ແລກປ່ຽນບົດຮຽນໃນການຊີ້ນໍານໍາພາຂອງພັກ ປປ ລາວ ໃນໄລຍະທີ່ຜ່ານມາ, ແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ສະຫາຍ ດີມີຕຣີ ເມັດເວເດັບ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງບັນດາການນໍາຂັ້ນສູງຂອງພັກ ແລະ ລັດ ເເຫ່ງ ສປປ ລາວ ໃນຄັ້ງນີ້. ພ້ອມທັງ ໄດ້ປຶກສາຫາລື ກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງພັກໃນຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ; ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກ ປປ ລາວ ແລະ ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນລາວ ຈະສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ດີມີຕຣີ ເມັດເວເດັບ ຍັງໄດ້ພົບປະກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ພ້ອມກັນນີ້, ສອງພັກ ໄດ້ມີການລົງນາມໃນເອກະສານການຮ່ວມມື ລະຫວ່າງ ສອງພັກ ເເລະ ຂົງເຂດການສຶກສາ ຈໍານວນໜຶ່ງ, ເຊິ່ງເປັນການຢໍ້າຄືນເຖິງບົດບາດຄວາມສໍາຄັນຂອງການພົວພັນລະຫວ່າງ ສອງພັກ ທີ່ເປັນພື້ນຖານອັນຕົ້ນຕໍໃຫ້ເເກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຣັດເຊຍ. ນອກຈາກນີ້, ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຊົມ ເເລະ ວາງດອກໄມ້ ຢູ່ພິພິທະພັນ ປະທານ ໄກສອນ ພົມວິຫານ ເເລະ ອະນຸສາວະລີນັກບິນທະຫານສະຫະພາບໂຊວຽດ ຢູ່ນະຄອນຫຼວງວຽງຈັນ.

ຂໍ້ມູນຈາກ: https://cutt.ly/Mwqhf4v9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/