ມື້ນີ້ເມື່ອ 36 ປີກ່ອນ ໄມ ໄທສັນ ກາຍເປັນນັກມວຍແຊ້ມໂລກ ຮຸ່ນ Heavy Weight ທີ່ອາຍຸນ້ອຍທີ່ສຸດໃນໂລກ

ມື້ນີ້ເມື່ອ-36-ປີກ່ອນ-ໄມ-ໄທສັນ

ວັນທີ 7 ມີນາ ປີ 1987 ຫຼື ມື້ນີ້ເມື່ອ 36 ປີກ່ອນ ໄມ ໄທສັນ (Mike Tyson) ຍອດນັກຊົກກຳປັ້ນໜັກ ຊາວອາເມຣິກາ ໄດ້ກາຍເປັນນັກມວຍແຊ້ມໂລກ ຮຸ່ນ Heavy Weight ຮຸ່ນໃຫຍ່ ຫຼື ນ້ຳໜັກຫຼາຍ ທີ່ອາຍຸນ້ອຍທີ່ສຸດຂອງສະມາຄົມມວຍໂລກ (World Boxing Association: WBA) ໃນໂລກ ດ້ວຍອາຍຸພຽງ 20 ປີ ກັບອີກ 4 ເດືອນ ຫຼັງເອົາຊະນະ ເຈມ ສະມິດ (James Smith) ນັກຊົກຮ່ວມຊາດ.

ໂດຍການຊົກເສິກນີ້ຖືກເອີ້ນວ່າເປັນ Super Fight ຫຼື ສຸດຍອດແຫ່ງການຕໍ່ສູ້ ໂດຍເປັນການທ້າຊິງສາຍແອວແຊ້ມລະຫວ່າງ WBA ຂອງ ເຈມ ສະມິດ ແລະ ສາຍແອວແຊ້ມສະພາມວຍໂລກ (World Boxing Council: WBC) ຂອງ ໄທສັນ ເຊິ່ງຜົນຈາກໄຊຊະນະນັດນີ້ ເຮັດໃຫ້ ໄມ ໄທສັນ ຄອງແຊ້ມມວຍໂລກຂອງທັງ 2 ສະຖາບັນ.

ມື້ນີ້ເມື່ອ-36-ປີກ່ອນ-ໄມ-ໄທສັນ

ໄມ ໄທສັນ ເປັນທີ່ຈັບຕາເບິ່ງ ແລະ ໂດດເດັ່ນຕັ້ງແຕ່ ອາຍຸຍັງນ້ອຍ ດ້ວຍທ່າທີດຸດັນ ແລະ ການຊົກທີ່ຮຸນແຮງ ໂດຍລາວສາມາດເອົາຊະນະໃນການຊົກມວຍລະດັບມືອາຊີບໄດ້ ຕັ້ງແຕ່ ອາຍຸ 19 ປີ ດ້ວຍການ knock out. ຫຼັງຈາກນັ້ນ ໃນໄລຍະປີ 1986 ໄມ ໄທສັນ ໂດ່ງດັງແບບສຸດຂີດ ໂດຍການເຮັດສະຖິຕິຊະນະຕິດຕໍໍ່ກັນ 26 ນັດ ໂດຍໃນນັ້ນມີການຊະນະແບບ knock out ເຖິງ 24 ຄັ້ງ.

ມື້ນີ້ເມື່ອ-36-ປີກ່ອນ-ໄມ-ໄທສັນ

ໄມ ໄທສັນ ຖືເປັນນັກຊົກແຊ້ມໂລກ ທີ່ປະສົບຜົນສຳເລັດຢ່າງສູງ ແລະ ກໍເປັນນັກຊົກແຊ້ມໂລກ ທີ່ເຄີຍມີຊີວິດຕົກຕ່ຳທີ່ສຸດ ຈົນເຄີຍຕິດຄຸກມາແລ້ວ 3 ຄັ້ງ ຈາກຄະດີຂົ່ມຂືນ, ຄະດີທຳຮ້າຍຮ່າງກາຍ ແລະ ຄະດີຢາເສບຕິດ. ນອກຈາກນີ້ ຍັງເຄີຍກາຍເປັນບຸກຄົນລົ້ມລະລາຍ ຈາກທີ່ມີເງິນຫຼາຍຮ້ອຍລ້ານໂດລາ ຈາກຄວາມຟຸມເຟືອຍ ແລະ ຫຼົງໃຫຼໃນແສງສີສຽງຂອງລາວເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/