ມືຖືເກມມິ່ງ Black Shark 4 ກຽມເຜີຍໂສມໄວໆນີ້ ມາພ້ອມລະບົບສາກໄວ 120W ແບັດເຕີຣີ່ເຕັມໄວໃນ 15 ນາທີ


ມືຖືເກມມິ່ງ Black Shark 3S ເປີດຕົວໄປເມື່ອຊ່ວງເດືອນສິງຫາ 2020 ທີ່ຜ່ານມາ ແລະ ຄາດການວ່າໃນອີກບໍ່ດົນເຮົາໜ້າຈະໄດ້ເຫັນມືຖືເກມມິ່ງພາກຕົວຢ່າງ Black Shark 4 ເຜີຍໂສມດ້ວຍສະເປັກລະດັບໄຮເອັນຂອງປີ 2021 ຢ່າງແນ່ນອນ ຫຼັງຈາກທີ່ໄດ້ປ່ອຍໂປສເຕີຢ່າງເປັນທາງການຂອງມືຖືຮຸ່ນດັງກ່າວອອກມາ ພ້ອມຍັງມາອ່ອຍຄົນທີ່ມັກຫຼິ້ນເກມດ້ວຍສະເປັກແບັດເຕີຣີ່ຂະໜາດ 4500mAh ແລະ ລະບົບສາກໄວ 120W ທີ່ສາກເຕັມພາຍໃນເວລາ 15 ນາທີ.

ບໍລິສັດ Nanchang Black Shark Technology Co., Ltd ໄດ້ອອກມາໂພສຮູບໂປສເຕີຂອງ Black Shark 4 ພ້ອມກັບຂໍ້ມູນສະເປັກຂອງແບັດເຕີຣີ່ທີ່ຄວາມບັນຈຸຂະໜາດ 4500mAh ເຊິ່ງກໍອາດບໍ່ໄດ້ Surprise ປານໃດເພາະຢູ່ໃນລະດັບປົກກະຕິຂອງ Smart Phone Android ທົ່ວໄປເທົ່ານັ້ນ… ແຕ່ສິ່ງທີ່ Surprise ແທ້ໆກໍຄືລະບົບການສາກໄວຂອງມືຖືຮຸ່ນນີ້ທີ່ສູງສຸດເຖິງ 120W ໄດ້ອ້າງໄວ້ວ່າສາມາດສາກແບັດເຕີຣີ່ຈາກ 0% – 100% ໄດ້ພາຍໃນເວລາບໍ່ເຖິງ 15 ນາທີ.

ແລະ ແນ່ນອນວ່າຈະຕ້ອງມາພ້ອມກັບຊິບລະດັບໄຮເອັນຄື Snapdragon 888 ເພາະໃນງານ Snapdragon Tech Summit Digital ທາງ Qualcomm ໄດ້ອອກມາເປີດເຜີຍລາຍຊື່ບໍລິສັດທີ່ຈະໃຊ້ຊິບຕົວດັ່ງກ່າວ ເຊິ່ງໜຶ່ງໃນນັ້ນກໍຄື Black Shark ນັ້ນເອງ  ນອກຈາກນີ້ຍັງມີການຄາດການວ່າມືຖືຮຸ່ນນີ້ຈະໃຊ້ໜ້າຈໍຄວາມລະອຽດ 1080p Refresh ສູງເຖິງ 144Hz ອີກດ້ວຍ.

ແຕ່ເຖິງຢ່າງກໍຕາມ  ຕອນນີ້ຍັງບໍ່ມີຂໍ້ມູນສະເປັກອື່ນໆຢ່າງເປັນທາງການຂອງ Black Shark 4 ອອກມາແຕ່ຄາດການວ່າຫຼັງຈາກນີ້ໜ້າຈະມີການເຜີຍຂໍ້ມູນອອກມາເລື້ອຍໆເພາະຖ້າຫາກ Black Shark ຍັງເອົາຊ່ວງເວລາເປີດຕົວຂອງຮຸ່ນທີ່ແລ້ວຢູ່ເຮົາອາດຈະໄດ້ເຫັນການເປີດຕົວໃນຊ່ວງເດືອນມີນາ 2021 ນີ້ກໍໄດ້. ທີ່ມາ: https://droidsans.com/poster-black-shark-4-gaming-phone-reveal/