ມາຮູ້ຈັກກັບ 6 ແຫຼ່ງພະລັງງານທາງເລືອກສຳລັບລົດ


ລົດ ຫຼື ຍານພາຫະນະທີ່ນຳໃຊ້ຫຼາຍໃນປັດຈຸບັນນີ້ ແມ່ນນຳໃຊ້ນ້ຳມັນກາຊວນ ແລະ ແອັດຊັງເພື່ອຂັບເຄື່ອນ, ແຕ່ໃນປັດຈຸບັນ ເຮົາເຫັນໄດ້ວ່າພະລັງງານສຳລັບລົດນັ້ນມີຫຼາຍຂຶ້ນ ໂດຍສະເພາະເມື່ອຕ້ອງຄຳນຶງເຖິງຜົນກະທົບຂອງລົດຕໍ່ກັບສິ່ງແວດລ້ອມ, ຕ້ອງຈຳກັດການປ່ອຍອາຍກາກບອນ, ຜູ້ນຳໃຊ້ລົດກໍຊອກຫາແຫຼ່ງພະລັງງານສຳລັບລົດທີ່ຍືນຍົງ ແລ້ວພະລັງງານງານທາງເລືອກນັ້ນ ມີຫຍັງແດ່?

  1. ໄຮໂດຣເຈນ (Hydrogen)

ໄຮໂດຣເຈນມີຢູ່ຢ່າງມະຫາສານ ໃນສະພາບແວດລ້ອມຂອງເຮົາ ໃນນ້ຳ ແລະ ສິ່ງທຳມະຊາດອື່ນໆ. ດັ່ງນັ້ນ ມັນຈຶ່ງເປັນສິ່ງທີ່ຫາໄດ້ງ່າຍ ແລະ ຖືກນຳມາໃຊ້ເພື່ອໃຫ້ພະລັງງານແກ່ລົດທີ່ນຳໃຊ້ໄຟຟ້າ (Fuel cell electric vehicles-FCEVs). ສິ່ງທີ່ໜ້າສົນໃຈກ່ຽວກັບລົດປະເພດນີ້ແມ່ນ ປະສິດທິພາບຂອງລົດ, ຄວາມໄວ ແລະ ລະບົບການປ່ອຍອາຍ ເຊິ່ງຈະມີແຕ່ນ້ຳ ແລະ ອາຍອຸ່ນ (warm air) ທີ່ອອກມາ.

ການສະກັດເອົາໄຮໂດຣເຈນນັ້ນ ຕ້ອງໄດ້ຜ່ານຂະບວນການບໍ່ໜ້ອຍ, ສະນັ້ນ ຈຶ່ງເຮັດໃຫ້ໄຮໂດຣເຈັນ ມີພະລັງງານໜ້ອຍກວ່ານ້ຳມັນກາຊວນ ຫຼື ແອັດຊັງ. ນອກນັ້ນ ກໍຍັງຈະຕ້ອງມີພື້ນຖານໂຄງລ່າງ ທີ່ຮອງຮັບການໃຊ້ພະລັງງານປະເພດນີ້, ຕ້ອງມີການຕິດຕັ້ງເຄື່ອງຈັກ ຫຼື ສູນ ເພື່ອເຕີມພະລັງງານ ເຊິ່ງມັນເປັນຂະບວນການທີ່ນຳໃຊ້ເງິນຫຼາຍ ແລະ ຫຍຸ້ງຍາກ ຈຶ່ງເຮັດໃຫ້ລົດໄຟຟ້າ FCEV ຍັງບໍ່ເຂົ້າເຖິງຕະຫຼາດໃຫຍ່ເທື່ອ.

2. ໄຟຟ້າ

ໄດ້ມາໂດຍກົງຈາກຕາຂ່າຍໄຟຟ້າ ແລະ ແຫຼ່ງພະລັງງານໄຟຟ້າອື່ນໆ. ໄຟຟ້າຖືວ່າເປັນພະລັງງານທີ່ມີປະສິດທິພາບສູງ ເຊິ່ງເຮົາກໍມີພື້ນຖານໂຄງລ່າງດ້ານນີ້ຢູ່ແລ້ວ ເຮັດໃຫ້ເຮົາສາມາດເຂົ້າເຖິງໄຟຟ້າໄດ້ຢ່າງສະດວກ. ພະລັງງານໄຟຟ້າຖືກບັນຈຸໄວ້ໃນໝໍ້ໄຟ ທີ່ສາມາດສາກໄດ້ຂອງລົດທີ່ນຳໃຊ້ໄຟຟ້າ ແລະ ລົດ (Plug-in hybrid electric vehicles – PHEVs). ເວລາເຜົາໄໝ້ແລ້ວ ມັນກໍປ່ອຍອາຍຄາບອນອອກ (CO2) ມາສູ່ອາກາດ ໜ້ອຍກວ່ານ້ຳມັນເຊື້ອໄຟ.

ໃນລົດທີ່ນຳໃຊ້ສອງລະບົບ ໄຟຟ້າ ແລະ ນ້ຳມັນເຊື້ອໄຟ, ໄຟຟ້າຈະເຮັດໜ້າທີ່ແທນນ້ຳມັນ ໃນຕອນສະຕາດລົດ, ຕອນຂັບລົດບໍ່ໄວ ແລະ ຕອນມອດລົດ. ເຊັ່ນດຽວກັນກັບລົດ PHEVs ທີ່ນຳໃຊ້ໄຟຟ້າເພື່ອເປັນພະລັງງານຕອນຂີ່ໄກໆ ເຮັດໃຫ້ບໍ່ໄດ້ປ່ອຍອາຍກາກບອນ ໃນຕອນທີ່ລົດແລ່ນດ້ວຍພະລັງງານຂອງໝໍ້ໄຟ (battery power).

ເຖິງແມ່ນວ່າ ໄຟຟ້າຈະມີລາຄາຖືກກວ່ານ້ຳມັນເຊື້ອໄຟຫຼາຍ ແຕ່ລາຄາຂອງລົດໄຟຟ້ານັ້ນ ມີລາຄາສູງກວ່າລົດປົກກະຕິທີ່ໃຊ້ນຳ້ມັນເຊື້ອໄຟຫຼາຍເທົ່າ ແລະ ກໍຍັງເປັນທີ່ຖົກຖຽງກັນຢູ່, ເພາະໄຟຟ້າສ່ວນໃຫຍ່ ມາຈາກການເຜົາໄໝ້ຖ່ານຫີນ ຫຼື ອາຍແກສທຳມະຊາດອື່ນໆ ກໍຍັງມີຄຳຖາມກ່ຽວກັບ Carbon footprint ທີ່ຕ້ອງຄຳນຶງຢູ່.  

Carbon footprint ແມ່ນຫຍັງ? ມັນແມ່ນປະລິມານລວມຂອງອາຍແກສເຮືອນແກ້ວ ແລະ CO2 ທີ່ປ່ອຍອອກຈາກຜະລິດຕະພັນຕະຫຼອດວົງຈອນຊີວິດ ນັບຕັ້ງແຕ່ການໄດ້ມາຂອງວັດຖຸດິບ, ການຂົນສົ່ງ, ການປະກອບ, ການໃຊ້ງານ ແລະ ການຈັດການຊາກຜະລິດຕະພັນຫຼັງໃຊ້ງານ ເຊິ່ງຄຳນວນອອກມາທຽບເທົ່າກັບ CO2.

3. ນ້ຳມັນກາຊວນສະກັດຈາກທຳມະຊາດ (Biodiesel)

ໄດ້ມາຈາກສິ່ງເສດເຫຼືອທີ່ສາມາດຍ່ອຍສະຫຼາຍໄດ້ ໄດ້ຈາກແຫຼ່ງທີ່ມາທີ່ບໍ່ເປັນພິດ ເຊັ່ນ ນ້ຳມັນຈາກພືດ, ຈາກສັັັັັດ ຫຼື ນ້ຳມັນຈາກຮ້ານອາຫານ ເຊິ່່ງສາມາດເຜົາໄໝ້ ແລະ ນຳໃຊ້ຢ່າງໝູນວຽນໄດ້. ນ້ຳມັນຊະນິດນີ້ ມີຫຼາຍຮູບແບບເຊັ່ນ: ແບບ B5 ແມ່ນ ນ້ຳມັນຈາກທຳມະຊາດ 5% ແລະ ນ້ຳມັນກາຊວນປົກກະຕິ 95% ຫຼື B100 ເຊິ່ງແມ່ນນ້ຳມັນສະກັດຈາກທຳມະຊາດທັງໝົດ.

ລົດທີ່ນຳໃຊ້ນ້ຳມັນປະເພດນີ້ ຍັງປ່ອຍສານ CO2  ອອກມາ ແຕ່ສານເຫຼົ່ານັ້ນທີ່ອອກມາກໍຈະຖືກບັນດາພືດທີ່ສາມາດນຳໄປຜະລິດນ້ຳມັນໄບໂອດີເຊວນັ້ນດູດຊຶມເອົາຄືນ, ດັ່ງນັ້ນ ຈຶ່ງຖືວ່າ ເປັນປະເພດພະລັງງານທາງເລືອກທີ່ສະອາດກວ່ານ້ຳມັນເຊື້ອໄຟ. ແຕ່ນ້ຳມັນໄບໂອດີເຊວຍັງບໍ່ເປັນທີ່ແຜ່ຫຼາຍ ຍ້ອນກຳລັງການຜະລິດຍັງມີຈຳກັດ ຈຶ່ງເຮັດໃຫ້ລາຄານ້ຳມັນ ໂດຍສະເພາະ B100 ມີລາຄາສູງກວ່ານ້ຳມັນເຊື້ອໄຟແອັດຊັງ ແລະ ກາຊວນ ທັງນີ້ທັງນັ້ນ ກໍຍັງຂຶ້ນກັບຕະຫຼາດ ແລະ ທີ່ຕັ້ງພູມສັນຖານ.

ນອກຈາກນີ້ ນ້ຳມັນໄບໂອດີເຊວຍັງໃຫ້ພະລັງງານຕໍ່າກວ່ານ້ຳມັນເຊື້ອໄຟແບບປົກກະຕິ 10% ໝາຍຄວາມວ່າ ລົດທີ່ນຳໃຊ້ນ້ຳມັນໄບໂອດີເຊວນັ້ນຕ້ອງໃຊ້ນ້ຳມັນຫຼາຍກວ່າລົດທີ່ໃຊ້ນ້ຳມັນກາຊວນທົ່ວໄປ.

4. ເອຕາໂນນ

ເອຕາໂນນ, ນ້ຳມັນຈາກທາດເຫຼົ້າ, ຜະລິດໂດຍວັດຖຸດິບທີ່ສາມາດໝູນວຽນໄດ້ ເຊັ່ນ: ພືດຈຳພວກ ສາລີ, ເຂົ້າບາເລ ແລະ ເຂົ້າວີດ. ໃນປັດຈຸບັນ ມີການນຳໃຊ້ຫຼາຍຮູບແບບແຕ່ E10 ແມ່ນແບບທີ່ພົບເຫັນໄດ້ຫຼາຍ (10% ເອຕາໂນນ ແລະ 90% ນຳ້ມັນແອັດຊັງ). ນອກນັ້ນ ກໍມີ ແບບ E15 ທີ່ນຳໃຊ້ໃນອຸດສາຫະກຳຕັ້ງແຕ່ປີ 2001 ເປັນຕົ້ນມາ ແລະ E85 ຫຼື flexible fuel ທີ່ສາມາດນຳໃຊ້ ນຳ້ມັນແອັດຊັງ ຫຼື ນ້ຳມັນແອັດຊັງປົນກັບເອຕາໂນນ 85%.

ເອຕາໂນນ ກໍຄ້າຍກັບນ້ຳມັນໄບໂອດີເຊວທີ່ວ່າ ພືດທີ່ໃຊ້ຜະລິດພະລັງງານເຫຼົ່ານີ້ ແມ່ນສາມາດດຸ່ນດຽງ (offset) ອາຍກາກບອນ CO2 ທີ່ຖືກເຜົາໄໝ້ອອກມາ. ດັ່ງນັ້ນ ເອຕາໂນນຈຶ່ງເປັນຕົວເລືອກທີ່ດີ ບໍ່ກໍ່ໃຫ້ເກີດມົນລະພິດທາງອາກາດ.

ເມື່ອມາເບິ່ງຂອດການຜະລິດເອຕາໂນນ ພັດເຫັນວ່າ ມັນນຳໃຊ້ພະລັງງານຫຼາຍ ຊັບພະຍາກອນທີ່ນຳໃຊ້ແມ່ນບໍ່ສາມາດໝູນວຽນໄດ້ ເຊິ່ງກະທົບຕໍ່ລາຄາຂອງອາຫານ ແລະ ເກີດຄວາມສິ້ນເປືອງ ແລະ ມີໂອກາດກໍ່ໃຫ້ເກີດ CO2 ໃນຂະບວນການຜະລິດ ແລະ ຖ້າເບິ່ງໃນດ້ານການນຳໃຊ້ພະລັງງານ ກໍເຫັນວ່າ ນ້ຳມັນທີ່ໄດ້ຈາກເອຕາໂນນ ມີພະລັງງານໜ້ອຍກວ່ານ້ຳມັນປົກກະຕິເຖິງ 1/3, ໝາຍຄວາມວ່າ ໃນອັດຕານ້ຳມັນເທົ່າກັນນັ້ນ ລົດທີ່ນຳໃຊ້ເອຕາໂນນຈະແລ່ນໄດ້ໜ້ອຍກວ່າລົດທີ່ນຳໃຊ້ນ້ຳມັນແອັດຊັງທຳມະດາ.

5. ອາຍແກສທຳມະຊາດ (Natural gas)

ການນຳໃຊ້ອາຍແກສທຳມະຊາດ ເພື່ອເປັນພະລັງງານໃຫ້ແກ່ຍານພາຫະນະນັ້ນ ມີ 2 ຮູບແບບ ຄື CNG (Compressed Natural Gas) ແລະ LNG (Liquefied Natural Gas). CNG ແມ່ນການນຳເອົາອາຍແກສທຳມະຊາດມາບີບອັດໃຫ້ເຫຼືອໜ້ອຍກວ່າບໍລິມາດ 1% ຂອງມັນຕາມແຮງດັນໃນອາກາດປົກກະຕິ ແລະ ມີປະສິດທິພາບດ້ານພະລັງງານທຽບເທົ່າແອັດຊັງ. ໃນທາງກັບກັນ LNG ແມ່ນອາຍແກສທຳມະຊາດໃນຮູບແບບທາດແຫຼວ ທີ່ຈະນຳໃຊ້ສຳລັບລົດບັນທຸກ ໜັກ-ປານກາງ ທີ່ຕ້ອງເດີນທາງໄກ.

ອາຍແກສທຳມະຊາດແມ່ນມີຢູ່ທົ່ວທຸກມຸມໂລກ ເຊິ່ງສາມາດນຳໃຊ້ສຳລັບຄົວເຮືອນ ແລະ ເໝົາໄໝ້ໄດ້ຢ່າງສະອາດ ແຕ່ສ່ວນໃຫຍ່ອາຍແກສທຳມະຊາດແມ່ນແບບ fossil fuel – ຜະລິດຕະພັນທີ່ເກີດຈາກການສະສົມເປັນຫຼາຍໆລ້ານປີ ເຊິ່ງເປັນຂະບວນການທີ່ຍາວນານ ຈຶ່ງບໍ່ແປກທີ່ພະລັງງານຊະນິດນີ້ຈະເຮັດໃຫ້ມີການເຜົາໄໝ້ໄດ້ໄວໃນເວລານຳໃຊ້ເປັນພະລັງງານຂອງລົດ, ດັ່ງນັ້ນ ຈຶ່ງມີການຫ້າມບໍ່ໃຫ້ນຳໃຊ້ໃນທາງການຄ້າ. ນອກຈາກນີ້ິ້ ອາຍແກສທຳມະຊາດຍັງປ່ອຍທາດມີເທນ (methane) ທີ່ເປັນອັນຕະລາຍອອກສູ່ຊັ້ນບັນຍາກາດ ຊຶ່ງເປັນອາຍແກສອັນຕະລາຍຮ້າຍແຮງກວ່າ CO2 21 ເທົ່າ ແລະ ການເກັບຮັກສາອາຍແກສທຳມະຊາດຍັງເປັນພາລະ ແລະ ມີຄ່າໃຊ້ຈ່າຍສູງ ມັນຕ້ອງຖືກຮັກສາໄວ້ໃນລະດັບອຸນຫະພູມທີ່ເໝາະສົມ.

6. ໂປຣເພນ (propane)

ໂປຣເພນ ຫຼື ອາຍແກສຜະລິດຕະພັນນ້ຳມັນທີ່ເປັນທາດແຫຼວ, ແມ່ນຜະລິດຕະພັນສຳຮອງທີ່ໄດ້ຈາກຂະບວນການປຸງແຕ່ງອາຍແກສທຳມະຊາດ ແລະ ການກັ່ນຕອງນ້ຳມັນດິບ. ມັນບໍ່ມີສີ ແລະ ຈະລະເຫີຍເປັນອາຍໃນຂະບວນການເຜົາໄໝ້, ມັນຄືກັນກັບໄຟຟ້າ ເຮົາສາມາດເຂົ້າເຖິງໄດ້ງ່າຍ ຫາກມີພື້ນຖານໂຄງລ່າງທີ່ເອື້ອອຳນວຍ. ເຮົານຳໃຊ້ໂປຣເພນພາຍໃນຄົວເຮືອນ ແລະ ໃນລະບົບເຮັດນ້ຳຮ້ອນ, ຕຸ້ເຢັນ ແລະ ໃຫ້ພະລັງງານແກ່ບັນດາອຸປະກອນໃນທາງອຸດສາຫະກຳ. ມັນເຜົາໄໝ້ສະອາດ ເຮັດໃຫ້ບໍ່ເປັນພິດເປັນໄພຕໍ່ກັບ ດິນ, ໜ້ານ້ຳ ຫຼື ນ້ຳໃນພື້ນດິນ ເຊິ່ງເປັນຕົວເລືອກທີ່ດີເພື່ອເປັນແຫຼ່ງພະລັງງານ, ທີ່ສຳຄັນໄປກວ່ານັ້ນແມ່ນມີລາຄາຖືກ ແລະ ໃຫ້ພະລັງງານຫຼາຍ.

ລົດທີ່ໃຊ້ ໂປຣເພນ ກໍຄ້າຍໆ ກັບລົດທີ່ໃຊ້ພະລັງງານໄຟຟ້າ ລາຄາລົດນັ້ນແພງຫຼາຍ ເຖິງແມ່ນວ່າແຫຼ່ງພະລັງງານນັ້ນມີລາຄາຖືກ. ເວລາເຜົາໄໝ້ ມັນກໍພາໃຫ້ມີອາຍຄາຣ໌ບອນໜ້ອຍກວ່ານຳ້ມັນກາຊວນ ແລະ ແອັດຊັງ ແຕ່ມັນພັດປ່ອຍມີເທນອອກມາ.

ສະຫຼຸບລວມແລ້ວ ແຫຼ່ງພະລັງງານສຳລັບລົດ ນອກຈາກນ້ຳມັນກາຊວນ ແລະ ນ້ຳມັນແອັດຊັງ ທີ່ເຮົາຮູ້ຈັກກັນດີ ແລະ ນຳໃຊ້ມາຢ່າງດົນນານແລ້ວນັ້ນ ຍັງມີແຫຼ່ງພະລັງງານອື່ນທີ່ສາມາດໃຊ້ທົດແທນກັນໄດ້ ຄື ໄຮໂດຣເຈນ, ໄຟຟ້າ, ໄບໂອດີເຊວ, ເອຕາໂນນ, ອາຍແກັດທຳມະຊາດ ແລະ ໂປຣເພນ. ແຕ່ລະປະເພດແຫຼ່ງພະລັງງານ ມີຂໍ້ດີ ຂໍ້ເສຍ ຕ່າງກັນ. ສຳລັບ ສປປ ລາວ ເອງ ກໍຍັງບໍ່ມີທາງເລືອກຫຼາກຫຼາຍ. ລົດທີ່ນຳໃຊ້ໄຟຟ້າ ທີ່ເຮົາເຫັນໄດ້ຫຼາຍ ກໍມີສະເພາະລົດສອງລໍ້ ແລະ ລົດຂົນສົ່ງບຸກຄົນ ສ່ວນລົດສີ່ລໍ້ ຮັບໃຊ້ສ່ວນຕົວ ກໍຍັງບໍ່ມີເທື່ອ ຫຼື ຖ້າມີ ກໍຍັງບໍ່ຫຼາຍ. 

ທີ່ມາ: