ຟິນແລນ ຄອງແຊ້ມປະເທດທີ່ມີຄວາມສຸກໃນໂລກ 6 ປີຊ້ອນ! ສ່ວນປະເທດລາວຕິດອັນດັບທີ 89

ຟິນແລນ-ຄອງແຊ້ມປະເທດທີ່ມີຄວາມສຸກ

ປະເທດຟິນແລນ ກາຍເປັນປະເທດທີ່ມີຄວາມສຸກໃນໂລກ ຫຼັງຈາກມີລາຍງານຄວາມສຸກໂລກປະຈຳປີ 2023 ຕາມປະກາດຂອງສະຫະປະຊາຊາດທີ່ໃນທຸກໆຂອງວັນທີ 20 ມີນາ ຈະມີການປະກາດການຈັດອັນປະເທດທີ່ມີຄວາມສຸກທົ່ວໂລກ ໂດຍການຈັດອັນດັນຈະລວບລວມຂໍ້ມູນຈາກຫຼາຍໆແຫ່ງຕາມຕົວຊີ້ວັດ 6 ຢ່າງຄື: ການສະໜັບສະໜູນສັງຄົມ, ລາຍໄດ້, ສຸຂະພາບ, ເສລີພາບ, ຄວາມເອື້ອເຟື້ອເຜື່ອແຜ່ ແລະ ການປາສະຈາກການທຸຈະລິດ.

ຟິນແລນ-ຄອງແຊ້ມປະເທດທີ່ມີຄວາມສຸກ

ຜົນຂອງການຈັດອັນດັບໃນຄັງນີ້ເຮັດໃຫ້ຟິນແລນ ກາຍເປັນປະເທດທີ່ມີຄວາມສຸກ 6 ປີຊ້ອນ ແລະ ອັນດັບທີ 2 ຕົກເປັນຂອງປະເທດເດນມາກ, ອັນດັບ 3 ແມ່ນ ປະເທດ ໄອແລນ ແລະ ປະເທດມີຄວາມສຸກໜ້ອຍທີ່ສຸດໃນໂລກແມ່ນ ປະເທດອັບການິສຖານ. ສ່ວນປະເທດລາວແມ່ນຖືກຈັດຢູ່ອັນດັບ 89 ສູງກວ່າປີ 2022 ທີ່ຢູ່ອັນດັບທີ 95.

ຟິນແລນເປັນປະເທດທີ່ໄດ້ຊື່ວ່າປະຊາຊົນໄດ້ຮັບສະຫວັດດີການທີ່ຄອບຄຸມ ມີຄວາມໄວ້ວາງໃຈຕໍ່ຝ່າຍການເມືອງ ແລະ ໄດ້ຮັບຄວາມເລື່ອມລ້ຳໃນສັງຄົມໜ້ອຍຫຼາຍຫາກນັບຈາກປະຊາກອນທີ່ມີຮອດ 5,5 ລ້ານຄົນ.

ຟິນແລນ-ຄອງແຊ້ມປະເທດທີ່ມີຄວາມສຸກ

ຢ່າງໃດກໍຕາມ ສິ່ງທີ່ເຮັດໃຫ້ຟິນແລນຍັງຄອງແຊ້ມມາໄດ້ຄືລະບົບສະຫວັດດີການທີ່ດີ ແລະ ການແກ້ໄຂບັນຫາເລື່ອງເງິນເຟີ້ ພ້ອມຈັດການໂຄວິດ-19 ໄດ້ດີນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/