ພືດຜັກທີ່ຂາຍຢູ່ຕະຫຼາດ ແຂວງບໍ່ແກ້ວ ແມ່ນນຳເຂົ້າມາຈາກຕ່າງປະເທດ 70%


ທ່ານ ວັນໄຊ ແກ້ວກາງເພັງ ຫົວໜ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຜ່ານມາທາງຂະແໜງແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ ສິດໜ້າທີ່ຂອງຕົນ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງແລະ ຂັ້ນເມືອງ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ຕົ້ນຕໍແມ່ນ ສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມຂອງຂະແໜງອຸດສາຫະກຳ ແລະ ການຄ້າມີຈຳນວນ 8 ໝວດ ແລະ 23 ລາຍການ. ໄດ້ແຕ່ງຕັ້ງໜ່ວຍງານເຮັດໜ້າທີ່ບົດບາດຄຸ້ມຄອງຕະຫຼາດ, ສິນຄ້າລາຄາໃນການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ຄະນະຈັດສັນຕະຫຼາດ ເພື່ອຕິດຕາມການເໜັງຕີງ ຂອງສະພາບລາຄາຕາມກົນໄກຕະຫຼາດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ  ໂດຍບໍ່ສົມເຫດສົມຜົນ ຫຼື ເອົາປຽບຜູ້ຊົມໃຊ້.

ການຄຸ້ມຄອງລາຄາສິນຄ້າທາງພະແນກໄດ້ເຮັດສອງບົດບາດຫຼັກ ຄື: ຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການ ທີ່ຂຶ້ນກັບຂະແໜງການຕົນ ແລະ ເປັນໃຈກາງປະສານງານວຽກງານຄຸ້ມຄອງລາຄາສິນຄ້າ ແລະ ບໍລິການທີ່ຂຶ້ນກັບຂະແໜງການອື່ນ. ຜ່ານມາໄດ້ເອົາໃຈໃສ່ລົງຕິດຕາມການສະໜອງ, ການຈໍາໜ່າຍ ແລະ ລາຄາຂາຍຍົກ-ຂາຍຍ່ອຍທີ່ຂຶ້ນ-ລົງແບບຜິດປົກກະຕິ ຕົ້ນຕໍແມ່ນສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ ແລ້ວອອກມາດຕະການແກ້ໄຂໃນແຕ່ລະໄລຍະເພື່ອຄວບຄຸມ ສະພາບການເພີ່ມຂຶ້ນແບບກ້າວກະໂດດຂອງລາຄາສິນຄ້າທີ່ກະທົບໄວເຊັ່ນ: ຊີ້ນສັດ ແລະ ເຂົ້າກິນ

ທ່ານ ວັນໄຊ ແກ້ວກາງເພັງ ຍັງກ່າວອີກວ່າ: ປັດຈຸບັນສັງເກດເຫັນວ່າມີການເໜັງຕີງເພີ່ມຂຶ້ນເກືອບທຸກລາຍການໃນຂອບເຂດທົ່ວປະເທດ, ເວົ້າສະເພາະກໍຄືລາຄາສິນຄ້າພາຍໃນແຂວງບໍ່ແກ້ວໂດຍສະເພາະໝວດສະບຽນອາຫານ ປະເພດລາຍການສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມ ແລະ ບໍ່ນອນຢູ່ໃນລາຍການຄວບຄຸມ ເປັນຕົ້ນແມ່ນ ສິນຄ້າທີ່ມີຄວາມຈຳເປັນຕໍ່ການດໍາລົງຊີວິດປະຈໍາວັນ ໂດຍທຽບໃສ່ ເດືອນ 5 ປີຜ່ານມາເຫັນວ່າເຂົ້າກິນ ລາຄາສະເລ່ຍລວມເໜັງຕີງເພີ່ມຂຶ້ນ 15,59% ຊີ້ນສັດເພີ່ມຂຶ້ນ 15,42%, ສ່ວນປະເພດ ນໍ້າປາ, ນໍ້າສະອິ້ວ, ແປ້ງນົວ ແລະ ນໍ້າມັນພືດ ເພີ່ມຂຶ້ນ 25,43% ແລະ ປະເພດພືດຜັກ ເພີ່ມຂຶ້ນ 13,41%.

ຕໍ່ກັບການເພີ່ມຂຶ້ນຂອງລາຄາດັ່ງກ່າວ ກໍເຫັນວ່າມີຫຼາຍສາເຫດ ໂດຍສະເພາະແມ່ນ ສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ ສ່ວນໃຫຍ່ແມ່ນການນຳເຂົ້າຈາກຕ່າງປະເທດ, ສາເຫດຫຼັກທີ່ເຮັດໃຫ້ລາຄາສິນຄ້າເໜັງຕີງເພີ່ມຂຶ້ນ ແມ່ນມາຈາກການເໜັງຕີງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ. ພາຍໃນຕະຫຼາດເທສະບານ ປັດຈຸບັນນີ້ພຶດຜັກທີ່ນໍາເຂົ້າມາຂາຍກວມເກືອບ 70% ແມ່ນນຳເຂົ້າມາຈາກຕ່າງປະເທດ, ສ່ວນພືດຜັກພາຍໃນແມ່ນມີພຽງບາງລາຍການເທົ່ານັ້ນ, ສະນັ້ນລາຄາຊື້-ຂາຍ ພືດຜັກ ຈຶ່ງເໜັງຕີງໄປຕາມປະເທດຕົ້ນທາງ ທີ່ນຳເຂົ້າ ແລະ ຜົນກະທົບຈາກອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ມີການເໜັງຕີງເພີ່ມຂຶ້ນ ໂດຍສະເພາະແມ່ນສະກຸນເງິນບາດ ໂດຍທຽບໃສ່ໄລຍະທ້າຍເດືອນ 4 ຜ່ານມາເຫັນວ່າເພີ່ມຂຶ້ນ 1,14 % ແລະ ທຽບໃສ່ເດືອນ 5 ປີ 2022 ເພີ່ມຂຶ້ນ 16,26%.

ໄປຄຽງຄູ່ກັບການສະໜອງພາຍໃນ ພື້ນຖານການຜະລິດ ຍັງມີຈຳນວນໜ້ອຍ, ຜົນຜະລິດແມ່ນຕາມລະດູການ ບາງໄລຍະມີຜົນຜະລິດຫຼາຍ ຫຼື ໜ້ອຍ ບາງປະເພດພືດຜັກແມ່ນບໍ່ມີເລີຍ ໂດຍສະເພາະໃນລະດູຝົນ. ສະນັ້ນ, ຈຶ່ງເຮັດໃຫ້ການສະໜອງພືດຜັກພາຍໃນເລີ່ມໜ້ອຍລົງ ແຕ່ກົງກັນຂ້າມຄວາມຕ້ອງການບໍລິໂພກກັບມື້ເພີ່ມຂຶ້ນ ບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້.

ຂໍ້ມູນຈາກ: https://cutt.ly/RwwbC1AV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/