ພັກກ້າວໄກ ນຳສົມຣົດເທົ່າທຽມ-ຮັບຮອງອັດຕະລັກທາງເພດເຂົ້າສະພາທັນທີ ພ້ອມປະກາດເປັນເຈົ້າພາບ World Pride 2028


ພິທາ ລິ້ມຈະເຣີນຣັດ ຫົວໜ້າພັກກ້າວໄກ ຮ່ວມງານ Pride ພ້ອມເລັ່ງຍື່ນກົດໝາຍສົມຣົດເທົ່າທຽມ ຮັບຮອງອັດຕະລັກທາງເພດເຂົ້າສະພາທັນທີ ພ້ອມຈະເອົາ ບາງກອກ ໃຫ້ເປັນເຈົ້າພາບ World Pride 2028 ທີ່ຈະມາເຖິງມານີ້.

ເມື່ອວັນທີ 29 ພຶດສະພາ 2023 ເວລາ 16:00 ໂມງ ທີ່ສະກາຍວໍຫໍສິລະປະວັດທະນະທຳແຫ່ງ ບາງກອກ ທ່ານ ພິທາ ລິ້ມຈະເຣີນຣັດ ຫົວໜ້າພັກກ້າວໄກ ຮ່ວມແຄັມເປນ The Road to Bangkok Pride 2023 ໂດຍໃນກິດຈະກຳດັ່ງກ່າວ ຍັງມີຜູ້ວ່າ ບາງກອກ ທ່ານ ຊັດຊາດ ສິດທິພັນ ເຂົ້າຮ່ວມດ້ວຍ.

ໂດຍທ່ານ ພິທາ ໄດ້ກ່າວວ່າ ໃນຖານະຜູ້ຈັດຕັ້ງລັດຖະບານ ແລະ ຖານະວ່າທີ່ນາຍົກລັດຖະມົນຕີຄົນຕໍ່ໄປ ເລື່ອງນີ້ບໍ່ແມ່ນພຽງແຕ່ Pride Month ເທົ່ານັ້ນ ແຕ່ນີ້ແມ່ນ Pride Always, ແນ່ນອນວ່າມື້ນີ້ເຮົາມາສະເຫຼີມສະຫຼອງ ມີສິລະປິນຫຼາຍກວ່າ 80 ທ່ານ ທີ່ມາສ້າງຄວາມຕື່ນຮູ້ໃຫ້ກັບສັງຄົມໄທ ພວກເຮົາຈະມາສື່ສານກັບພີ່ນ້ອງປະຊາຊົນວ່າຈະມີງານ Bangkok Pride ທີ່ຈະເກີດຂຶ້ນໃນວັນທີ່ 4 ມິຖຸນາ 2023 ນີ້.

“ມື້ນີ້ພວກເຮົາມາຮ່ວມໃຈລະຫວ່າງລັດຖະບານຊຸດໃໝ່ກັບທາງບາງກອກ ນຳກິດຈະກຳລະດັບໂລກ World Pride ມາຈັດທີ່ ບາງກອກ ໃນປີ 2028 ຕໍ່ຈາກ Sydney, Washington DC ແລະ Amsterdam ໃຫ້ໄດ້” ພ້ອມຍັງກ່າວອີກວ່າ ຄວາມສຳຄັນຂອງງານນີ້ ບໍ່ແມ່ນພຽງແຕ່ເສດຖະກີດ, ການທ່ອງທ່ຽວ ແຕ່ຄືການສ້າງຄວາມຄຳນຶງຮູ້ໃຫ້ສັງຄົມ ຄວາມເປັນຄົນເທົ່າກັນ ສັກສີເສລີພາບທຸກຄົນຕ້ອງເທົ່າກັນ ໂດຍໃນ MOU ຈັດຕັ້ງລັດຖະບານກໍມີເນື້ອຫາດັ່ງກ່າວ ແລະ ໃນ45 ຮ່າງກົດໝາຍທີ່ເຮົາກຽມສະເໜີເຂົ້າສະທັນທີຢ່າງໜ້ອຍ 2 ຮ່າງກົດໝາຍ ກ່ຽວກັບປະເດັນຄວາມສະເໝີພາກ ໄດ້ແກ່ກົດໝາຍສົມຣົດເທົ່າທຽມ ແລະ ກົດໝາຍຮັບຮອງອັດຕະລັກທາງເພດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/