ຜົນວິໄຈລະບຸ PM 2.5 ສາມາດເຮັດໃຫ້ຢີນຂອງເຮົາກາຍພັນ ອາດກໍ່ໃຫ້ເກີດມະເຮັງປອດໄດ້

ຜົນວິໄຈລະບຸ-pm-2-5-ສາມາດເຮັດໃຫ້ຢີນ

ໃນທຸກມື້ນີ້ ຂະນະທີ່ບ້ານເມືອງເຮົາເຕັມໄປດ້ວຍຝຸ່ນ PM 2.5 ທີ່ກໍາລັງສົ່ງຜົນກະທົບຕໍ່ຕົວເຮົາ ທັງໄລຍະສັ້ນ ແລະ ໄລຍະຍາວ ຮ້າຍແຮງໄປກວ່ານັ້ນ ຜົນວິໄຈລະບຸວ່າ PM 2.5 ທີ່ເຮົາສູດດົມເຂົ້າໄປທຸກມື້ນີ້ ສາມາດເຮັດໃຫ້ຢີນຂອງເຮົາກາຍພັນ ອາດເປັນເຫດກໍ່ໃຫ້ເກີດມະເຮັງປອດໄດ້.

ຂໍ້ມູນໃໝ່ຈາກການຄົ້ນຄວ້າໃນກອງປະຊຸມການແພດນານາຊາດ ສະມາຄົມການແພດຢູໂຣບ (ESMO) ໄດ້ລະບຸວ່າ ມົນລະພິດຂອງລະອອງ PM 2.5 ແມ່ນມີຄວາມສ່ຽງຕໍ່ການກາຍພັນຂອງຢີນຊະນິດ EGFR ແລະ KRAS ເພີ່ມຂຶ້ນໃນຈຸລັງທາງເດີນຫາຍໃຈ ເຊິ່ງນໍາໄປສູ່ການເປັນມະເຮັງປອດ.

ໂດຍສາເຫດຫຼັກໆ ທີ່ກໍ່ໃຫ້ເກີດໂຣກມະເຮັງປອດແມ່ນ ການສູບຢາ ຫຼື ການຢູ່ໃກ້ຊິດກັບຄົນທີ່ສູບຢາ, ການເຮັດວຽກທີ່ມີການສຳຜັດກັບແຮ່ໃຍຫີນໃນຮູບແບບຕ່າງໆ ແລະ ການສົ່ງຕໍ່ຜ່ານພັນທຸກຳເປັນຕົ້ນ. ມະເຮັງປອດມີທັງໝົດ 4 ໄລຍະຫຼັກ ໂດຍຄົນເຈັບສ່ວນໃຫຍ່ມັກມາກວດ ແລະ ພົບເຫັນແມ່ນຢູ່ໃນລະດັບທີ 4 ເຊິ່ງມະເຮັງມັນໄດ້ລຸກລາມໄປໄກແລ້ວ ສົ່ງຜົນໃຫ້ການປິ່ນປົວມັກຈະບໍ່ໄດ້ຜົນດີ.

ຜົນວິໄຈລະບຸ-pm-2-5-ສາມາດເຮັດໃຫ້ຢີນ

ໂດຍສາເຫດທີ່ມັກພາໃຫ້ເກີດ ຝຸ່ນ PM 2.5 ກໍຄື ຄວັນພິດຈາກທໍ່ລົດ ຈາກການຂົນສົ່ງຄົມມະນາຄົມ, ຄວັນ ແລະ ຝຸ່ນທີ່ເກີດຈາກການເຜົາໄໝ້ຢູ່ສະຖານທີ່ເປີດ ເຊັ່ນ: ການຈູດຂີ້ເຫຍື້ອ, ການເຜົາປ່າ ຫຼື ເຜົາຫຍ້າ ແລະ ຝຸ່ນລະອອງຈາກໂຮງງານອຸດສາຫະກຳຕ່າງໆ. ນອກຈາກນີ້ກໍຍັງມີປັດໄຈຕ່າງໆອີກ ເຊັ່ນ: ການເຮັດປະຕິກິລິຍາເຄມີເທິງອາກາດ ໂດຍມີສານເຄມີກຸ່ມ Sulfur ຫຼື ກຸ່ມ Nitrogen ແລະ Ammonia ເປັນສານຕັ້ງຕົ້ນ ລວມທັງສານເຄມີຕ່າງໆ ສານທີ່ເປັນອັນຕະລາຍເຊັ່ນ: mercury, cadmium, arsenic, polycyclic aromatic hydrocarbons ແລະ ສານກໍ່ມະເຮັງອີກຈຳນວນຫຼາຍ.

ຜົນວິໄຈລະບຸ-pm-2-5-ສາມາດເຮັດໃຫ້ຢີນ

ວິທີປ້ອງກັນຈາກຝຸ່ນ PM 2.5 ກໍມີຢູ່ 3 ວິທີ ຫຼັກໆ ຄື: ໃຊ້ໜ້າກາກທີ່ມີຄຸນະພາບເຊັ່ນ: N95. ຖ້າບໍ່ມີ, ອາດຈະຕ້ອງໃສ່ໜ້າກາກເປັນ 2 ຊັ້ນ, ແຕ່ໃສ່ໜ້າກາກ ຄວນໃສ່ດ້ວຍຄວາມຖືກຕ້ອງ, ກໍຄື ຄວນຈະໃສ່ໃຫ້ແນບຕິດກັບໃບໜ້າທຸກສ່ວນ; ຄວນຈະຢູ່ໃນອາຄານ, ເຮືອນ ຫຼື ພື້ນທີ່ປິດ ແທນທີ່ຈະຢູ່ນອກຫຼືຢູ່ໃນພື້ນທີ່ເປີດ ເນື່ອງຈາກວ່າມີໂອກາດໜ້ອຍທີ່ຈະສໍາຜັດກັບຂີ້ຝຸ່ນ; ຄວນເປີດເຄື່ອງຟອກອາກາດທີ່ມີຄວາມສາມາດກັ່ນຕອງຂີ້ຝຸ່ນ PM 2.5 ໃນກໍລະນີທີ່ບໍ່ໄດ້ເປີດເຄື່ອງປັບອາກາດ. ຄວນເປີດພັດລົມພ້ອມກັບເຄື່ອງຟອກອາກາດ ໂດຍປິດຫ້ອງໃຫ້ແຈບ ເພື່ອປ້ອງກັນ ອາກາດພາຍນອກທີ່ຈະເຂົ້າມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/