ຜົນວິໄຈຊີ້ ເນື້ອຫາທີ່ເປັນອັນຕະລາຍເທິງ TikTok ມັກຈະສະແດງໃຫ້ເດັກນ້ອຍເຫັນຢູ່ຫຼາຍຄັ້ງ

ຜົນວິໄຈຊີ້-ເນື້ອຫາທີ່ເປັນອັນຕະລາຍ

TikTok ເອີ້ນໄດ້ວ່າເປັນແພລັດຟອມວິດີໂອຍອດນິຍົມອັນດັບຕົ້ນໆຂອງໂລກ ເນື່ອງຈາກຄອນເທັ້ນຈາກ TikTok ມີຫຼາກຫຼາຍຮູບແບບທີ່ຜູ້ໃຊ້ສາມາດເລືອກເສບໄດ້ຕາມຄວາມມັກ ຫຼື ຄວາມສົນໃຈ ແຕ່ສຳລັບເດັກນ້ອຍແລ້ວເບິ່ງຄືວ່າ TikTok ຈະເປັນພື້ນທີ່ທີ່ບໍ່ເໝາະສົມອີກຕໍ່ໄປ ເພາະຜົນວິໄຈຫຼ້າສຸດລະບຸວ່າ ທຸກໆ 2-8 ນາທີ TikTok ສະແດງເນື້ອຫາທີ່ເປັນອັນຕະລາຍໃຫ້ເດັກນ້ອຍ ແລະ ໄວໜຸ່ມໄດ້ເຫັນຢູ່ຫຼາຍຄັ້ງ.

ຜົນວິໄຈຊີ້-ເນື້ອຫາທີ່ເປັນອັນຕະລາຍ

ຜົນງານວິໄຈໃໝ່ນີ້ ພົບວ່າ TikTok ແພລັດຟອມຊື່ດັງ ແມ່ນເຕັມໄປດ້ວຍເນື້ອຫາອັນຕະລາຍສຳລັບເດັກນ້ອຍ ແລະ ໄວໜຸ່ມ ເພາະພຽງແຕ່ເລື່ອນໜ້າຈໍ TikTok ພາຍໃນພຽງບໍ່ຈັກນາທີ ເນື້ອຫາທີ່ກ່ຽວກັບການຂ້າຕົວຕາຍ, ພຶດຕິກຳການກິນອາຫານແບບຜິດປົກກະຕິ ແລະ ເນື້ອຫາທີ່ເວົ້າເຖິງ Body image ແລະ ໄວໜຸ່ມ.

ຜົນວິໄຈຊີ້-ເນື້ອຫາທີ່ເປັນອັນຕະລາຍ

ຜົນການສຶກສານີ້ເປັນຂອງນັກວິໄຈຈາກ ສູນຕ້ານຄວາມກຽດຊັງດິຈິຕອນ (Center for Countering Digital Hate ຫຼື CCDH) ເຊິ່ງເປັນອົງກອນບໍ່ສະແຫວງຫາຜົນກໍາໄລໃນອັງກິດແລະ ສະຫະລັດອາເມຣິກາ ໂດຍພວກເຂົາໄດ້ລົງວິໄຈ ເຊິ່ງເລີ່ມຈາກການສ້າງບັນຊີ TikTok ຈຳນວນໜຶ່ງໃນສະຫະລັດ, ອັງກິດ, ແຄນາດາ ແລະ ອອສເຕຣເລຍ. ບັນຊີເຫຼົ່ານັ້ນໄດ້ຕັ້ງຄ່າອາຍຸໄວ້ທີ່ 13 ປີ ແລະ ເຮັດຄືວ່າພວກເຂົາສົນໃຈເນື້ອຫາກ່ຽວກັບ ‘Body image’ ແລະ ສຸຂະພາບຈິດ ດ້ວຍການຢຸດເບິ່ງວິດີໂອໃນໄລຍະເວລາໜຶ່ງ ແລະ ກົດ Like.

ຜົນວິໄຈຊີ້-ເນື້ອຫາທີ່ເປັນອັນຕະລາຍ

ຜົນຈາກການເຮັດແບບນັ້ນ CCDH ບອກວ່າ ມັນເຮັດໃຫ້ພວກເຂົາບໍ່ສະບາຍໃຈຢ່າງຍິ່ງ ເພາະເນື່ອງຈາກ ພາຍໃນ 2,6 ນາທີ TikTok ຈະເລີ່ມແນະນຳເນື້ອຫາກ່ຽວກັບການຂ້າຕົວຕາຍ, ພາຍໃນ 8 ນາທີ TikTok ຈະເລີ່ມແນະນຳເນື້ອຫາກ່ຽວກັບພຶດຕິກຳການກິນອາຫານທີ່ຜິດປົກກະຕິ ແລະ ທຸກໆ 39 ວິນາທີ TikTok ຈະແນະນຳວິດິໂອທີ່ເວົ້າເຖິງ ‘Body image’ ແລະ ສຸຂະພາບຈິດຂອງໄວໜຸ່ມ.

ຜົນວິໄຈຊີ້-ເນື້ອຫາທີ່ເປັນອັນຕະລາຍ

CCDH ລະບຸວ່າຜົນທີ່ໄດ້ຈາກການວິໄຈຄື “ຝັນຮ້າຍຂອງພໍ່ແມ່ທຸກໆຄົນ” ເພາະເປັນສະຖານະການທີ່ຄົນຮຸ່ນໃໝ່ຖືກຍັດຢຽດດ້ວຍເນື້ອຫາອັນຕະລາຍທີ່ເຕັມໄປໝົດ ເຊິ່ງຈະສົ່ງຜົນກະທົບສະສົມຕໍ່ການເບິ່ງໂລກຂອງພວກເຂົາ ແລະ ສຸຂະພາບທັງທາງກາຍ ແລະ ຈິດຂອງພວກເຂົາໄດ້. ທັງນີ້ ອັລກໍຣິທຶມ (algorithm) ຂອງ TikTok ແມ່ນເຮັດວຽກດ້ວຍການເຕີມໜ້າຟີດໄປເລື້ອຍໆ ດ້ວຍການສັນຫາເນື້ອຫາທີ່ຄິດວ່າຈະເຂົ້າກັບເຮົາ ຈາກການກົດ Like, ກົດຕິດຕາມ, ເວລາທີ່ໃຊ້ເບິ່ງ ແລະຄວາມສົນໃຈຂອງຜູ້ໃຊ້.

“ມັນຄືກັນກັບວ່າເຈົ້າຕິດຢູ່ໃນຫ້ອງທີ່ເຕັມໄປດ້ວຍແວ່ນທີ່ມີຄວາມບິດບ້ຽວ ເປັນບ່ອນທີ່ເຈົ້າຖືກບອກຕະຫຼອດວ່າເຈົ້າຂີ້ຮ້າຍ, ດີບໍ່ພໍ ຫຼື ອາດຈະຖືກບອກໃຫ້ເຈົ້າໄປຂ້າຕົວຕາຍ” ອິມຣານ ອາເມັດ (Imran Ahmed) CEO ຂອງ CCDH “ມັນຄືການສົ່ງຂໍ້ຄວາມທີ່ອັນຕະລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ໃຫ້ກັບເຍົາວະຊົນເລີຍ”.

ຜົນວິໄຈຊີ້-ເນື້ອຫາທີ່ເປັນອັນຕະລາຍ

ທັງນີ້ ໃຜມີລູກຫຼານທີ່ອາຍຸຍັງນ້ອຍ ແລະມັກເສບຄອນເທັ້ນຈາກ TikTok ຄວນເຝົ້າຕິດຕາມ ແລະ ໃຫ້ຄຳແນະນຳຢ່າງໃກ້ຊິດ ເພາະຄອນເທັ້ນອັນຕະລາຍດັ່ງກ່າວມັນມີຜົນຄ້າງຄຽງໃນການສະແດງພຶດຕິກໍາ, ການຮຽນແບບ ຫຼື ເຮັດຕາມ ຍິ່ງໄປກວ່ານັ້ນອາດຈະສົ່ງຜົນກະທົບຕໍ່ຈິດໃຈຂອງເດັກໃນໄລຍະຍາວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/