ຜົນການວິໄຈບົ່ງຊີ້ວ່າ ມົນລະພິດທາງອາກາດ ເຮັດໃຫ້ແມ່ຍິງມີໂອກາດຫຼຸລູກ


ຈາກການສຶກສາຄັ້ງໃໝ່ໃນວາລະສານ The Lancet Planetary Health ນັກວິໄຈພົບວ່າ ມົນລະພິດຈາກຝຸ່ນລະອອງໃນປະເທດອິນເດຍ, ປາກີສະຖານ ແລະ ບັງກະລາເທດ ອາດຈະຢູ່ເບື້ອງຫຼັງການຫຼຸລູກໃນທ້ອງ ແລະ ການຫຼຸລູກຫຼາຍແສນຄົນຕໍ່ປີຂອງແມ່ຍິງ.

ດຣ.ເທົາຊູ ນັກວິໄຈຈາກມະຫາວິທະຍາໄລປັກກິ່ງຂອງປະເທດຈີນກ່າວວ່າ: ຈາກການຮວບຮວມຂໍ້ມູນການສຳຫຼວດສຸຂະພາບ ແລະ ຄົວເຮືອນຕັ້ງແຕ່ປີ 1998-2016 ຈາກແມ່ຍິງໃນປະເທດອິນເດຍ, ປາກີສະຖານ ແລະ ບັງກະລາເທດ ທີ່ສູນເສຍການຖືພາຢ່າງໜ້ອຍໜຶ່ງຄັ້ງ ແລະ ການກຳເນີດລູກໜຶ່ງຄັ້ງ, ແມ່ຍິງໃນອາຊີໃຕ້ມີອັດຕາການຫຼຸລູກສູງທີ່ສຸດ ແລະ ເປັນໜຶ່ງໃນພູມີພາກທີ່ມີມົນລະພິດ PM 2.5 ຫຼາຍທີ່ສຸດໃນໂລກ.

ຄຸນະພາບຂອງອາກາດທີ່ບໍ່ດີ ອາດຈະເປັນສາເຫດຂອງການຫຼຸລູກ ປະກອບດ້ວຍອະນຸພາກຂະໜາດນ້ອຍຫຼາຍໃນອາກາດທີ່ເປັນພິດ, ມີຜົນກະທົບຕໍ່ສຸຂະພາບເຊັ່ນ: ບັນຫາລະບົບທາງເດີນຫາຍໃຈ ແລະ ການພັດທະນາສະໝອງໃນເດັກນ້ອຍ, ພັດທະນາການຂອງຕົວອ່ອນໃນທ້ອງແມ່ ແລະ ຄາບອນໄດອອກໄຊຍັງມີຄວາມກ່ຽວຂ້ອງກັບການຕາຍຂອງເດັກໃນທ້ອງ.

PM 2.5 ທີ່່ເພີ່ມຂຶ້ນ 10 ໄມໂຄຣກຼາມຕໍ່ແມັດກ້ອນ ຍັງເພີ່ມໂອກາດການຫຼຸລູກອີກ 3% ແມ່ຍິງທີ່ສູງອາຍຸໃນຊົນນະບົດ ຫຼື ແມ່ຍິງຈາກໃນເມືອງມີຄວາມສ່ຽງຫຼາຍທີ່ສຸດ, ​ນັກວິໄຈຍັງຄາດການວ່າ ຕັ້ງແຕ່ປີ 2000- 2016 ການຫຼຸລູກ 349,681 ຄັ້ງ ກ່ຽວຂ້ອງກັບມົນລະພິດທາງອາກາດທີ່ເພີ່ມຂຶ້ນເກີນມາດຕະຖານຂອງອິນເດຍ ນັບເປັນ 7% ຂອງການຫຼຸລູກທັງໝົດໃນຊ່ວງເວລານັ້ນ, ນອກຈາກນີ້ ຍັງພົບມົນລະພິດທາງອາກາດເຮັດໃຫ້ມີຜູ່ເສຍຊີວິິດ 1.67 ລ້ານຄົນຕໍ່ໍ່ປີ ເຊິ່ງເປັນຈຳນວນຫຼາຍທີ່ສຸດໃນໂລກ.

ທີ່ມາ: http://www.onep.go.th/env_data/2021/8-%e0%b8%a1%e0%b8%81%e0%b8%a3%e0%b8%b2%e0%b8%84%e0%b8%a1-2564-%e0%b8%9c%e0%b8%a5%e0%b8%a7%e0%b8%b4%e0%b8%88%e0%b8%b1%e0%b8%a2%e0%b8%8a%e0%b8%b5%e0%b9%89%e0%b8%a1%e0%b8%a5%e0%b8%9e%e0%b8%b4%e0%b8%a9/