ຜູ້ປົກຄອງໃນອິນໂດເນເຊຍບໍ່ພໍໃຈຢ່າງໜັກ ຫຼັງຈາກທີ່ໂຮງຮຽນ ປ່ຽນເວລາໃຫ້ນັກຮຽນໃຫ້ເຂົ້າຮຽນ ແຕ່ 5 ໂມງເຊົ້າ

ຜູ້ປົກຄອງໃນອິນໂດເນເຊຍ

5 ໂມງເຊົ້າ ເປັນເວລາທີ່ຫຼາຍໆຄົນຄົງຈະຫາກໍຕື່ນເພື່ອກຽມຕົວມາເລີ່ມມື້ໃໝ່ ຫຼື ແມ່ນແຕ່ບາງຄົນກໍອາດຈະຍັງບໍ່ໄດ້ນອນ ແຕ່ສຳລັບເດັກມັດທະຍົມໃນເມືອງແຫ່ງໜຶ່ງຂອງປະເທດອິນໂດເນເຊຍ ທີ່ 5 ໂມງ 30 ຕອນເຊົ້າແມ່ນຕ້ອງມີໜ້າພ້ອມຮຽນໃນວິຊາທຳອິດແລ້ວ.

ໂຄງການດັ່ງກ່າວ ໄດ້ມີການລິເລີ່ມກັບນັກຮຽນມັດທະຍົມປີທີ 6 ຂອງໂຮງຮຽນມັດທະຍົມ 10 ແຫ່ງ ໃນເມືອງ ກູປັງ ທາງພາກຕາເວັນອອກຂອງອິນໂດເນເຊຍ ເປັນການທົດລອງເພື່ອໃຫ້ນັກຮຽນມີເວລາເລີ່ມເຂົ້າຮຽນ ແລ້ວມີເວລາພັກຜ່ອນໃນຕອນບ່າຍຫຼາຍຂຶ້ນ ພ້ອມທັງເປັນການເຝິກວິໄນໃຫ້ກັບນັກຮຽນ.

ແຕ່ໂຄງການ ຫຼື ຄວາມຄິດດັ່ງກ່າວແມ່ນໄດ້ຖືກວິພາກວິຈານ ຈາກບັນດາຜູ້ປົກຄອງຂອງນັກຮຽນຢ່າງໜັກ ເພາະລູກໆຂອງພວກເຂົາຕ່າງກໍຮູ້ສຶກເມື່ອຍເມື່ອກັບມາຮອດເຮືອນ. ປົກກະຕິແລ້ວ ໂຮງຮຽນມັດທະຍົມທົ່ວໄປໃນອິນໂດເນເຊຍ ແມ່ນຈະເລີ່ມຮຽນໃນເວລາ ປະມານ 6-7 ໂມງເຊົ້າ.

ຜູ້ປົກຄອງໃນອິນໂດເນເຊຍ

ແຮມບູ ອາຕາ ແມ່ຂອງນັກຮຽນຜູ້ໜຶ່ງລະບຸວ່າ: “ມັນຍາກລຳບາກຫຼາຍ ຕອນທີ່ພວກເຂົາຕ້ອງອອກຈາກເຮືອນໃນຂະນະທີ່ຟ້າຍັງມືດຢູ່ ເຊິ່ງຂ້ອຍຮັບບໍ່ໄດ້ ເພາະມັນອັນຕະລາຍຫຼາຍທີ່ເດັກນ້ອຍຕ້ອງອອກໄປໂຮງຮຽນໃນສະພາບບັນຍາກາດແບບນັ້ນ”.

“ລູກຂ້ອຍຕ້ອງຕື່ນແຕ່ 4 ໂມງເຊົ້າ ເພື່ອກຽມລົດຈັກອອກໄປຮຽນ ແລະ ລາວກັບມາເຮືອນທຸກຄັ້ງກໍມັກຈະເມື່ອຍຈົນນອນຫຼັບໄປຕະຫຼອດ”

ມາເຊວ ໂຣບັອດ ຜູ້ຊ່ຽວຊານດ້ານການສຶກສາຈາກມາະຫາວິທະຍາໄລ ນູຊາເຊນດານາ ກ່າວວ່າ: “ການອົດນອນອາດເປັນອັນຕະລາຍຕໍ່ສຸຂະພາບຂອງເດັກ ແລະ ເຮັດໃຫ້ເກີດການປ່ຽນແປງພຶດຕິກຳໄດ້  ພວກເຂົາຈະນອນພຽງບໍ່ເທົ່າໃດຊົ່ວໂມງເທົ່ານັ້ນ ແລະ ສິ່ງນີ້ເປັນຄວາມສ່ຽງທີ່ຮ້າຍແຮງຕໍ່ສຸຂະພາບຂອງພວກເຂົາ”

ຜູ້ປົກຄອງໃນອິນໂດເນເຊຍ

ເຖິງແມ່ນວ່າ ຫຼາຍອົງກອນຈະຮຽກຮ້ອງໃຫ້ ລັດຖະບານກາງເຂົ້າໄປແຊກແຊງໂຄງການດັ່ງກ່າວ ແລະ ໃຫ້ຍຸຕິລົງ ເພື່ອຄວາມປອດໄພຂອງເດັກນ້ອຍ ແຕ່ຢ່າງໃດກໍຕາມ ລັດຖະບານທ້ອງຖິ່ນຍັງຄົງເຮັດການປັບປ່ຽນເວລາຮຽນຕໍ່ໄປ ເຖິງແມ່ນວ່າຈະຖືກວິຈານຢ່າງຮຸນແຮງກໍຕາມ ແຖມຍັງຂະຫຍາຍໄປຫາໜ່ວຍງານການສຶກສາໃນທ້ອງຖິ່ນ ໂດຍໃຫ້ພະນັກງານລັດໃນທ້ອງຖິ່ນເລີ່ມເຮັດວຽກຂອງມື້ໃໝ່ ໃນຕອນເຊົ້າເວລາ 5:30.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/