ປູຕິນ ພົບປະກັບ ສີຈິ້ນຜິງ ພ້ອມຊີ້ວ່າ ແຜນສັນຕິພາບຂອງຈີນ ອາດຢຸດສົງຄາມໄດ້ແທ້ ແຕ່ ຕາເວັນຕົກ ແລະ ຢູເຄຣນ ຍັງບໍ່ພ້ອມສຳລັບສັນຕິພາບ


ໃນລະຫວ່າງວັນທີ 20 ຫາ 22 ມີນານີ້ ທົ່ວໂລກ ກໍາລັງຈັບຕາເບິ່ງຢ່າງໃກ້ຊິດ ກັບການພົບກັນ ລະຫວ່າງ ສີຈິ້ນຜິງ ຜູ້ນຳຂອງຈີນ ແລະ ວະລາດິເມຍ ປູຕິນ ຜູ້ນຳສູງສຸດຂອງ ຣັດເຊຍ ພາຍໃຕ້ຄວາມຫວັງທີ່ວ່າ ຈະເຫັນສັນຕິພາບໃນພາກພື້ນຢູເຄຣນ ໃນໄວໆນີ້. ໂດຍຫຼັງພົບກັນ ວາລາດິເມຍ ປູຕິນ ຊີ້ວ່າ ແຜນສັນຕິພາບທັງ 12 ຂໍ້ທີ່ທາງການຈີນສະເໜີມານັ້ນ ອາດໃຊ້ຫຼັກການພື້ນຖານໃນການຢຸດສົງຄາມໄດ້ ແຕ່ການທີ່ຈະດຳເນີນຕາມແຜນດັ່ງກ່າວໃຫ້ສຳເລັດນັ້ນ ທັງ ຕາເວັນຕົກ ແລະ ຢູເຄຣນ ແມ່ນຕ້ອງມີຄວາມພ້ອມເສຍກ່ອນ.

ໂດຍທາງ ສີຈິ້ນຜິງ ໄດ້ເດີນທາງໄປຢາມ ປູຕິນ ທີ່ຣັດເຊຍ ຢ່າງເປັນທາງການ ຕັ້ງແຕ່ວັນທີ 20 ມີນາ ທີ່່ຜ່ານມາ ເພື່ອຫາລືເຖິງຄວາມສຳພັນຂອງທັງສອງຝ່າຍ ແລະ ການແກ້ໄຂບັນຫາຂໍ້ຂັດແຍ້ງໃນສົງຄາມຣັດເຊຍ-ຢູເຄຣນ. ທ່າມກາງຄວາມບໍ່ໄວ້ວາງໃຈຈາກທາງຝ່າຍຕາເວັນຕົກ ທີ່ກັງວົນວ່າ ຈີນນັ້ນ ບໍ່ໄດ້ມີເຈດຕະນາ ຊ່ວຍຢູເຄຣນແທ້ ແລະ ມີທ່າທີ່ອ່ຽງໄປທາງຜົນປະໂຫຍດຂອງ ຣັດເຊຍຫຼາຍກວ່າ.

ໂດຍທາງ  ວະລາດິເມຍ ປູຕິນ ລະບຸວ່າ: “ຫຼາຍຂໍ້ກຳນົດໃນແຜນສັນຕິພາບ ທີ່ຊຸກຍູ້ໂດຍຈີນນັ້ນ ສາມາດໃຊ້ເປັນພື້ນຖານໃນການຫາທາງອອກຢ່າງສັນຕິວິທີ ເມື່ອຢູເຄຣນ ແລະ ຕາເວັນຕົກ ມີຄວາມພ້ອມສຳລັບມັນ ແຕ່ມາຮອດຕອນນີ້ ຍັງບໍ່ເຫັນຄວາມພ້ອມໃດໆເລີຍກ່ຽວກັບເລື່ອງນີ້ ຂອງພວກເຂົາ”

ເຊິ່ງຂໍ້ສະເໜີສັນຕິພາບ 12 ຂໍ້ ທີ່ທາງການຈີນໄດ້ສະເໜີໄປ ເມື່ອໄລຍະເດືອນກຸມພາທີ່ຜ່ານມານັ້ນ ແມ່ນໄດ້ຮຽກຮ້ອງໃຫ້ ຝ່າຍຂອງ ຣັດເຊຍ ແລະ ຢູເຄຣນ ຢຸດຍິງ ແລະ ເປີດໂຕະເພື່ອເຈລະຈາກັນໃຫ້ໄວທີ່ສຸດ ແລະ ເຄົາລົບອະທິປະໄຕຂອງກັນ ແລະ ກັນ ແຕ່ບໍ່ມີຂໍ້ໃດທີ່ຮຽກຮ້ອງໃຫ້ຣັດເຊຍ ຖອນທະຫານອອກຈາກ ຢູເຄຣນ.

ທາງດ້ານຂອງ ສີຈິ້ນຜິງ ກໍກ່າວວ່າ ລັດຖະບານ ປັກກິ່ງ ສະໜັບສະໜູນສັນຕິພາບ ແລະ ການເປີດໂຕະເຈລະຈາລະຫວ່າງກັນ ພ້ອມເນັ້ນຢໍ້າວ່າຈີນມີຈຸດຢືນທີ່ເປັນກາງຕໍ່ຄວາມຂັດແຍ້ງໃນຢູເຄຣນ. ທ່າມກາງຄວາມຕັ້ງໃຈຂອງຈີນ ທີ່ຕ້ອງການມີພາບລັກຂອງຜູ້ສົ່ງອອກສັນຕິພາບ ໃຫ້ກັບໂລກໃບນີ້.

     ສ່ວນໃນທາງດ້ານຂອງ ເຊເລັນສະກີ້ ຜູ້ນຳ ຢູເຄຣນ ກໍເຜີຍວ່າໄດ້ເຊິີນຈີນສຳລັບການໂອ້ລົມຫາລືໃນການແກ້ໄຂບັນຫາ ແລະ ກຳລັງຖ້າຄຳຕອບຈາກປັກກິ່ງ ໂດຍເຊເລັນສະກີ້ ລະບຸວ່າ: ເຮົາສະເໜີໃຫ້ຈີນກ້າວເຂົ້າມາເປັນຮຸ້ນສ່ວນໃນການບັງຄັບໃຊ້ສັນຕິພາບ ເຮົາເຊີນທ່ານມາໂອ້ລົມ ແລະ ເຮົາກຳລັງຖ້າຄຳຕອບຈາກທ່ານ” ແຕ່ຢ່າງໃດກໍຕາມ ທ່າທີ່ ແລະ ເງື່ອນໄຂ ໃນການເຈລະຈາຂອງ ຢູເຄຣນ ນັ້ນຍັງຢືນຢັນວ່າຣັດເຊຍຈະຕ້ອງຖອນທະຫານອອກຈາກດິນແດນຂອງຢູເຄຣນກ່ອນ ຈຶ່ງຈະຍອມເຈລະຈາ.

ການເດີນທາງມາຢ້ຽມຢາມ ຣັດເຊຍ ໃນການຊອກຫາສັນຕິພາບຄັ້ງນີ້ ຂອງສີຈິ້ນຜິງ ຖືກເບິ່ງວ່າເປັນແຮງສະໜັບສະໜູນສຳລັບ ປູຕິນ ຜູ້ທີ່ຖືກສານອາຍະການລະຫວ່າງປະເທດ ຫຼື ICC ອອກໝາຍຈັບ ແລະ ບໍ່ມີສັກກະຍາພາບພຽງພໍທີ່ຈະເປັນຕົວກາງທີ່ມີຄວາມເທົ່າທຽມ ທີ່ຈະມອບສັນຕິພາບໃຫ້ກັບໂລກນີ້.

ການພົບກັນຄັ້ງນີ້ຂອງທັງ ສີຈິ້ນຜິງ ແລະ ປູຕິນ ນອກຈາກການຫາລືເລື່ອງ ຢູເຄຣນ ແລ້ວ ທັງສອງຍັງໄດ້ຫາລືກ່ຽວກັບດ້ານການຄ້າ ພະລັງງານ ແລະ ຄວາມສຳພັນທາງການເມືອງລະຫວ່າງສອງຊາດ. ໂດຍທັງສອງໄດ້ບັນລຸຂໍ້ຕົກລົງກ່ຽວກັບແຜນທໍ່ສົ່ງກ໊າສຈາກຣັດເຊຍ ໄປຈີນ ໂດຍຜ່ານ ມົງໂກເຣຍ ນຳອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/