ປິດສາກ 12 ປີ! HoN ປິດໃຫ້ບໍລິການນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ


Garena HoN Thailand ປິດໃຫ້ບໍລິການເກມ HoN ນັບຕັ້ງແຕ່ ວັນທີ 20 ມິຖຸນາ 2022 ຫຼືວ່າ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຫຼັງມີການປະກາດອອກມາຕັ້ງແຕ່ປີ 2021 ແລະ ໄດ້ເລີ່ມປິດລະບົບຕ່າງໆລົງເລື້ອຍໆ ພ້ອມກັບຈັດກິດຈະກຳຕ່າງໆເພື່ອຂອບໃຈແຟນໆທີ່ຮ່ວມເດີນທາງກັນມາເປັນເວລາ 12 ປີ.

HoN ຫຼືວ່າ Heroes of Newerth ເປັນເກມແນວ MOBA ທີ່ໄດ້ຮັບຄວາມນິຍົມສູງໃນບ້ານເຮົາ ເອີ້ນໄດ້ວ່າເປັນ ນ້ອງໆຂອງ ເກມ Dota ເລີຍກໍວ່າໄດ້ ແຕ່ທຸກສິ່ງທຸກຢ່າງມີພົບກໍຕ້ອງມີຈາກ ຫຼັງເປີດໃຫ້ບໍລິການມາຕັ້ງແຕ່ ປີ 2010 ແລະ ໄດ້ຮ່ວມສ້າງຄວາມຊົງຈຳດີໆມາຕະຫຼອດ 12 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/