ປະເທດຢູກັນດາ ຜ່ານຮ່າງກົດໝາຍໃໝ່ ກຳນົດໃຫ້ການເປີດເຜີຍຕົນເອງເປັນ LGBTQ+ ແມ່ນເປັນຄວາມຜິດທາງອາຍາ


ສະພາ​ແຫ່ງ​ຊາດຢູກັນດາ ໜຶ່ງປະເທດໃນທະວີບອາຟຣິກາ ໄດ້​ຜ່ານ​ຮ່າງ​ກົດໝາຍ​ສະບັບ​ໃໝ່​ໃນ​ວັນ​ທີ 21 ມີນາ​ນີ້ ໂດຍກຳນົດ​ໃຫ້ການເປີດເຜີຍຣົດສະນິຍົມທາງເພດຕົນເອງເປັນ LGBTQIAN+ ແມ່ນຖືເປັນຄວາມຜິດທາງອາຍາ ໃນປະເທດແຫ່ງນີ້.

ໂດຍບັນດາຜູ້ສະໜັບສະໜູນຮ່າງກົດໝາຍສະບັບນີ້ ຊີ້ວ່າ ຮ່າງກົດໝາຍນີ້ຈະຈຳກັດສິດທິ ແລະ ກຳນົດບົດລົງໂທດຕໍ່ກິດຈະກຳຕ່າງໆຂອງກຸ່ມ LGBTQIAN+ ເຊິ່ງກິດຈະກໍາຂອງຄົນກຸ່ມນີ້ມັນໄດ້ຄຸກຄາມຄ່ານິຍົມດັ້ງເດີມໃນຢູກັນດາ ທີ່ມີຄວາມອະນຸລັກນິຍົມ ແລະ ເຄັ່ງຄັດໃນຫຼັກສາສະໜາ.

ກ່ອນໜ້ານີ້ທາງຢູກັນດາ ໄດ້ມີການບັງຄັບໃຊ້ກົດໝາຍແບນການມີເພດສຳພັນຂອງ LGBTQIAN+ ລວມເຖິງຫ້າມສົ່ງເສີມ ແລະ ສະໜັບສະໜູນກິດຈະກໍາ ຫຼື ການກະທໍາໃດໆ ທີ່ກ່ຽວຂ້ອງກັບປະເດັນດັ່ງກ່າວ ຖ້າຝ່າຝືນກົດລະບຽບຈະໄດ້ຮັບການລົງໂທດຢ່າງໜັກ ເຊິ່ງລວມເຖິງໂທດຈຳຄຸກຕະຫຼອດຊີວິດ ແລະ ປະຫານຊີວິດ.

ໂດຍຮ່າງກົດໝາຍດັ່ງກ່າວຈະຖືກສົ່ງຕໍ່ໄປທີ່ສຳນັກງານປະທານາທິບໍດີ ເພື່ອໃຫ້ປະທານປະເທດ ລົງນາມຮັບຮອງ ແລະ ບັງຄັບໃຊ້ກົດໝາຍ ເຊິ່ງ ມູເຊເວນີ ປະທານປະເທດຂອງຢູກັນດາ ຄົນປັດຈຸບັນ ເປັນຜູ້ນຳທີ່ສະແດງຈຸດຢືນຕໍ່ຕ້ານຄວາມຫຼາກຫຼາຍທາງເພດຂອງກຸ່ມ LGBTQIAN+ ນີ້ມາຕະຫຼອດ ພ້ອມມີຄໍາສັ່ງປາບປາມຜູ້ກະທໍາຜິດ ໃນປະເດັນນີ້ຢ່າງຈິງຈັງ.

ເຊິ່ງການເປັນ LGBTQIAN+ ແມ່ນຜິດກົດໝາຍຢູ່ໃນຫຼາຍປະເທດໃນອາຟຣິກາ ແລະ ມັກຈະຖືກແບ່ງແຍກຈາກຄົນໃນສັງຄົມອາຟຣິກາ. ​ແຕ່​ໃນ​ໄລຍະ 30 ປີ​ທີ່​ຜ່ານ​ມາ ໄດ້ມີປະມານ 10 ປະ​ເທດ​ໃນທະວີບອາ​ຟຣິກາ​ໄດ້​ປະກາດ​ຍົກ​ເລີກ​ກົດໝາຍ​ທີ່ບໍ່ທ່ຽງທຳ​ດັ່ງກ່າວ.

ໂດຍປະເທດກິນີ ເບເຊົາ (Guinea-Bissau) ເປັນປະເທດທຳອິດໃນພາກພື້ນທີ່ຍົກເລີກກົດໝາຍທີ່ວ່າການເປັນ LGBTQIAN+ ແມ່ນ ການກໍ່ອາຊະຍາກໍາ ໃນປີ 1993, ຕິດຕາມມາດ້ວຍອາຟຣິກາໃຕ້, ແຄັບເວີດ, ເລເຊໂທ, ເຊົາ ຕູເມ ແລະ ປຣິນຊີປີ (São Tomé and Príncipe), ໂມຊໍາບິກ (Mozambique), ເຊເຊວ (Seychelles), ບອດສະວານາ (Bots Swana), ກາບອງ (Gabon) ແລະ ແອງໂຈລາ (Angola).

ປັດຈຸບັນ ອາຟຣິກາໃຕ້ ເປັນພຽງປະເທດດຽວ ໃນພາກພື້ນທີ່ຜ່ານຮ່າງກົດໝາຍຈົດທະບຽນສົມຣົດເທົ່າທຽມ ຮັບຮອງການຈົດທະບຽນຄູ່ຊີວິດ ແລະ ໃຫ້ຊີວິດຄູ່ຮັກ LGBTQIAN+ ໃນການຮັບລ້ຽງລູກບຸນທຳຮ່ວມກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/