ນັກບູຮານຄະດີຄົ້ນພົບຮູບແກະສະຫຼັກ “ຜູ້ຊາຍກຳອະໄວຍະວະເພດ” ອາຍຸ 11.000 ປີ ເກົ່າແກ່ ແລະ ຫາພົບຍາກ

ນັກບູຮານຄະດີຄົ້ນພົບຮູບແກະສະຫຼັກ

ນັກບູຮານຄະດີປະເທດຕຸຣເຄຍ ຄົ້ນພົບຮູບແກະສະຫຼັກອາຍຸກວ່າ 11.000 ປີ ຢູ່ທາງຕາເວັນອອກສຽງໃຕ້ຂອງປະເທດໃນພູມີພາກເອີຟາ (Urfa) ຄາດວ່າເປັນສາກຂອງການເລົ່າເລື່ອງລາວທີ່ເກົ່າແກ່ທີ່ສຸດເທົ່າທີ່ເຄີຍມີການບັນທຶກມາ.

ອີເລມ ອອສໂດແກນ (Eylem Özdoğan) ນັກບູຮານຄະດີຈາກມະຫາວິທະຍາໄລອິສຕັນບູລ ຜູ້ຂຽນລາຍງານການຄົ້ນພົບລະບຸໄວ້ວ່າ ຮູບແກະສະຫຼັກນີ້ຢູ່ໃນຍຸກຫີນໃໝ່ ເຊິ່ງເປັນໄລຍະເວລາທີ່ມະນຸດກຳລັງປ່ຽນວິຖີຊີວິດໄປເຮັດສວນ ແລະ ຕັ້ງຖິ່ນຖານໄລຍະຍາວ ຢູ່ຫ່າງໄກຈາກແມ່ນ້ຳຍູເຟຣຕີສ (Euphrates) ໄປທາງຕາເວັນອອກປະມານ 56 ກິໂລແມັດ ແລະ ຫ່າງຈາກຊາຍແດນຊີເຣຍເໜືອ ປະມານ 32 ກິໂລແມັດ ສູງປະມານ 0,7-0,9 ແລະ 3,7 ແມັດ.

ນັກບູຮານຄະດີຄົ້ນພົບຮູບແກະສະຫຼັກ

ໃນດ້ານຂອງເທັກນິກ ແລະ ງານສີມືນັ້ນ ພາບນີ້ປຽບທຽບໄດ້ກັບພາບຍຸກກ່ອນເຄື່ອງປັ້ນດິນເຜົາອື່ນໆໃນພູມມີພາກນີ້ ພາບໄດ້ສະທ້ອນເຖິງຄວາມຊົງຈຳທີ່ຍັງຄົງມີຄຸນຄ່າຂອງຊຸມຊົນໄດ້, ຫຼັກຖານທາງບູຮານຄະດີສາມາດໃຫ້ຂໍ້ມູນບາງຢ່າງກ່ຽວກັບປະເພດຂອງສັງຄົມໃນອະດີດ ແຕ່ຫຼັກຖານທີ່ຊັດເຈນກວ່ານີ້ບໍ່ຫຼົງເຫຼືອຢູ່, ດັ່ງນັ້ນ ການຄົ້ນພົບນີ້ ຈຶ່ງໜ້າຕື່ນເຕັ້ນ ແລະ ອາດມີຄຳຕອບເພີ່ມຂຶ້ນໃນອະນາຄົດ ເນື່ອງຈາກນັກບູຮານຄະດີ ເລີ່ມຂຸດຄົ້ນໃນປີ 2021 ແລະ ຍັງເຫຼືອອີກເຄິ່ງທາງທີ່ຈະສຳຫຼວດຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/