ທົ່ງໄຫຫີນຄຶກຄື້ນ! 11 ເດືອນຜ່ານມາ ມີນັກທ່ອງທ່ຽວມາທ່ຽວຊົມ ທັງໝົດ 43.229 ຄົນ

ທົ່ງໄຫຫີນຄຶກຄື້ນ-ມີນັກທ່ອງທ່ຽວ

ທົ່ງໄຫຫີນ ຄຶກຄື້ນດ້ວຍນັກທ່ອງທ່ຽວ ໃນໄລຍະທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ຈັດຂຶ້ນຢ່າງເປັນທາງການໃນໄລຍະວັນທີ 13-22 ທັນວາ 2022.

ທ່ານ ໝອນ ນວນທະສິນ, ຮັກສາການຫົວໜ້າຫ້ອງການມໍລະດົກໂລກໄຫຫີນແຂວງຊຽງຂວາງ ໃຫ້ສໍາພາດວ່າ: ນັກທ່ອງທ່ຽວໄດ້ເຂົ້າໄປທ່ອງທ່ຽວທົ່ງໄຫຫີນ ເພີ່ມຂຶ້ນທົບເຄິ່ງໃນໄລຍະຊຽງຂວາງເກມ 2022 ເມື່ອທຽບໃສ່ກ່ອນໜ້ານີ້, ເນື່ອງຈາກຜູ້ໄປຊົມ-ໄປເຊຍກິລາ, ລວມເຖິງຄະນະນໍາ, ຄູເຝິກ ແລະ ນັກກິລາແຕ່ລະປະເພດຈາກພາກສ່ວນ, ນອກຈາກເຂົ້າຮ່ວມແຂ່ງຂັນ ຍັງໄດ້ຖືໂອກາດໄປທ່ຽວຊົມທົ່ງໄຫຫີນ ໂດຍສະເພາະທົ່ງໄຫຫີນ 1 ທີ່ຢູ່ບໍ່ໄກຈາກເທສະບານເມືອງແປກ ກໍຄື ເທສະບານແຂວງຊຽງຂວາງ.

ທົ່ງໄຫຫີນຄຶກຄື້ນ-ມີນັກທ່ອງທ່ຽວ

ທ່ານກ່າວຕື່ມວ່າ: ໃນວັນທີ 10 ກໍລະກົດ 2019 ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການຢູເນສໂກ ໄດ້ຈັດຂຶ້ນຢູ່ເມືອງບາກູ ປະເທດອາເຊີໄບຈານ ໄດ້ຮັບຮອງເອົາ “ໄຫຫີນ” ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ເຊິ່ງປະກອບມີແຫຼ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບ ໄດ້ກວມເອົາເນື້ອທີ່ຂະໜາດໃຫຍ່ ກວມເອົາ 4 ເມືອງຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ, ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັ່ງຢາຍກັນຢູ່, ເຊິ່ງໜ່ວຍໄຫຫີນມີຂະໜາດ 1-3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆ ລ້ວນແຕ່ແມ່ນຫຼັກຖານທີ່ໂດດເດັ່ນທີ່ສຸດສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຊຸມຊົນໃນສັງຄົມຍຸກເຫຼັກທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນເຫຼົ່ານັ້ນ ເຊິ່ງມີອາຍຸລະຫວ່າງ 2.500-3.000 ປີ.

ທົ່ງໄຫຫີນຄຶກຄື້ນ-ມີນັກທ່ອງທ່ຽວ

ໃນຈຳນວນ 15 ອົງປະກອບ ຂອງບັນດາແຫຼ່ງໄຫຫີນນັ້ນ ແມ່ນປະກອບມີ 5 ແຫຼ່ງໄຫຫີນໃຫຍ່ ຄື: ແຫລ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ຈາກນັ້ນ, ຍັງປະກອບມີ ແຫຼ່ງໄຫຫີນນ້ອຍ ເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມ ໝາຍສໍາຄັນທາງດ້ານຫຼັກຖານບູຮານຄະດີ, ສ່ວນອີກ 3 ແຫຼ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນໃຫ້ແກ່ແຫຼ່ງຕັດຫີນ ແລະ ແຫຼ່ງຜະລິດໄຫຫີນເຊັ່ນ: ແຫຼ່ງໄຫຫີນ 8, 21 ແລະ 12 ຕາມລໍາດັບ.

ອີງຕາມຂໍ້ມູນຫ້ອງການມໍລະດົກໂລກໄຫຫີນ ແຂກເຂົ້າ ມາທ່ຽວຊົມແຫຼ່ງມໍລະດົກໂລກໄຫຫີນ 11 ເດືອນປີ 2022 ທັງໝົດ 43.229 ຄົນ. ເຊິ່ງຮັກສາການຫົວໜ້າຫ້ອງ ການມໍລະດົກໂລກໄຫຫີນແຂວງຊຽງຂວາງ ເຊື່ອໝັ້ນວ່າຈາກການຖືກຮັບຮອງເປັນມໍລະດົກໂລກ ຈະເຮັດໃຫ້ທົ່ງໄຫຫີນກາຍເປັນສະຖານທີ່ທ່ອງທ່ຽວສໍາຄັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວພາຍໃນແຂວງຊຽງຂວາງ ນັບມື້ເພີ່ມຂຶ້ນ.

ຂອບໃຈຂໍ້ມູນຈາກ: https://bit.ly/3HIFd0l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/