ທະນາຄານແຫ່ງ ສປປ ລາວ ກຽມອອກສະກຸນເງິນດິຈິຕອລ ຂອງທະນາຄານກາງ ຫຼື CBDC ເພື່ອຫັນສູ່ເສດຖະກິດ ດິຈິຕອລ ໃນອະນາຄົດ

ທະນາຄານ

ເພື່ອເປັນການຫັນປ່ຽນໄປສູ່ລະບົບດິຈິຕອລໃນອະນາຄົດ ແລະ ໃຫ້ສອດຄ່ອງກັບຍຸດທະສາດຂະແໜງການເງິນ-ເງິນຕາ ແລະ ຍຸດທະສາດການພັດທະນາລະບົບການຊໍາລະ ຂອງຂະແໜງການທະນາຄານ-ການເງິນ ໄລຍະ 5 ປີ, ກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ Soramitsu ປະເທດຍີ່ປຸ່ນຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການດໍາເນີນການຈັດຕັ້ງປະຕິບັດໃນການທົດສອບການໃຫ້ບໍລິການອອກສະກຸນເງິນດິຈິຕອລຂອງທະນາຄານກາງ.

ໃນຕອນເຊົ້າຂອງວັນທີ 6 ກຸມພາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 7 ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການດໍາເນີນການຈັດຕັ້ງປະຕິບັດໃນການທົດສອບການໃຫ້ບໍລິການອອກສະກຸນເງິນດິຈິຕອລຂອງທະນາຄານກາງ ລະຫວ່າງ ກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ Soramitsu ປະເທດຍີ່ປຸ່ນ ພາຍໃຕ້ການເປັນປະທານຂອງ ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ Kenichi KOBAYASHI ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ຕາງໜ້າຈາກກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນບໍລິສັດ Soramitsu, ສະຖາບັນຄົ້ນຄວ້າ Mitsubishi, ຄະນະກົມ-ຄະນະພະແນກຈາກບັນດາກົມພາຍໃນ ທະນາຄານແຫ່ງ ສປປ ລາວ.

ທະນາຄານ

ຈຸດປະສົງຂອງການລົງນາມໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອກໍານົດເງື່ອນໄຂ ແລະ ຂອບເຂດການຮ່ວມມືໃນການດໍາເນີນການທົດສອບການອອກສະກຸນເງິນດິຈິຕອລຂອງທະນາຄານກາງ (The Proof of Concept: PoC of Central Bank Digital Currency: CBDC). ການດໍາເນີນການທົດສອບດັ່ງກ່າວ ແມ່ນສ່ວນໜຶ່ງຂອງການຄົ້ນຄວ້າລົງເລິກໃນດ້ານເທັກນິກ ເຊິ່ງຈະສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ໃນການປັບໃຊ້ພື້ນຖານໂຄງລ່າງລະບົບການຊໍາລະຂອງ ສປປ ລາວ ໃຫ້ສາມາດຮອງຮັບການອອກສະກຸນເງິນດິຈິຕອລຂອງທະນາຄານກາງໃນອະນາຄົດ. ການດຳເນີນການທົດສອບຈະເລີ່ມຂຶ້ນໃນວັນທີ 7 ກຸມພາ 2023 ເປັນຕົ້ນໄປ ຈົນເຖິງທ້າຍເດືອນກຸມພາ 2023 ໂດຍມີການຈັດເຝິກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມການທົດສອບ ແລະ ດຳເນີນການທົດສອບຕົວຈິງ.

ທະນາຄານ

ໂດຍໃນເບື້ອງຕົ້ນ ຈະເປັນການທົດສອບໃນກຸ່ມຄົນທີ່ຈຳກັດ ປະກອບມີ: ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ JICA ປະຈຳ ສປປ ລາວ, ພະນັກງານຂອງທະນາຄານແຫ່ງ ສປປ ລາວ ແລະ ຮ້ານຄ້າທີ່ຮ່ວມໂຄງການ.

ເຊິ່ງຜົນຂອງການທົດສອບດັ່ງກ່າວ ຈະເປັນຂໍ້ມູນທີ່ມີປະໂຫຍດໃຫ້ແກ່ການຄົ້ນຄວ້າຄວາມເປັນໄປໄດ້ໃນການອອກສະກຸນເງິນດິຈິຕອລທີ່ອອກໂດຍທະນາຄານກາງຂອງ ທະນາຄານແຫ່ງ ສປປ ລາວ ໃນອະນາຄົດ ເພື່ອຮັບປະກັນໃຫ້ແກ່ການຄົ້ນຄວ້າມີຄວາມຄົບຖ້ວນ ແລະ ຮອບດ້ານຍິ່ງຂຶ້ນ.

ສະເພາະ ສປປ ລາວ ການອອກເງິນດິຈິຕອລທີ່ອອກໂດຍທະນາຄານກາງ  ຍັງມີເປົ້າໝາຍຊ່ວຍໃຫ້ພື້ນຖານໂຄງລ່າງດ້ານລະບົບການຊໍາລະຂອງປະເທດມີຄວາມຄົບຖ້ວນ ສອດຄ່ອງກັບຍຸດທະສາດຂະແໜງການເງິນ-ເງິນຕາ ແລະ ຍຸດທະສາດການພັດທະນາລະບົບການຊໍາລະຂອງຂະແໜງການທະນາຄານ-ການເງິນ ໄລຍະ 5 ປີ (2021-2025)  ທີ່ແນໃສ່ລົດຜ່ອນການນໍາໃຊ້ເງິນສົດ (Cashless Society) ແລະ ຂັບເຄື່ອນສັງຄົມໃຫ້ກ້າວເຂົ້າສູ່ເສດຖະກິດດິຈິຕອລ (Digital Economy).

CBDC (Central Bank Digital Currency) ເເມ່ນສະກຸນເງິນດິຈິຕອລທີ່ອອກໂດຍທະນາຄານກາງຂອງປະເທດນັ້ນໆ, ເຊິ່ງມີຄຸນສົມບັດບໍ່ຕ່າງຫຍັງຈາກທະນະບັດທີ່ພວກເຮົາໃຊ້ກັນຢູ່ ພຽງເເຕ່ຢູ່ໃນຮູບເເບບດິຈິຕອລ, ມັນສາມາດໃຊ້ເພື່ອຊຳລະສິນຄ້າ ເເລະ ການບໍລິການອື່ນໆໄດ້ຢ່າງຖືກຕ້ອງຕາມກົດໝາຍ.

    ຂອບໃຈຂໍ້ມູນຈາກ: https://bit.ly/3jFfWum

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/