ຍີ່ປຸ່ນ ຝົນຕົກໜັກ ພາຍຸມາວາພັດຜ່ານປະເທດ ກຽມອົບພະຍົບກວ່າ 1 ລ້ານຄົນ


ປະເທດຍຍີ່ປຸ່ນຕ້ອງພົບກັນຝົນທີ່ຕົກໜັກ ຫຼັງຈາກພາຍຸໂຊນຮ້ອນມາວາ ກຽມເຄື່ອນຕົວພັດໃນຫຼາຍພື້ນທີ່ທັງໃນປະເທດ ແລະ ຕ່າງປະເທດ. ທາງການຂອງປະເທດຍີ່ປຸ່ນ ອອກຄຳແນະນຳໃຫ້ປະຊາຊົນກວ່າ 1 ລ້ານຄົນຮີບອົບພະຍົບອອກຈາກພື້ນທີ່ສ່ຽງ.­

ເມື່ອວັນທີ 2 ພຶດສະພາ 2023 ທີ່ຜ່ານມາ ພາຍຸມາວາພັດຜ່ານເກາະໂອກິນາວາ ຂອງປະເທດຍີ່ປຸ່ນ ແລ້ວອິດທິພົນຂອງພາຍຸເຮັດໃຫ້ເກີດຝົນຕົກໜັກຫຼາຍພື້ນທີ່ສ່ຽງດິນເຈື່ອນ ແລະ ນ້ຳຖ້ວມໃນຫຼາຍພື້ນທີ່ ພາຍຸໂຊນຮ້ອມມາວາ ອ່ອນກຳລັງເຫຼືອ 90 ກິໂລແມັດຕໍ່ຊົ່ວໂມງ ເຄື່ອນຕົວຜ່ານເກາະ ໂອກິນາວາ ໄປທາງຕາເວັນອອກແລ້ວ.

ທາງເມືອງຫຼວງຂອງຍີ່ປຸ່ນ ຕ້ອງພົບກັບຝົນທີ່ຕົກໜັກ ແລະ ລົມແຮງ ໂຮງຮຽນບາງແຫ່ງໃນເມືອງຫຼວງໄດ້ປະກາດຍົກເລີກການຮຽນການສອນໃນຕອນເຊົ້າ ດ້ານຄົມມະນາຄົມຂອງປະເທດຍີ່ປຸ່ນ ໄດ້ອອກມາເປີດເຜີຍວ່າ ຕອນບ່າຍຂອງວັນທີ 2 ພຶດສະພາ 2023 ໄດ້ມີການຍົກເລີກຖ້ຽວບິນຫຼາຍກວ່າ 300 ຖ້ຽວບິນ ແລະ ການສັນຈອນເຮືອຂ້າມຟາກອີກ 52 ຖ້ຽວ.

ນອກຈາກນີ້ ສຳນັກຂ່າວ NHK ຍັງໄດ້ລາຍງານວ່າ ລົດໄຟຫົວກະສຸນ Shinkansen ຈາກໂຕກຽວ ໄປ ໂອຊາກາ ທາງຕາເວັນອອກຂອງຍີ່ປຸ່ນ ລວມໄປຮອດພື້ນທີ່ອື່ນຂອງປະເທດຖືກລະງັບລົງທັນທີ ແລະ ມີລາຍງານເກີດໄຟຟ້າດັບ 8.900 ຄົວເຮືອນ ທາງດ້ານກົມອຸຕຸວິທະຍາຂອງປະເທດຍີ່ປຸ່ນໄດ້ອອກປະກາດເຕືອນໄພນ້ຳຖ້ວມ ແລະ ດິນເຈື່ອນໃນພື້ນທີ່ທາງຕາເວັນຕົກຂອງເກາະ ຊິໂກກຸ ແລະ ຮອນຊູ ໂດຍຄາດການວ່າຈະມີຝົນ 350​ ມິນລີແມັດໃນທາງຕາເວັນຕົກຂອງເກາະຮອນຊູ ໃນໄລຍະ 24 ຊົ່ວໂມງຈົນຮອດເຊົ້າ.

ອິດທິພົນຂອງພາຍຸໂຊນຮ້ອນໃນເທື່ອນີ້ ເຮັດໃຫ້ມີຜູ້ບາດເຈັບທັງໝົດ 8 ຄົນ ບາດເຈັບ 1 ຄົນ ແລະ ບາດເຈັບເລັກນ້ອຍ 7 ​ຄົນ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/