ຊົງຢ່າງແບດ! Paper Planes ຈາກວົງຣັອກມາດເຈົ້າຊູ້ ດຸດັນ ກາຍມາເປັນຫົວໜ້າກຸ່ມຂວັນໃຈຂອງບັນດາໄວໜຸ່ມແຂ້ວນໍ້ານົມ

ຊົງຢ່າງແບດ

ໃນໄລຍະ 1 ເດືອນທີ່ຜ່ານມາ 1 ໃນເພງທີ່ຕິດຫູ ແລະ ເປັນກະແສມາຮອດປັດຈຸບັນ ໂດຍສະເພາະໃນກຸ່ມຂອງເດັກນ້ອຍ ທີ່ອາຍຸປະມານ 3-8 ປີ ກໍຄົງຈະໜີບໍ່ພົ້ນ ເພງໄທທີ່ມີຊື່ວ່າ “ทรงอย่างแบด” (ຊົງຢ່າງແບດ) ທີ່ນ້ອງໆຫຼານໆ ແຂ້ວນໍ້ານົມທັງຫຼາຍ ພາກັນຮ້ອງກັນເຕັມບ້ານເຕັມເມືອງ.

ຊົງຢ່າງແບດ

ໂດຍເພງດັ່ງກ່າວເປັນຜົນງານຂອງວົງ Paper Planes ທີ່ປະກອບໄປດ້ວຍ 2 ​ໜຸ່ມ ມາດເຈົ້າຊູ້ ກໍຄື ຮາຍ ແລະ ເຊັນ ຈາກຄ້າຍ Genie Record. ເຊິ່ງຜົນງານເພງດັ່ງກ່າວໄດ້ຖືກອັບໂຫຼດລົງໃນ YouTube ມາຕັ້ງແຕ່ວັນທີ 17 ຕຸລາ 2022 ແຕ່ໄດ້ກາຍເປັນທີ່ຮືຮາ ແລະ ນິຍົມຂອງກຸ່ມໄວໜຸ່ມແຂ້ວນໍ້ານົມ ໃນໄລຍະ 1 ຫາ 2 ເດືອນທີ່ຜ່ານມາ. ຈົນມາຮອດປັດຈຸບັນຍອດການເຂົ້າເບິ່ງ ຜົນງານເພງດັ່ງກ່າວ ມີຫຼາຍກວ່າ 40 ລ້ານຄັ້ງ ໄປເປັນທີ່ຮຽບຮ້ອຍແລ້ວ.

ຊົງຢ່າງແບດ

ເຊິ່ງເຈົ້າຂອງຜົນງານເພງ ໄດ້ສຳພາດກັບບັນດາສື່ມວນຊົນເມື່ອບໍ່ດົນມານີ້ ຕໍ່ກັບການກາຍມາເປັນຂວັນໃຈຂອງນ້ອງໆຫຼານໆ ໄວ້ວ່າ: “ພວກເຮົາ Paper Planes ເປັນວົງດົນຕີຣັອກມາຕະຫຼອດ ແລະ ມີການສະແດງທີ່ດຸດັນ ແຕ່ຢູ່ດີໆ ກໍກາຍມາເປັນຫົວໜ້າກຸ່ມຂອງນ້ອງໆ ກໍເລີຍຍັງຕັ້ງຕົວບໍ່ທັນປານໃດ ແຕ່ກໍຮູ້ສຶກມ່ວນຊື່ນ, ຕື່ນເຕັ້ນ ແລະ ອີ່ມອົກອີ່ມໃຈດີ”.

ຊົງຢ່າງແບດ

ໂດຍວົງ Paper Planes ໄດ້ເປີດເຜີຍເຖິງເບື້ອງຫຼັງການເຮັດເພງ ແລະ ເປົ້າໝາຍຂອງວົງຕົນເອງໄວ້ວ່າ ຕອນທຳອິດທີ່ເຮັດເພງນີ້ອອກມາຄິດພຽງແຕ່ວ່າເປັນວະລີທີ່ຕິດຫູ ແລະ ມີກຸ່ມເປົ້າໝາຍທີ່ເປັນໄວໜຸ່ມມັດຖະຍົມຕອນປາຍ ຈົນໄປຮອດມະຫາວິທະຍາໄລ ເຊິ່ງຕອນເຮັດເພງນີ້ ບໍ່ໄດ້ມີຄວາມຄິດຫາກຸ່ມເປົ້າໝາຍທີ່ເປັນເດັກນ້ອຍ ຫຼື ນ້ອງໆ ເລີຍ. ແຕ່ກໍເຊື່ອທີ່ນ້ອງໆມັກກໍຄົງຈະເປັນຍ້ອນວະລີທີ່ຕິດຫູ ແລະ ທຳນອງຂອງເພງທີ່ມີຄວາມລຽບງ່າຍ ແລະ ເຂົ້າເຖິງໄດ້ງ່າຍ.

ຊົງຢ່າງແບດ

ສອງໜຸ່ມຍັງໄດ້ເປີດເຜີຍອີກວ່າ ທຸກຢ່າງປ່ຽນໄປໄວຫຼາຍ ຈາກແຕ່ກ່ອນ ແຟນເພງຈະເປັນໄວໜຸ່ມໄວສາວທີ່ມາຄອນເສີດ ແຕ່ໄລຍະຫຼັງໆມາ ກໍມັກຈະມີແຕ່ ບັນດາພໍ່ແມ່ ທີ່ພາລູກໆ ຫຼື ນ້ອງໆ ມາຊົມມາເຊຍມາເບິ່ງຄອນເສີດຂອງພວກເຮົາ ແລະ ບາງຄອນເສີດ ຜູ້ຈັດງານກໍໄດ້ມີການຈັດບ່ອນຢືນໃຫ້ສຳລັບນ້ອງໆໂດຍສະເພາະ ເຊິ່ງໄດ້ຂຽນກຳກັບໄວ້ວ່າ ອາຍຸ ຫຼາຍກວ່າ 12 ຫ້າມເຂົ້າ.

ຊົງຢ່າງແບດ

ນອກຈາກນີ້ ໜຸ່ມ ຮາຍ ໜຶ່ງໃນສະມາຊິກວົງ Paper Planes ຍັງໄດ້ເປີດເຜີຍເຖິງປະສົບການຄວາມໜ້າຮັກ ທີ່ໄດ້ຮັບຈາກການໄປຫຼິ້ນຄອນເສີດກັບນ້ອງໆ ໄວ້ວ່າ: “ປົກກະຕິເວລາໄປຫຼິ້ນຄອນເສີດ ກໍມັກຈະມີຄົນເມົາເຂົ້າມາກອດຄໍຂໍຖ່າຍຮູບ ແຕ່ຫຼ້າສຸດ ໄດ້ມີເດັກນ້ອຍ ອາຍຸ 2-3 ປີ ມາກອດຄໍຖ່າຍຮູບນຳແທນ”

ຊົງຢ່າງແບດ

ວົງ Paper Planes ຖືເປັນວົງໜຶ່ງທີ່ມີຜົນງານເພງດັງໆ ມາແລ້ວຫຼາຍເພງ ເຊິ່ງສ່ວນຫຼາຍຈະເປັນເພງແນວ ປັອບຣັອກ ເຊັ່ນ: “เสแสร้ง” ທີ່ມີເນື້ອຮ້ອງດຸດັນກິນໃຈໄວໜຸ່ມສາວຫຼາຍຄົນ ຫຼື ແມ່ນແຕ່ຜົນງານເພງ ເສົ້າໆ ຢ່າງ “ความคิดถึงที่ส่งไปไม่ถึง” ທີ່ເວົ້າເຖິງ ຄວາມຮັກຂອງໄວໜຸ່ມສາວ. ຈົນມາຮອດຜົນງານເພງຫຼ້າສຸດ ทรงอย่างแบด ທີ່ຢູ່ດີໆ ກໍກາຍມາເປັນເພງໃນໃຈອັນດັບ 1 ຂອງນ້ອງໆແຂ້ວນໍ້ານົມຫຼາຍຄົນ ໃນປັດຈຸບັນ.

ຂອບໃຈຂໍ້ມູນຈາກ: https://bit.ly/3GJZ1PZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/