ຊາຍໜຸ່ມຂໍລາອອກຈາກວົງການຊອຍຈຸ! ຫຼັງກິນມາຫຼາຍປີ ແລ້ວພົບແມ່ພະຍາດໂຕແປຍາວ 2 ແມັດອອກມາຈາກຮູທະວານ

ຊາຍໜຸ່ມຂໍລາອອກຈາກວົງການຊອຍຈຸ

ເຊື່ອວ່າເມນູອາຫານຂອງດິບຢ່າງ ຊອຍຈຸ, ກ້ອຍຊີ້ນດິບ ຫຼື ລາບເລືອດ ອາດເປັນເມນູປະຈຳຂອງໃຜຫຼາຍໆຄົນ ແຕ່ຮູ້ບໍ່ວ່າ ການກິນຂອງປະເພດນີ້ເປັນເວລາດົນນານຕິດຕໍ່ກັນ ເຈົ້າອາດຈະພົບເລື່ອງຊວນປວດຮາກຄືກັນກັບຊາຍຊາວໄທຄົນນີ້ ທີ່ໄດ້ອອກມາເຕືອນໄພ ແລະ ແຊຣ໌ປະສົບການຜ່ານ TikTok  ຫຼັງຕົນເອງໄດ້ກິນຂອງດິບຕິດຕໍ່ກັນເປັນເວລາ 2-3 ປີແບບຖີ່ໆ ຈົນສຸດທ້າຍກໍພົບວ່າມີແມ່ທ້ອງໂຕແປຢູ່ໃນຮ່າງກາຍຕົນເອງຍາວກວ່າ 2 ແມັດ.

ຊາຍໜຸ່ມຂໍລາອອກຈາກວົງການຊອຍຈຸ

ໂດຍເລື່ອງນີ້ເຈົ້າຂອງເລື່ອງເລົ່າວ່າ ປົກກະຕິຕົນເອງເປັນຄົນທີ່ມັກກິນຂອງດິບປະເພດຊອຍຈຸ, ຊີ້ນງົວດິບ ແລະ ຂອງດິບອື່ນໆຢູ່ແລ້ວ ມາມື້ໜຶ່ງໃນຂະນະທີ່ນັ່ງເຮັດວຽກຢູ່ຕົນຮູ້ສຶກມີໂຕຫຍັງຈັກຢ່າງເຄື່ອນໄຫວຢູ່ບໍລິເວນທ້ອງ ເມື່ອຕົນເອງລຸກຂຶ້ນກໍພົບວ່າມີບາງສິ່ງມາຕິດຢູ່ຂາ ແລະ ເມື່ອກົ້ມລົງເບິ່ງກໍພົບວ່າມັນມີໂຕສີຂາວເທົ່າກັບນິ້ວມືໄຫຼອອກມາຈາກຮູທະວານ ແລ້ວໄປຕິດຢູ່ຫວ່າງຂາ  ເຊິ່ງຕໍ່ມາຈຶ່ງຮູ້ວ່າມັນແມ່ນແມ່ທ້ອງໂຕແປທີ່ມີຄວາມຍາວສຸດໆ. ຫຼັງຈາກນັ້ນລາວກໍໄດ້ຊື້ຢາຂ້າພະຍາດມາກິນຈົນສາມາດດຶງມັນອອກມາຈາກຮູທະວານໄດ້ສຳເລັດ.

ຊາຍໜຸ່ມຂໍລາອອກຈາກວົງການຊອຍຈຸ

ຫຼັງຈາກວິດີໂອຂອງຊາຍໜຸ່ມຖືກເຜີຍແຜ່ອອກໄປໃນ TikTok ກໍມີຍອດຮັບຊົມສູງເຖິງ 2 ລ້ານວິວ ແລະ ນັ້ນເຮັດໃຫ້ຊາວເນັດອອກມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ ທັງເປັນຄວາມຕົກໃຈທີ່ເຫັນວ່າມີແມ່ທ້ອງໂຕແປຍາວກວ່າ 2 ແມັດ ພ້ອມທັງຂໍໃຫ້ຊາຍໜຸ່ມຣີວິວຍີ່ຫໍ້ຂອງຢາຖ່າຍວ່າມັນຄືຍີ່ຫໍ້ຫຍັງ ເນື່ອງຈາກວ່າຊາວເນັດຫຼາຍຄົນຢ້ານວ່າຕົນເອງອາດຈະມີແມ່ທ້ອງໂຕແປ ເພາະມີພຶດຕິກຳມັກກິນຂອງດິບເຊັ່ນກັນ ພ້ອມຍັງຂໍໃຫ້ຊາຍໜຸ່ມບັນຍາຍຄວາມຮູ້ສຶກຕອນປວດທ້ອງໜັກອີກຄັ້ງ ແລະຄວາມຮູ້ສຶກຕອນດຶງແມ່ທ້ອງອອກມາ.

ຊາຍໜຸ່ມຂໍລາອອກຈາກວົງການຊອຍຈຸ

ທັງນີ້ລາວກໍໄດ້ອອກມາຕອບຄອມເມັ້ນຊາວເນັດວ່າ ຕອນທຳອິດແມ່ນຮູ້ສຶກປວດທ້ອງຖ່າຍປົກກະຕິ ແຕ່ຕົນສັງເກດເຫັນວ່າມີຫຍັງແປກໆ ອອກມາຈາກຮູທະວານ ຕົນເອງຈຶ່ງຕັດສິນໃຈໄປຊື້ຢາມາກິນຕາມກໍໄດ້ເກີດເຫດການຕາມທີ່ຄລິບເຜີຍແຜ່ອອກໄປ. ລາວຂໍໃຫ້ເລື່ອງນີ້ເປັນອຸທາຫອນສຳລັບສາຍມັກກິນດິບໃຫ້ລະວັງໄວ້ເນື່ອງຈາກເປັນອັນຕະລາຍຕໍ່ສຸຂະພາບ ພ້ອມກັບບອກອີກວ່າຕົນເອງຈະບໍ່ກິນຈຳພວກອາຫານດິບອີກແລ້ວ ເຊິ່ງຖ້າຈະກິນກໍແມ່ນຕ້ອງນຳໄປປຸງໃຫ້ສຸກກ່ອນ  ແລະ ເຮັດໃຫ້ຜ່ານຄວາມຮ້ອນກ່ອນ ແລ້ວຍັງບອກອີກວ່າຕອນນີ້ຄິດວ່າເປັນການອະວະສານຊອຍຈຸໄປເລີຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/