ງາມສະກົດທຸກສາຍຕາ! Lisa BLACKPINK ໃນງານ Bulgari ທີ່ປະເທດ ອິຕາລີ


ບໍ່ເຮັດໃຫ້ແຟນໆຜິດຫວັງ ເມື່ອສາວ Lisa BLACKPINK ປາກົດຕົວໃນງານຂອງ Bulgari ທີ່ປະເທດ ອິຕາລີ ໃນຊຸດສີດຳຫຼູຫຼາ ພ້ອມກັບໃສ່ສາຍຄໍເພັດເມັດໃຫຍ່ ບອກເລີຍງົດງາມສະກົດທຸກສາຍຕາ.

Bulgari ຖືວ່າເປັນແບຣນ Jewelry ຊັ້ນສູງທີ່ຫຼາຍຄົນລໍຖ້າ ສຳລັບໂຊຄໍເລັກຊັ່ນໃໝ່ Mediterranea High Jewelry Collection ທີ່ຈັດຂຶ້ນໃນຄ່ຳຄືນທີ່ຜ່ານມາຢ່າງຍິ່ງໃຫຍ່ອະລັງການ ທີ່ Palazzo Ducale ເວນິສ ປະເທດອິຕາລີ ເຊິ່ງໄຮໄລ້ສຳຄັນຄົງໜີບໍ່ພົ້ນການປາກົດຕົວຂອງສາວ Lisa BLACKPINK Brand ambassador ຄົນສຳຄັນ.

ເຊິ່ງງານນີ້ສາວ Lisa BLACKPINK ມາໃນລຸກຊຸດສີດຳລາຕີເປີດບ່າ ບອກເລີຍວ່າງາມສະຫງ່າແຮງ ຜົມເກົ້າສູງ ເຜີຍໃຫ້ເຫັນຄໍທີ່ສ່ວມໃສ່ສາຍຄໍເພັດຈາກ Bulgari ພ້ອມກັບແຫວນ ແລະ ສາຍແຂນ Serpenti ເຮັດເອົາສາຍແຟຊັ່ນຕ້ອງຕະລຶງກັບລຸກນີ້ຂອງສາວ Lisa BLACKPINK ໄປຕາມໆກັນ. ສຳລັບໃນງານບໍ່ພຽງແຕ່ການປາກົດຕົວຂອງ Lisa BLACKPINK ພຽງເທົ່ານັ້ນ ໃນງານຍັງມີ 3 ສາວ Brand ambassador ລະດັບໂລກຂອງ Bulgari  Zendaya, Anne Hathaway ແລະ Priyanka Chopra  ກໍໄດ້ມາສ້າງໂມເມັ້ນໄປທົ່ວໂຊຊຽວ ທີ່ແຕ່ລະຄົນບອກໄດ້ເລີຍວ່າງາມສຸດໆໄປເລີຍ ງາມແບບກິນຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/