ຄົບຮອບ 18 ປີ ເກມໃນຕຳນານ “ລັກລົດ ພາກເສື້ອຂາວ” Grand Theft Auto: San Andreas

ເກມໃນຕຳນານ

ເຊື່ອວ່າຫຼາຍໆຄົນທີ່ໃຫຍ່ມາໃນຍຸກ 2000 ຄືຊິຮູ້ກັນດີກັບເກມໃນຕຳນານ ທີ່ເຮົາມັກຈະເອີ້ນກັນຕິດປາກ ວ່າເກມລັກລົດ ກັບເກມ Grand Theft Auto: San Andreas ເຊິ່ງພັດທະນາໂດຍ Rockstar North ທີ່ນໍາສະເໜີເລື່ອງລາວຂອງ ໄວໜຸ່ມຄົນໜຶ່ງທີ່ເດີນທາງກັບມາບ້ານເກີດ ຫຼັງມີຄະດີຄາຕະກຳ ແມ່ຂອງລາວ ຈົນຕ້ອງໄດ້ມາພົວພັນກັບ ກຸ່ມອັນທະພານເກົ່າໆທີ່ລາວເຄີຍຢູ່.

ເກມໃນຕຳນານ

Grand Theft Auto: San Andreas ວາງຂາຍເປັນຄັ້ງທໍາອິດ ເມື່ອວັນທີ 26 ຕຸລາ 2004 ແລະ ເຮັດຍອດຂາຍໄປເຖິງ 27,5 ລ້ານຊຸດ ໃນແພລັດຟອມ PlayStation 2. ໂດຍ Grand Theft Auto: San Andreas ກາຍເປັນທີ່ຕິດຕາຕິດໃຈຂອງຄົນຫຼິ້ນເກມຫຼາຍໆຄົນໃນຍຸກນັ້ນກໍຄົງຈະແມ່ນ ເອກະລັກຂອງແຕ່ລະຕົວລະຄອນທີ່ໂດດເດັ່ນ ລະບົບການຫຼິ້ນແບບເປີດກວ້າງ (​open play) ບວກກັບການນໍາສະເໜີວິຖີຊີວິດຂອງກຸ່ມອັນທະພານ ແລະ ຜູ້ມີອິດທິພົນໃນອາເມຣິກາ ໃນຍຸກນັ້ນ ເຮັດໃຫ້ຜູ້ຫຼິ້ນມີຄວາມຫຼົງໃຫຼ ແລະ ຢູ່ນຳມັນໄດ້ເປັນຫຼາຍໆຊົ່ວໂມງ.

ເກມໃນຕຳນານ

ນອກຈາກນີ້ ເກມຍັງໄດ້ອ້າງອີງເຖິງອົງປະກອບໃນໂລກແຫ່ງຄວາມເປັນຈິງຫຼາຍຢ່າງເຊັ່ນ: ເມືອງ, ພູມິພາກ ແລະ ສະຖານທີ່ສຳຄັນຕ່າງໆ ໂດຍໃນເນື້ອເລື່ອງໄດ້ອີງຈາກຊີວິດຈິງຫຼາຍເຫດການທີ່ເກີດຂຶ້ນໃນ ລອສແອງເຈີລິສ ປະເທດສະຫະລັດ ອາເມຣິກາ ໃນໄລຍະຕົ້ນປີ 1990 ລວມເຖິງ ພາກນີ້ມີລະບົບເກມການຫຼິ້ນທີ່ແຕກຕ່າງ ແລະ ເພີ່ມຂຶ້ນຫຼາຍຈາກພາກກ່ອນໜ້າ ເຊັ່ນ ການພັດທະນາຕົວລະຄອນ ໃຫ້ສາມາດມີການປັບແຕ່ງຊົງຜົມ, ເສື້ອຜ້າ, ຮອຍສັກໄດ້ ແລະ ຍັງມີກິດຈະກຳທີ່ສາມາດຫຼິ້ນໃນເກມໄດ້ອີກ ຫຼືເອີ້ນວ່າ Mini Game ເຊິ່ງເປັນການຫຼິ້ນເກມໃນເກມ ອີກເທື່ອໜຶ່ງ.

ເກມໃນຕຳນານ

ສຳລັບ Grand Theft Auto: San Andreas ນັກວິຈານເກມຫຼາຍຄົນ ແມ່ນຍົກໃຫ້ເກມນີ້ເປັນເກມທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເຊິ່ງໄດ້ຮັບຄຳຍ້ອງຍໍໃນເລື່ອງຂອງດົນຕີປະກອບ, ເນື່ອເລື່ອງ ການດຳເນີນເລື່ອງ ແລະ ລະບົບການຫຼິ້ນ ຕະຫຼອດຈົນຮອດ ພາບກຣາຟຟິກ ທີ່ຖືໄດ້ວ່າສວຍງາມໃນຍຸກນັ້ນ ແລະ ລະບົບການຫຼິ້ນທີ່ສາມາດຄວບຄຸມກຸ່ມຄົນບາງສ່ວນໄດ້ ທີ່ຖືວ່າແປກໃໝ່ໃນຍຸກສະໄໝນັ້ນ.

ແຕ່ຢ່າງໃດກໍຕາມ ດ້ວຍຄວາມທີ່ຕົວເກມພະຍາຍາມທີ່ຈະນຳສະເໜີຄວາມສົມຈິງໃນແງ່ມຸມຂອງກຸ່ມອັນທະພານ ແລະ ຜູ້ມີອິດທິພົນ ມັນຈຶ່ງປະຕິເສດບໍ່ໄດ້ທີ່ຈະມີພາບຂອງຄວາມຮຸນແຮງ, ຢາເສບຕິດ ແລະ ເລື່ອງເພດ ຈົນກາຍເປັນທີ່ເວົ້າເຖິງໃນໄລຍະໜຶ່ງກັບປະເດັນດັ່ງກ່າວ. ສະນັ້ນເກມດັ່ງກ່າວ ຈຶ່ງເໝາະສຳລັບຜູ້ຫຼິ້ນທີ່ມີອາຍຸ 18 ປີຂຶ້ນໄປເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/