ຄູ່ຮັກຈາກສະຫະລັດອາເມຣິກາໃຫ້ກຳເນີດຝາແຝດທີ່ເກີດຈາກຕົວອ່ອນທີ່ຖືກແຊ່ແຂງໄວ້ເມື່ອ 30 ປີກ່ອນ


ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ 31 ຕຸລາ 2022 ທີ່ຜ່ານມາ Rachel Ridgeway ຍິງສາວຈາກສະຫະລັດອາເມຣິກາໄດ້ໃຫ້ກໍາເນີດເດັກແຝດທີ່ເກີດຈາກຕົວອ່ອນຂອງມະນຸດທີ່ຖືກແຊ່ແຂງໄວ້ 30 ປີກ່ອນ ໂດຍຄູ່ແຝດນີ້ມີຊື່ວ່າ Lydia Ridgeway ແລະ Timothy Ridgeway ໄດ້ເກີດຢູ່ທີ່ລັດອໍຣິກອນ ສະຫະລັດອາເມຣິກາ ແລະໄດ້ຮັບຄວາມຊ່ວຍເຫຼືອໂດຍ National Embryo Donation Center (NEDC) ຫຼື ອົງກອນທີ່ເກັບຕົວອ່ອນມະນຸດເພື່ອສົ່ງຕໍ່ໃຫ້ກັບຄົນທີ່ມີລູກຍາກ. ທັງນີ້ ທາງ NEDC ຍັງລະບຸວ່າ ຝາແຝດຄູ່ນີ້ໄດ້ທຳລາຍສະຖິຕິໂລກແລະກາຍເປັນຕົວອ່ອນທີ່ຖືກແຊ່ແຂງຍາວນານທີ່ສຸດທີ່ໄດ້ມີຊີວິດ.

ໂດຍຕົວອ່ອນແຊ່ແຂງຂອງເດັກຄູ່ນີ້ ແມ່ນເກີດຈາກການບໍລິຈາກຂອງບຸກຄົນນິລະນາມຄູ່ໜຶ່ງ ແລະ ຖືກສົ່ງຕໍ່ມາໄວ້ທີ່ NEDC ໃນລັດເທນເນສຊີເມື່ອປີ 2007 ເຊິ່ງຕົວອ່ອນຂອງເດັກແຝດດັ່ງກ່າວຖືກແຊ່ແຂງໄວ້ໃນໄນໂຕຣເຈນແຫຼວຢູ່ທີ່ອຸນຫະພູມຕໍ່າກວ່າ -200 ອົງສາ ເມື່ອວັນທີ 22 ເມສາ 1992 ຫຼື 30 ປີກ່ອນ.

Philip Ridgeway ພໍ່ຂອງເດັກແຝດຄູ່ນີ້ລະບຸວ່າ ການໃຫ້ກໍາເນີດລູກທັງ 2 ຄົນຄືເລື່ອງມະຫັດສະຈັນທີ່ໜ້າເຫຼືອເຊື່ອ ແລະ ກ່າວວ່າຮູ້ສຶກດີໃຈທີ່ລູກແຝດຂອງຕົນໄດ້ຖືກຳເນີດຂຶ້ນ.

ນອກຈາກ Lydia ແລະ Timothy ຄອບຄົວ Ridgeway ຍັງມີລູກເກີດຕາມທໍາມະຊາດຕາມຢູ່ແລ້ວສີ່ຄົນໄດ້ແກ່ ລູກຄົນກົກໄດ້ແກ່ເດັກ 8 ປິ, ຄົນຮອງ 6 ປີ, 3 ປີ ແລະ 2 ປີ.

ກ່ອນໜ້ານີ້ NEDC ໄດ້ລະບຸວ່າສະຖິຕິເດັກທີ່ເກີດຈາກຕົວອ່ອນທີ່ຖືກແຊ່ແຂງຍາວນານທີ່ສຸດໃນໂລກແມ່ນຄອບຄອງໂດຍ Molly Gibson ເດັກອ່ອນທີ່ເກີດໃນປີ 2020 ຈາກຕົວອ່ອນທີ່ຖືກແຊ່ແຂງໄວ້ເກືອບ 27 ປີ.

ທັງນີ້ການຝາກຕົວອ່ອນເປັນເລື່ອງທີ່ພົບໄດ້ທົ່ວໄປໃນສະຫະລັດອາເມຣິກາ ເນື່ອງຈາກມີຄູ່ຮັກຫຼາຍຄູ່ຕ້ອງການມີລູກດ້ວຍວິທີການ IVF ຫຼື ການເຮັດເດັກຫຼອດແກ້ວ ເຊິ່ງເປັນກາານຳໄຂ່ແລະອະສຸຈິມາປະສົມກັນ ເກີດການປະຕິສົນທິພາຍນອກຮ່າງກາຍໃນຫ້ອງປະຕິບັດການ ຈາກນັ້ນນຳໄຂ່ທີ່ໄດ້ຮັບການປະສົມແລ້ວຫຼືຕົວອ່ອນໃສ່ໃນມົດລູກຂອງຝ່າຍຍິງເພື່ອໃຫ້ເກີດຂະບວນການຖືພາໃນຂັ້ນຕໍ່ໄປ.


ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/