ຄອນເທັນຄຸນະພາບ! MrBeast ຢູທູບເບີຊື່ດັງລົງທຶນພາຄົນຕາບອດ ແລະ ສາຍຕາສັ້ນກວ່າ 1.000 ຄົນ ໄປຜ່າຕັດໃຫ້ພວກເຂົາກັບມາເບິ່ງເຫັນອີກຄັ້ງ

MrBeast

ຈິມມີ້ ໂດນັລຊັນ (Jimmy Donaldson) ຢູທູບເບີ ຊື່ດັງ ທີ່ມັກເຮັດຄອນເທັນແຈກນັ້ນແຈກນີ້ ກັບມູນຄ່າທີ່ສູງລະດັບ 5 ແສນໂດລາ ຫຼື ປະມານ 8 ຕື້ກວ່າກີບ  ທີ່ເຮົາຮູ້ຈັກກັນໃນນາມ MrBeast ຫຼ້າສຸດໄດ້ລົງທຶນເຮັດຄອນເທັນພາ ຄົນຕາບອດ ຫຼື ສາຍຕາຜິດປົກກະຕິ ກວ່າ 1.000 ຄົນ ໄປຜ່າຕັດໃຫ້ພວກເຂົາກັບມາເບິ່ງເຫັນແບບປົກກະຕິອີກຄັ້ງ.

ໂດຍທົ່ວໄປແລ້ວ ຄົນຕາບອດທີ່ບໍ່ສາມາດເບິ່ງເຫັນໄດ້ແມ່ນແຕ່ແສງສະຫວ່າງສູງສຸດໄດ້ແລ້ວນັ້ນ ສ່ວນຫຼາຍມັກຈະບໍ່ສາມາດປິ່ນປົວໃຫ້ກັບມາເບິ່ງເຫັນແບບປົກກະຕິໄດ້. ແຕ່ການຕາບອດແບບທີ່ຕາດຳນ້ອຍ ຫຼື ຕາດຳຂຸ່ນຂາວ ແຕ່ກຳເນີດນັ້ນ ແມ່ນສາມາດປິ່ນປົວໄດ້ໂດຍການຜ່າຕັດ ປ່ຽນເລນຕາທຽມ.

MrBeast

ເຊັ່ນດຽວກັນກັບ ກໍລະນີນີ້ ທີ່ທາງ MrBeast ໄດ້ອອກເງິນຄ່າຜ່າຕັດ ໃຫ້ແກ່ຄົນຕາບອດ ຫຼື ສາຍຕາຜິດປົກກະຕິ ກວ່າ 1.000 ຄົນ ໄປຜ່າຕັດໃຫ້ພວກເຂົາກັບມາເບິ່ງເຫັນອີກຄັ້ງ ໂດຍການລອກ ເລນຕາທີ່ເສຍຫາຍ ຫຼື ມົວຂອງຄົນເຈັບອອກໄປ ແລະ ໃສ່ເລນຕາທຽມແທນໃຫ້ພວກເຂົານັ້ນເອງ.

MrBeast

ໂດຍ ທາງ MrBeast ຕັດສິນໃຈເຮັດຄອນເທັນຄັ້ງນີ້ຍ້ອນວ່າ ເຂົາຮູ້ມາວ່າ ຄົນຕາບອດກວ່າ 50% ສາມາດປິ່ນປົວໃຫ້ກັບມາເບິ່ງແຈ້ງເຫັນດີໄດ້ ໂດຍການຜ່າຕັດພຽງ 10 ນາທີເທົ່ານັ້ນ.

MrBeast

ໃນວິດີໂອດັ່ງກ່າວ ນອກຈາກຈະຊ່ວຍອອກຄ່າໃຊ້ຈ່າຍໃນການຜ່າຕັດແລ້ວ MrBeast ຍັງຊ່ວຍສານຝັນຫຼາຍໆຄົນທີ່ໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້ ເຊັ່ນການອອກທຶນການສຶກສາໃຫ້, ການມອບເງິນສົດກວ່າ 10.000 ໂດລາ ຫຼື ແມ່ນແຕ່ການຊື້ລົດໄຟຟ້າ Tesla ໃຫ້ເປັນຄັນ ມູນຄ່າຫຼາຍໝື່ນໂດລາ ກໍຍັງມີ.

MrBeast

     ພາຍຫຼັງ ວິດີໂອນີ້ ຖືກເຜີຍແຜ່ອອກໄປ ກໍໄດ້ຮັບຄວາມສົນໃຈເປັນວົງກວ້າງ ໂດຍຜ່ານໄປພຽງ 1 ມື້ ວິດີໂອດັ່ງກ່າວ ມີຜູ້ເຂົ້າຊົມໄປແລ້ວຫຼາຍກວ່າ 42​ລ້ານຄົນ ແລະ ໄດ້ມີການສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ສ່ວນໃຫຍ່ຈະເປັນການ ຍິນດີກັບຜູ້ທີ່ໄດ້ມີໂອກາດກັບມາເບິ່ງເຫັນອີກເທື່ອໜຶ່ງ ແລະ ເປັນການສະແດງຄວາມຂອບໃຈ MrBeast ທີ່ເຮັດຄອນເທັນສ້າງປະໂຫຍດທີ່ແທ້ຈິງໃຫ້ກັບຜູ້ຄົນ.

MrBeast

MrBeast ເປັນຊ່ອງ YouTube ທີ່ມັກເຮັດຄອນເທັນຫຼາຍໆຢ່າງທີ່ຫຼາຍຄົນບໍ່ກ້າເຮັດ ເຊັ່ນການແຈກເງິນ ແຈກລົດ ເປັນຈຳນວນມະຫາສານ ຫຼື ແມ່ນແຕ່ການນຳເອົາລົດຫຼູ Lambogini ມູນຄ່າຫຼາຍແສນໂດລາ ມາເຂົ້າເຄື່ອງບີບອັດ Hydraulic ເພື່ອທໍາລາຍຖິ້ມ ເປັນຕົ້ນ.

ປັດຈຸບັນ ຊ່ອງ YouTube ຂອງ MrBeast ມີຍອດຜູ້ຕິດຕາມ ປະມານ 130 ລ້ານຄົນ ຖືເປັນ ຊ່ອງ YouTube ທີ່ມີຜູ້ຕິດຕາມຫຼາຍທີ່ສຸດ ເປັນອັນດັບ 4 ຂອງໂລກ ຮອງຈາກອັນດັບ 1 ຊ່ອງ T-Series ມີຜູ້ຕິດຕາມ 235 ລ້ານຄົນ, ອັນດັບ 2 Cocomelon ມີ 152 ລ້ານຄົນ ແລະ ອັນດັບ 3 Sony Entertainment Television India ມີ 150ລ້ານຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/