ຂ່າວດີຂອງຊາວ LGBTQ! ນະຄອນໂຕກຽວອອກໃບຮັບຮອງຊີວິດຄູ່ໃຫ້ກັບຄູ່ຮັກເພດດຽວກັນ ມີສິດທິເທົ່າທຽມຄືກັນກັບຄູ່ສົມຣົດ

LGBTQ

ຖືໄດ້ວ່າເປັນຂ່າວດີອີກຂ່າວໜຶ່ງຂອງຊາວ LGBTQ+ ທີ່ອາໄສຢູ່ນະຄອນໂຕກຽວ ປະເທດຍີ່ປຸ່ນ ເພາະເມື່ອວັນທີ 1 ພະຈິກ 2022 ທາງການນະຄອນໂຕກຽວ ໄດ້ເລີ່ມມີການອອກໃບຮັບຮອງການເປັນຄູ່ຊີວິດ ໃຫ້ແກ່ບັນດາຄູ່ຮັກເພດດຽວກັນທີ່ອາໄສແລະເຮັດວຽກຢູ່ໃນນະຄອນໂຕກຽວແລ້ວ ໂດຍໃບຮັບຮອງນີ້ມີຂຶ້ນກໍເພື່ອເປັນການຮັບຮອງວ່າຄູ່ຮັກເພດດຽວກັນມີສະຖານະຄືກັນກັບຄູ່ສົມຣົດ ແລະເອື້ອຕໍ່ສິດທິການບໍລິການສາທາລະນະເຊັ່ນ ທີ່ຢູ່ອາໄສ, ການປິ່ນປົວໃນໂຮງໝໍ ແລະ ສະຫວັດດີການຕ່າງໆ.

LGBTQ

ທັງນີ້ທາງການນະຄອນໂຕກຽວເປີດເຜີຍວ່າ ໃນໄລຍະທ້າຍອາທິດທີ່ຜ່ານມາ ມີຜູ້ຍື່ນເອກະສານຂໍໃບຮັບຮອງແລ້ວ 137 ຄູ່ ເຊິ່ງຖືວ່ານະໂຍບາຍໃໝ່ສຳລັບຄູ່ຮັກເພດດຽວກັນແມ່ນໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບຄວາມນິຍົມຢ່າງລົ້ນເຫຼືອ. ເຖິງຢ່າງໃດກໍຕາມ ຜູ້ທີ່ຈະສາມາດສະໝັກໃບຮອງຮັບນີ້ຈະຕ້ອງເປັນຄົນສັນຊາດຍີ່ປຸ່ນ ແລະຖ້າຫາກເປັນຊາວຕ່າງຊາດແມ່ນຈະຕ້ອງມີທີ່ຢູ່ອາໄສ ຫຼື ເຮັດວຽກຢູ່ນະຄອນໂຕກຽວ.

LGBTQ

ກ່ອນໜ້ານີ້ ໜ່ວຍງານທ້ອງຖິ່ນຂະໜາດນ້ອຍໃນນະຄອນໂຕກຽວຫຼາຍກວ່າ 200 ແຫ່ງ ຫຼື ຄິດເປັນ 1 ໃນ 5 ຂອງໜ່ວຍງານທ້ອງຖິ່ນທັງໝົດໃນຍີ່ປຸ່ນໄດ້ມີການອອກໃບຮັບຮອງສະຖານະຂອງຄູ່ຮັກເພດດຽວກັນຕັ້ງແຕ່ປີ 2015 ແລະໂຕກຽວນັບເປັນເທສະບານທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນທີ່ມີການອອກໃບຮັບຮອງປະເພດນີ້ ເຖິງແມ່ນວ່າຜູ້ທີ່ໄດ້ໃບຮັບຮອງນີ້ຈະບໍ່ໄດ້ຮັບສິດທິຕ່າງໆ ຄືກັນກັບການຈົດທະບຽນສົມຣົດ ເພາະຍັງບໍ່ຖືກກົດໝາຍໃນປະເທດຍີ່ປຸ່ນ.

LGBTQ

ໂດຍການເຄື່ອນໄຫວສະໜັບສະໜູນຄວາມຫຼາກຫຼາຍໃນຍີ່ປຸ່ນເລີ່ມແຜ່ຫຼາຍແລະເປັນທີ່ຍອມຮັບຫຼາຍຂຶ້ນ ເຖິງວ່າການຄຸ້ມຄອງທາງກົດໝາຍຍັງເປັນໄປຢ່າງຈໍາກັດສໍາລັບກຸ່ມຄົນ LGBTQ+ ແຕ່ເຖິງຢ່່າງນັ້ນຈາກຜົນສໍາຫຼວດຫຼ້າສຸດຊີ້ໃຫ້ເຫັນວ່າຊາວຍີ່ປຸ່ນສ່ວນຫຼາຍສະໜັບສະໜູນການແຕ່ງງານຂອງຄົນເພດດຽວກັນ ເພາະໃນປີ 2021 ສະຖານີໂທລະພາບ NHK ຂອງຍີ່ປຸ່ນໄດ້ເຮັດການສຳຫຼວດໂດຍ 57% ເຫັນດີນຳການແຕ່ງງານຂອງເພດດຽວກັນ ໃນຂະນະທີ່ມີພຽງ 37% ເທົ່ານັ້ນທີ່ຄັດຄ້ານ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/