ກະຊວງຊັບພະຍາກອນທຳມະຊາດ ແຈ້ງ! ບໍ່ໃຫ້ຈູດປ່າ-ຈູດຂີ້ເຫຍື້ອ ເພາະລາວກຳລັງມີຄ່າສະເລ່ຍຝຸ່ນ PM 2.5 ເກີນມາດຕະຖານ


ອີງໃສ່ສະພາບອາກາດຮ້ອນ ພ້ອມນັ້ນຍັງມີໄຟໄໝ້ປ່າ, ມີການຈູດປ່າເພື່ອການລ່າສັດ, ຈູດເພື່ອການເຮັດກະສິກຳ ຖາງປ່າເຮັດໄຮ່ ກະກຽມພື້ນທີ່ປູກພືດ-ປູກຝັງ, ການເຜົາໃບໄມ້, ການຈູດຂີ້ເຫຍື້ອຕາມຄົວເຮືອນ ຫຼື ວັດສະດຸອື່ນໆ. ຜ່ານການຕິດຕາມຈາກຂໍ້ມູນດາວທຽມພົບຈຸດສະສົມຄວາມຮ້ອນ ແຜ່ກະຈາຍໄປທົ່ວປະເທດ ຈຶ່ງພາໃຫ້ເກີດມີໝອກຄວັນ, ສະນັ້ນ ໃນການຕິດຕາມ ແລະ ວັດແທກຄຸນະພາບອາກາດໃນເດືອນມັງກອນ-ມີນາ 2023 ເຫັນວ່າຜົນຂອງການວັດແທກ PM2.5 ຂອງແຕ່ລະສະຖານີມີຄ່າສະເລ່ຍເປັນລາຍເດືອນ ແມ່ນເກີນມາດຕະຖານ ຖ້າທຽບກັບດັດຊະນີຄຸນະພາບອາກາດ (AQI) ແມ່ນມີຜົນກະທົບຕໍ່ສຸຂະພາບ ແລະ ພົບໄລຍະວິກິດໃນຕົ້ນເດືອນມີນາ.

ວິທີປ້ອງກັນ:

ຫ້າມຈູດເຜົາຂິ້ເຫຍື້ອທຸກປະເພດໃນລະດູແລ້ງ ເພື່ອລົດຜ່ອນແຫຼ່ງກຳເນີດມົນລະພິດທາງ ອາກາດ, ຫຼີກເວັ້ນ ຫຼື ລົດຜ່ອນ ການເຄື່ອນໄຫວກາງແຈ້ງ, ໃສ່ຜ້າອັດປາກເມື່ອອອກນອກເຮືອນ ແລະ ອາຄານ ແລະ ຄວນດື່ມນ້ຳໃຫ້ຫຼາຍກວ່າເກົ່າ.

ທີ່ມາ: https://bit.ly/3TIHufZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/