ກົມອະນາໄມຂອງປະເທດໄທ ຊີ້ ກິນອາຫານແປຮູບຫຼາຍເກີນໄປ ສ່ຽງຂາດສານອາຫານ ແລະ ອາດຈະສະໝອງເສື່ອມ

ອາຫານສຳເລັດຮູບ

ອາຫານ

ອາຫານແປຮູບເອີ້ນໄດ້ວ່າເປັນອີກໜຶ່ງສິ່ງທີ່ຫຼາຍຄົນໃນທຸກມື້ນີ້ມີຄວາມຄຸ້ນເຄີຍກັບມັນໄປແລ້ວ ເນື່ອງຈາກການພົກພາທີ່ສະດວກ ແລະ ວິທີກິນກໍສະບາຍ ພຽງແຕ່ເປີດມາກໍພ້ອມກິນ ຫຼື ບາງຢ່າງຕ້ອງປຸງແຕ່ງດ້ວຍຄວາມສຸກກ່ອນຈຶ່ງຈະກິນໄດ້. ຢ່າງໃດກໍດີ ເບິ່ງຄືວ່າການຮັບອາຫານແປຮູບເຂົ້າໄປໃນຮ່າງກາຍຫຼາຍເກີນໄປອາດຈະບໍ່ເປັນການດີຢ່າງແນ່ນອນ ເພາະກົມອະນາໄມຂອງ ປະເທດໄທ ຊີ້ວ່າ ການກິນອາຫານແປຮູບຫຼາຍເກີນໄປສ່ຽງຂາດສານອາຫານ, ແກ່ໄວ ແລະ ອາດຈະເຮັດໃຫ້ສະໝອງເສື່ອມ.

ກົມອະນາໄມຂອງປະເທດໄທ

ເມື່ອວັນທີ 28 ສິງຫາ ທ່ານໝໍ ສຸວັນນະໄຊ ວັດທະນາຍິ່ງຈະເລີນ ອະທິບໍດີກົມອະນາໄມແຫ່ງປະເທດໄທ ກ່າວເຖິງທ່າອ່ຽງຂອງການບໍລິໂພກອາຫານສຳເລັດຮູບ ຫຼື ອາຫານແປຮູບທີ່ເພີ່ມຂຶ້ນ ຈາກຮູບແບບວິຖີຊີວິດຂອງປະຊາຊົນທີ່ມີຄວາມຮີບດ່ວນວ່າ ອາຫານແປຮູບຕາມທ້ອງຕະຫຼາດສ່ວນໃຫຍ່ແມ່ນຜ່ານການຈັດກຽມປຸງຣົດ, ກິ່ນ, ປັບປ່ຽນຮູບຮ່າງ, ພາຊະນະບັນຈຸ ເພື່ອໃຫ້ງ່າຍຕໍ່ການກິນແລະ ເກັບຮັກສາ. ທັງນີ້ອາຫານແປຮູບບາງຊະນິດນັ້ນມີການຕື່ມສ່ວນປະສົມຕ່າງໆ ເຊັ່ນ: ສານໃຫ້ຄວາມຫວານແທນນ້ຳຕານ, ສານເຕີມແຕ່ງອາຫານເພື່ອເພີ່ມສີສັນ ແລະ ກິ່ນໃຫ້ມີຄວາມເປັນຕາແຊບ, ສານກັນບູດເພື່ອຮັກສາຄວາມສົດໃໝ່ ແລະ ຕໍ່ອາຍຸການເກັບຮັກສາ.

ອາຫານ

ໃນອາຫານແປຮູບບາງປະເພດອາດໃສ່ນ້ຳຕານທຳມະຊາດ ຫຼື ນ້ຳຕານຟຣຸຸກໂຕສ (High Fructose Corn Syrup) ຫຼາຍເກີນໄປ ເພື່ອໃຫ້ອາຫານມີຣົດຊາດ, ເນື້ອສໍາຜັດ ແລະ ສີຕາມທີ່ຕ້ອງການສົ່ງຜົນໃຫ້ອາຫານແປຮູບມີນ້ຳຕານ, ໂຊດຽມ ແລະໄຂມັນອີ່ມຕົວສູງ.

ອາຫານ

ນອກຈາກນີ້ ທ່ານໝໍ ສຸວັນນະໄຊ ຍັງກ່າວອີກວ່າ ຫາກບໍລິໂພກອາຫານແປຮູບຫຼາຍເກີນໄປ ຈະເຮັດໃຫ້ຮ່າງກາຍຂາດສານອາຫານສຳຄັນໄດ້ແກ່ ວິຕາມິນ ແລະ ແຮ່ທາດຕ່າງໆ ທີ່ພົບຫຼາຍໃນຜັກແລະ ໝາກໄມ້ ເຊິ່ງມີສ່ວນຊ່ວຍໃຫ້ລະບົບຂະບວນການຕ່າງໆ ຂອງຮ່າງກາຍເຮັດວຽກໄດ້ປົກກະຕິ ໂດຍສະເພາະລະບົບປະສາດ ແລະ ກ້າມຊີ້ນ. ນອກຈາກນີ້  ຜັກ ແລະ ໝາກໄມ້ຫຼາກສີ ຍັງອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ຊ່ວຍປ້ອງກັນເຊລບໍ່ໃຫ້ເກີດຄວາມເສຍຫາຍ; ແຕ່ຫາກຮ່າງກາຍຂາດສານເຫຼົ່ານີ້ ຈະສົ່ງຜົນໃຫ້ເຊລຖືກທຳລາຍໄດ້ງ່າຍ, ຜິວໜັງຫ່ຽວຍານ, ເກີດຮອຍກ່ອນໄວອັນຄວນ.

ອາຫານ

ສຳລັບໂປຣຕີນ ທີ່ເປັນອົງປະກອບໂຄງສ້າງຂອງເນື້ອເຍື່ອຕ່າງໆ ໃນຮ່າງກາຍ ທັງຜິວໜັງ, ກະດູກ, ກ້າມຊີ້ນ, ເລັບ, ເອັນ ແລະ ຂໍ້. ພ້ອມນີ້ໂປຣຕີນຍັງເປັນສານອາຫານສໍາຄັນໃນການສ້ອມແປງສ່ວນທີ່ເກີດການຊຸດໂຊມ ແລະໃຊ້ສ້າງເຊລພູມຕ້ານທານຕ່າງໆ. ແຕ່ວ່າໃນອາຫານແປຮູບນັ້ນມັກຈະມີນ້ຳຕານ, ໄຂມັນ ແລະໂຊດຽມສູງ ມະນຸດເຮົາບໍລິໂພກເຂົ້າໄປຮ່າງກາຍຈະໄດ້ຮັບໂປຣຕີນບໍ່ພຽງພໍ ສົ່ງຜົນໃຫ້ປ່ວຍງ່າຍ, ຫາຍປ່ວຍຊ້າ ແລະ ອາດສ່ຽງສະໝອງເສື່ອມ ເນື່ອງຈາກການຂາດກົດອະມິໂນຈໍາເປັນຕໍ່ສະໝອງຢ່າງທຣິບໂຕເຟນ (Tryptophan) ທີ່ພົບໄດ້ໃນຊີ້ນສັດ, ນົມ, ໄຂ່ ແລະໃຍອາຫານ ເຊິ່ງມີສ່ວນສຳຄັນໃນການຊ່ວຍລະບົບຂັບຖ່າຍ ເຮັດໃຫ້ເກີດການໝັກໃນລໍາໃສ້ໄດ້ ກົດໄຂມັນສາຍສັ້ນຊ່ວຍໃຫ້ອາການອັກເສບຂອງສະໝອງທີ່ເພີ່ມຂຶ້ນຕາມສະໝອງຊ້າລົງ, ສາມາດກຳຈັດເຊລມະເຮັງ ແລະອາການອັກເສບຂອງລຳໃສ້ໃຫຍ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply