ກົດໝາຍລະບຸ ຫາກຜູ້ໃດລະເມີດລະບຽບກ່ຽວກັບການກໍ່ສ້າງ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດ ມີໂທດຈຳຄຸກ 2-5 ປີ ແລະ ປັບໃໝ 4-35 ລ້ານກີບ

ກົດໝາຍລະບຸ

ອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃນທຸກມື້ນີ ນອກຈາກການຖືເບົາຂອງຜູ້ຂັບຂີ່ ທີ່ພາໃຫ້ເກີດອຸບັດຕິເຫດ ແລ້ວ ອີກໜຶ່ງສາເຫດທີ່ເຮົາປະຕິເສດບໍ່ໄດ້ວ່າມີສ່ວນໃຫ້ເກີດອຸບັດຕິເຫດກໍຄື ສະພາບຂອງຖະໜົນຫົນທາງ, ການກຳນົດເຂດກໍ່ສ້າງຫົນທາງ, ການຕິດຕັ້ງປ້າຍ ຫຼື ໄຟສັນຍານ ທີ່ບໍ່ຊັດເຈນ ກໍເປັນອີກໜຶ່ງສາເຫດທີ່ມັກພາໃຫ້ເກີດອຸບັດຕິເຫດໄດ້.

ກົດໝາຍລະບຸ

ອີງຕາມປະມວນກົດໝາຍອາຍາ ປີ 2017 ເລກທີ 118/ ປທທ ໝວດທີ 2 ວ່າດ້ວຍການກະທຳຜິດກ່ຽວກັບ ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ມາດຕາ 177 ການລະເມີດລະບຽບກ່ຽວກັບການກໍ່ສ້າງ. ບຸກຄົນໃດ ຫາກລະເມີດລະບຽບກ່ຽວກັບການກໍ່ສ້າງ, ສ້ອມແປງ, ການຕໍ່ເຕີມ, ການທັບມ້າງ, ການຂົນສົ່ງ, ການນຳໃຊ້ ແລະ ການທົດລອງວັດສະດຸກໍ່ສ້າງ, ການນຳໃຊ້ກົນຈັກ ຫຼື ວັດຖຸປະກອນກໍ່ສ້າງ ແລະ ການຄວບຄຸມການກໍ່ສ້າງ ເຊິ່ງເຮັດໃຫ້ບຸກຄົນອື່ນບາດເຈັບ ຫຼື ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຊັບສິນຂອງຄົນອື່ນ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 1 ລ້ານກີບ ຫາ 10 ລ້ານກີບ.

ໃນກໍລະນີການກະທຳຜິດ ຫາກພາໃຫ້ເກີດອຸບັດຕິເຫດ ເຊິ່ງພາໃຫ້ມີຄົນບາດເຈັບ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 2 ລ້ານ ຫາ 15 ລ້ານກີບ.

ໃນກໍລະນີການກະທຳຜິດ ຫາກພາໃຫ້ມີຄົນບາດເຈັບສາຫັດ, ເສຍອົງຄະ ຫຼື ພິການ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 1 ປີ ຫາ 4 ປີ ແລະ ຈະຖືກປັບໃໝ ແຕ່ 3 ລ້ານກີບ ຫາ 20 ລ້ານກີບ.

ກົດໝາຍລະບຸ

ໃນກໍລະນີການກະທໍາຜິດ ຫາກພາໃຫ້ມີຄົນເສຍຊີວິດ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່2 ປີ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 4 ລ້ານກີບ ຫາ 35 ລ້ານກີບ.

ໃນກໍລະນີການກະທໍາຜິດ ຫາກພາໃຫ້ມີຄົນເສຍຊີວິດແຕ່ ສອງຄົນ ຂຶ້ນໄປ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 50 ລ້ານກີບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/