ກະຊວງການເງິນ ສູ້ຊົນເກັບລາຍຮັບເຂົ້າລັດໃຫ້ບັນລຸຕາມແຜນທີ່ວາງໄວ້

ກະຊວງການເງິນ

ໃນປີ 2022 ນີ້, ລັດຖະບານ ກໍຄືຄະນະພັກ-ຄະນະນໍາກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຂະແໜງສ່ວຍສາອາກອນ ລວມເຖິງຄະນະພັກ-ຄະນະນໍາຂອງຂະແໜງສ່ວຍສາອາກອນທຸກໆຂັ້ນໃນຂອບເຂດທົ່ວປະເທດ ຮ່ວມກັບບັນດາຂະແໜງການກ່ຽວຂ້ອງ ຕັດສິນໃຈສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການປີ 2022, ນັບແຕ່ຕົ້ນປີມາຮອດວັນທີ 20 ທັນວາ 2022 ສາມາດເກັບລາຍຮັບໄດ້ 19.714 ຕື້ກີບເທົ່າກັບ 99,5% ທຽບໃສ່ແຜນການປີ. ໃນນີ້, ສະເພາະລາຍຮັບສ່ວຍສາອາກອນສາມາດເກັບລາຍຮັບໄດ້ 12.984 ຕື້ກີບເທົ່າກັບ 90,02% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 15%, ລາຍຮັບຊັບສິນສາມາດເກັບລາຍຮັບໄດ້ 4.955 ຕື້ກີບ ເທົ່າກັບ 127,5% ຂອງແຜນການປີ, ລາຍຮັບຂະແໜງປະຕິຮູບລັດວິສາຫະກິດເກັບໄດ້ 1.774 ຕື້ກີບເທົ່າກັບ 117,4%, ຄາດຄະເນໝົດປີສາມາດເກັບລາຍຮັບໄດ້ 21.675,4 ຕື້ກີບເທົ່າກັບ 109,4% ຂອງແຜນການປີ.

ກະຊວງການເງິນ

ຂໍ້ມູນດັ່ງກ່າວໄດ້ຮັບການລາຍງານຈາກ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ໃນກອງປະຊຸມສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ທີ່ຈັດຂຶ້ນໃນວັນທີ 22-23 ທັນວາ 2022 ຜ່ານມາ. ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຄະນະກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກະຊວງການເງິນ

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານຂະແໜງສ່ວຍສາອາກອນ, ເຊິ່ງທ່ານໄດ້ເນັ້ນໃຫ້ຄຸ້ມຄອງຖານອາກອນໃຫ້ເລິກເຊິ່ງ, ເນັ້ນຫົວໜ່ວຍເຂົ້າໃນລະບົບຄຸ້ມຄອງທີ່ທັນສະໄໝ, ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ, ແກ້ໄຂປາກົດການຫຍໍ້ທໍ້ຂອງພະນັກງານຂະແໜງສ່ວຍສາອາກອນ ໂດຍສະເພາະຂັ້ນເມືອງ ໃຫ້ມີການຕິດຕາມກວດກາການປະຕິບັດ ໜ້າທີ່ຂອງພະນັກງານ, ກວດກາຄືນສັນຍາມອບເໝົາຂອງວິສາຫະກິດ, ຮັບປະກັນການເຊື່ອມຕໍ່ຂະແໜງການທີ່ກ່ຽວຂ້ອງ, ສຸມໃສ່ຂະຫຍາຍຖານອາກອນມູນຄ່າເພີ່ມໃຫ້ໄດ້ທັງປະລິມານ ແລະ ຄຸນະພາບ.

ກະຊວງການເງິນ

ຂອບໃຈຂໍ້ມູນຈາກ: https://bit.ly/3jxjTRE

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/