ການແພດກ້າວໄກ! ຊາຍຊາວໄອແລນ ໄດ້ຮັບການຜ່າຕັດປູກຖ່າຍແຂນ ແລະ ບ່າທັງສອງຂ້າງສຳເລັດເປັນຄົນທຳອິດຂອງໂລກ!


ເຟລິກ ເກຕາສຊົນ ອາຍຸ 48 ປີ ຜູ່ທີ່ໄດ້ຮັບການຜ່າຕັດປູກຖ່າຍແຂນ ແລະ ບ່າທັງສອງຂ້າງດົນເຖິງ 14 ຊົ່ວໂມງ ໃນໂຮງໝໍທາງພາກໃຕ້ຂອງລີຍົງ ປະເທດຝຣັ່ງ ຕອນນີ້ການຜ່າຕັດເປັນໄປດ້ວຍດີ ແລະ ທີມແພດກໍກຳລັງຕິດຕາມອາການຢ່າງໃກ້ຊິດ ຖືວ່າເປັນບາດກ້າວທີ່ຍິ່ງໃຫຍ່ຂອງວົງການການແພດເລີຍ.

ໃນອະດີດ ເຟລິກ ເປັນຊ່າງໄຟຟ້າທີ່ຕ້ອງເຮັດວຽກໜັກກັບສາຍໄຟແຮງສູງຕັ້ງແຕ່ 23 ປີກ່ອນ ແລະ ລາວຖືກໄຟຟ້າ 11,000 ໂວນຊັອດຂະນະທີ່ກຳລັງປະຕິບັດໜ້າທີ່ຢູ່ ກ່ອນຈະຕົກລົງພື້ນ ເຮັດໃຫ້ລາວຢູ່ໃນອາການໂຄມາເຖິງ 3 ເດືອນ, ແຂນທັງສອງຂ້າງຈຳເປັນຕ້ອງຖືກຕັດອອກ ເນື່ອງຈາກໄດ້ຮັບຄວາມເສຍຫາຍເກີນກວ່າຈະແກ້ໄຂໄດ້ ນອກຈາກນີ້ລາວຍັງໄດ້ຮັບບາດເຈັບທົ່ວຮ່າງກາຍ ເຮັດໃຫ້ຕ້ອງໄດ້ເຂົ້າຮັບການຜ່າຕັດຫຼາຍຄັ້ງ.

ການຜ່າຕັດຄັ້ງນີ້ບໍ່ແມ່ນເລື່ອງງ່າຍ ເພາະວ່າທີມແພດຕ້ອງຫາຜູ່ທີ່ບໍລິຈາກແຂນ ແລະ ບ່າທີ່ເໝາະສົມໃຫ້ລາວ, ຕ້ອງອາໄສທີມຜ່າຕັດເຖິງ 4 ທີມ ແລະ ບຸກຄະລາກອນທາງການແພດອີກ 50 ກວ່າຄົນທີ່ຕ້ອງເຂົ້າມາກ່ຽວຂ້ອງກັບຂັ້ນຕອນທີ່ຊັບຊ້ອນສູງ ພ້ອມກັນນັ້ນທາງທີມແພດຍັງໄດ້ເຮັດວຽກຮ່ວມກັນ “ຊອງ ມິເຊວ ດູແບນາ” ສັນຍະແພດຜູ່ປູກຖ່າຍມື ທີ່ປະສົບຄວາມສຳເລັດເປັນຄົນທຳອິດຂອງໂລກອີກດ້ວຍ.

ທີມແພດກ່າວວ່າ ມີໂອກາດທີ່ແຂນຂວາຂອງລາວຈະໃຊ້ວຽກໄດ້ດີກວ່າແຂນຊ້າຍ, ຢ່າງໃດກໍຕາມການຜ່າຕັດຜ່ານມາອາທິດປາຍແລ້ວ ທາງທີມແພດກໍຍັງບໍ່ພົບຄວາມຜິດປົກກະຕິທີ່ເກີດຂຶ້ນກັບເຟລິກ ແລະ ຄາດວ່າລາວຈະກັບມາຫາຍດີເປັນປົກກະຕິອີກຄັ້ງ.

Lionel Badet ສັນຍະແພດຜູ່ເລີ່ມໂຄງການຜ່າຕັດໃຫ້ເຟລິກ ອອກມາໃຫ້ສຳພາດວ່າ ທີມສັນຍະແພດພ້ອມທີ່ຈະດູແລເຟລິກໄປຕະຫຼອດຊີວິດ.

ຂອບໃຈຂໍ້ມູນຈາກ:

https://www.khaosod.co.th/around-the-world-news/news_5806000

https://www.facebook.com/thematterco/posts/2802154423333275