ເປັນຫຍັງຄົນເຮົາຈຶ່ງພາກັນແພ້ອາຫານຫຼາຍຂຶ້ນ?


ການແພ້ອາຫານ ບາງຄັ້ງກໍສ່ຽງອາດເຖິງຂັ້ນເສຍຊີວິດ ແລະ ໃນຍຸກປັດຈຸບັນ ອາການແພ້ນີ້ກໍກຳລັງເພີ່ມຂຶ້ນຫຼາຍໃນທົ່ວໂລກ. ແລ້ວເປັນຫຍັງຄົນຈຶ່ງພາກັນແພ້ອາຫານ ແລະ ເຮົາຈະມີວິທີປ້ອງກັນແນວໃດ?

ການແພ້ອາຫານນັ້ນເປັນເລື່ອງທີ່ບໍ່ຄວນເບິ່ງຂ້າມ. ເວລາຄົນເຮົາກິນສິ່ງທີ່ເຮົາແພ້ ຈະພາໃຫ້ມີອາການ ອາດເປັນອາການເລັກນ້ອຍເຊັ່ນ: ການຄັນ, ບວມ ແລະ ເຈັບທ້ອງ. ແຕ່ກໍມີ 1 ໃນ 4 ຄົນ ທີ່ໂຊກຮ້າຍ ເຖິງຈະມີອາການແພ້ບໍ່ຮຸນແຮງ ແຕ່ເມື່ອຮອດຈຸດໃດຈຸດນຶ່ງແລ້ວ ຈະປະສົບກັບອາການທີ່ຮ້າຍແຮງເຊັ່ນ anaphylaxis (ອາການແພ້ຂັ້ນຮຸນແຮງ) ໂດຍຈະມີອາການ ຫາຍໃຈຝືດ, ວິນຫົວ ແລະ ປວດຮາກ, ອັດຕາການເຕັ້ນຂອງຫົວໃຈຈະຊ້າລົງ, ຄວາມດັນເລືອດອາດຈະຕົກ ແລະລະບົບຫາຍໃຈອາດຖືກປິດລົງ. ເປັນເລື່ອງທີ່ໜ້າຕົກໃຈ ໃນຊຸມປີທີ່ຜ່ານມາ ທັງຍັງມີຫຼາຍກໍລະນີທີ່ເຖິງຂັ້ນເສຍຊີວິດ.

ໃນປັດຈຸບັນ ຄົນເຮົາເປັນໂລກແພ້ອາຫານຫຼາຍຂຶ້ນ ແລະ ໃນທົ່ວໂລກ ມີຄົນຕ້ອງໄປຮັກສາໂຕຢູ່ໂຮງໝໍຫຼາຍຂຶ້ນກວ່າເກົ່າ. ໄດ້ມີການຄົ້ນຄວ້າຂໍ້ມູນການເຂົ້າຮັກສາໂຕຢູ່ໂຮງໝໍ ແລະໄດ້ພົບວ່າ ຄົນທີ່ຕ້ອງເຂົ້າໂຮງໝໍເພື່ອຮັກສາ anaphylaxis (ອາການແພ້ຂັ້ນຮຸນແຮງ) ມີຈໍານວນເພີ່ມຂຶ້ນຫຼາຍ ໃນສະຫະລັດອາເມລິກາ, ອົດສະຕາລີ ແລະ ເອີຣົບ. ໃນອາເມລິກາ, ຄົນທີ່ຕ້ອງໄປໂຮງໝໍຍ້ອນການແພ້ອາຫານເພີ່ມຂຶ້ນ 3 ເທົ່າ ຈາກປີ 1993 ຫາ ປີ 2006. ຢູ່ອັງກິດ ລະຫວ່າງປີ 2013–2019 ໄດ້ພົບວ່າຈໍານວນເດັກນ້ອຍຕ້ອງເຂົ້າໂຮງໝໍຍ້ອນ anaphylaxis (ອາການແພ້ຂັ້ນຮຸນແຮງ) ເພີ່ມຂຶ້ນ 72%, ຈາກ 1.015 ເທື່ອ ເປັນ 1.746 ເທື່ອ.

ມີທິດສະດີນຶ່ງອະທິບາຍການເພີ່ມຂຶ້ນນີ້ວ່າ ຍ້ອນຄົນເຮົາເກັ່ງຂຶ້ນ ເຮົາວິນິດໄສໄດ້ດີຂຶ້ນ ຈຶ່ງພາໃຫ້ພົບການແພ້ອາຫານເພີ່ມຂຶ້ນ. ແຕ່ Kari Nadeau, ຜູ້ຊ່ຽວຊານດ້ານພູມແພ້ຈາກມະຫາວິທະຍາໄລສະແຕນຟອດ, ຜູ້ທີ່ເອີ້ນ ໂລກແພ້ອາຫານນີ້ວ່າ ໂລກແຜ່ລະບາດ ໃນປຶ້ມຫົວໜຶ່ງທີ່ລາວຂຽນຊື່ວ່າ The End of Food Allergy (ຈຸດສິ້ນສຸດຂອງໂລກແພ້ອາຫານ) ບອກວ່າມັນບໍ່ແມ່ນແນວນັ້ນ. ບໍ່ແມ່ນຍ້ອນເຮົາວິເຄາະເກັ່ງຂຶ້ນ ແຕ່ມັນແມ່ນຍ້ອນເຮົາບໍ່ເກັ່ງເລີຍ ທີ່ຈິງແລ້ວ ພວກເຮົາຮູ້ພຽງແຕ່ວ່າແມ່ນອາການແພ້ອາຫານ ແຕ່ມັນບໍ່ໄດ້ຊ່ວຍວິເຄາະຫຍັງເລີຍ.

ມັນເປັນເລື່ອງທີ່ຍາກທີ່ຈະບອກວ່າໂລກພູມແພ້ນີ້ເພີ່ມຂຶ້ນຫຼາຍ ຍ້ອນຂໍ້ມູນທີ່ໄດ້ບໍ່ໜ້າເຊື່ອຖືເທົ່າທີ່ຄວນ ຊຶ່ງກໍຍ້ອນ ມີຄວາມສັບສົນລະຫວ່າງການແພ້ອາຫານ ແລະ ການທີ່ຮ່າງກາຍບໍ່ສາມາດຍ່ອຍອາຫານບາງຊະນິດ/ທາດບາງທາດ (food intolerance). ໃນຂະນະດຽວກັນ ຫຼາຍປະເທດກໍບໍ່ມີຂໍ້ມູນກ່ຽວກັບການເພີ່ມຂຶ້ນຂອງໂລກດັ່ງກ່າວ ແລະ ກໍຍັງບໍ່ມີວິທີການທົດສອບໃດ ທີ່ເປັນມາດຕະຖານເພື່ອເປັນການທົດສອບໂລກແພ້ອາຫານ. ການລອງໃຫ້ຄົນທີ່ມີອາການແພ້ ກິນອາຫານທີ່ແພ້ໃນປະລິມານເລັກນ້ອຍ ໂດຍໄດ້ກຽມພ້ອມດ້ານຄວາມປອດໄພໄວ້ ກໍຍັງຖືເປັນເລື່ອງທີ່ໃຊ້ເວລາຫຼາຍ, ໃຊ້ງົບປະມານຫຼາຍ ແລະ ມີຄວາມສ່ຽງຫຼາຍ.

ແຕ່ແນວໃດກໍດີ ອີງຕາມແຫຼ່ງຂໍ້ມູນວິຊາການ Nadeau ບອກວ່າ ອັດຕາການແພ້ອາຫານໃນທົ່ວໂລກໄດ້ເພີ່ມຂຶ້ນຈາກ 3% ຂອງປະຊາກອນໃນປີ 1960 ເປັນປະມານ 7% ໃນປີ 2018. ນອກຈາກອັດຕາທີ່ເພີ່ມຂຶ້ນແລ້ວ ອາຫານທີ່ຄົນພາກັນແພ້ນັ້ນກໍມີຫຼາກຫຼາຍຂຶ້ນກວ່າແຕ່ກ່ອນ. Peter Ben Embarek ເຮັດວຽກໃຫ້ແກ່ເຄືອຂ່າຍອົງກອນຄວາມປອດໄພດ້ານອາຫານຂອງສາກົນ ຊຶ່ງເປັນອົງກອນໜຶ່ງຂອງອົງການອະນາໄມໂລກ ໄດ້ກ່າວວ່າ ໃນແຕ່ກ່ອນ ຫຼາຍທົດສະວັດທີ່ຜ່ານມາ ຄົນເຮົາແພ້ແຕ່ ປະເພດ ອາຫານທະເລ, ນົມ ແລະ ຖົ່ວ ແຕ່ດຽວນີ້ ຄົນເຮົາແພ້ອາຫານຫຼາກຫຼາຍປະເພດຫຼາກຫຼາຍຊະນິດ.

ໂດຍຮວມແລ້ວ ຜູ້ຊ່ຽວຊານຫຼາຍທ່ານກໍເຫັນກົງກັນວ່າ ໂລກແພ້ອາຫານໄດ້ເພີ່ມຂຶ້ນ ແຕ່ຈະອະທິບາຍໄດ້ແນວໃດ? ຫຼາຍທ່ານກໍມີຫຼາຍຄວາມຄິດ. David Strachan ຜູ້ຊ່ຽວຊານດ້ານໂຣກລະບາດ ໄດ້ສັງເກດຄອບຄົວໃນຍຸກປີ 1989 ເຫັນວ່າ ເດັກນ້ອຍທີ່ອາໄສຢູ່ກັບອ້າຍເອື້ອຍ ຈະມີຄວາມສ່ຽງ ທີ່ຈະມີໂລກແພ້ອາກາດ (Hay Fever) ຫຼື ໂລກຜິວໜັງ (Eczema) ໜ້ອຍລົງ. ແຕ່ກໍມີນັກວິທະຍາສາດຫຼາຍທ່ານຄັດຄ້ານທິດສະດີນີ້.

ທ່ານ Rook ບອກວ່າ ການທີ່ເຮົາໄດ້ຮັບເຊື້ອໂຣກທີ່ແຜ່ຫຼາຍໃນຊ່ວງເປັນເດັກນ້ອຍ ຈະພາໃຫ້ເຮົາສ່ຽງເປັນໂລກຫອບຫືດ ແລະ ຜູ້ຊ່ຽວຊານຫຼາຍທ່ານກໍເຫັນດີເຫັນພ້ອມວ່າ ເຮົາຄວນຮັກສາຄວາມສະອາດ ເພື່ອປ້ອງກັນເຊື້ອໂຣກ. ແຕ່ບາງທ່ານກໍບອກວ່າ ມັນບໍ່ກ່ຽວກັບວ່າເຮືອນສະອາດ ຫຼື ບໍ່ສະອາດ ແຕ່ມັນຂຶ້ນກັບວ່າລໍາໄສ້ຂອງຄົນເຮົາໄດ້ພົບກັບຈຸລິນຊີແບບໃດແດ່. ການທີ່ເຮົາອາໄສຢູ່ກັບອ້າຍເອື້ອຍນັ້ນເປັນສິ່ງທີ່ດີ ມັນໄດ້ເຮັດໃຫ້ເຮົາພົບກັບ  microbiota of the family (ຈຸລິນຊີລວມຂອງຄອບຄົວ) ໂດຍສະເພາະ ແມ່ນຈຸລິນຊີລວມຂອງແມ່ (microbiota of the mother). ໝາຍຄວາມວ່າ ເຮົາເຮັດໃຫ້ຮ່າງກາຍ ຫຼື ລຳໄສ້ ໄດ້ພົບກັບຈຸລິນຊີທີ່ຈະເຮັດໃຫ້ລຳໄສ້ມີພູມຕ້ານທານຂຶ້ນ. ທິດສະດີນີ້ກໍຍັງອາດກ່ຽວພັນໄປເຖິງເລື່ອງການແພ້ອາຫານ ກັບ ເດັກນ້ອຍທີ່ເກີດໂດຍການຜ່າອອກ. ການທີ່ເດັກນ້ອຍບໍ່ໄດ້ອອກມາທາງຊ່ອງຄອດ ເຮັດໃຫ້ບໍ່ໄດ້ກືນກິນແບັກທີເຣຍ. ໃນປະເທດເດັນມາກ, ໄດ້ມີການພິສູດແລ້ວວ່າ ຍິ່ງມີໝາມີແມວຫຼາຍ ກໍສ່ຽງໃຫ້ເປັນໂຣກພູມແພ້ໜ້ອຍລົງ.

ໃນຊ່ວງປີ 1990 ທີ່ໄດ້ພົບໂຣກພູມແພ້ອາຫານໃໝ່ໆ ຜູ້ຄົນພາກັນກັງວົນຫຼາຍ ສຳລັບການແພ້ຖົ່ວ ຈຶ່ງພາກັນແນະນຳ ໂດຍບໍ່ໄດ້ມີຫຼັກຖານຂໍ້ມູນຢັ້ງຢືນຫຍັງເລີຍ ວ່າບໍ່ຄວນໃຫ້ເດັກນ້ອຍກິນຖົ່ວ ຈົນກວ່າຈະມີອາຍຸເຖິງ 3 ປີ, ສິ່ງນີ້ກ່າວໂດຍ Clare Mills ອາຈານດ້ານການປິ່ນປົວອາການພູມແພ້ຢູ່ມະຫາວິທະຍາໄລອັງກິດ, ແມນເຊັດເຕີ. ທັງທີ່ຈິງແລ້ວ ຜູ້ປົກຄອງຄວນໃຫ້ເດັກນ້ອຍກິນອາຫານທີ່ແພ້ຕັ້ງແຕ່ນ້ອຍ ເພາະວ່າເຖິງເດັກນ້ອຍຈະບໍ່ກິນ ກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະບໍ່ພົບກັບຖົ່ວອີກເລີຍ. ພວກເຂົາອາດຈະໄດ້ສຳຜັດຜ່ານຂີ້ຝຸ່ນ, ເຟີນີເຈີ ຫຼື ຄຣີມທາໜ້າທີ່ມີນ້ຳມັນໝາກຖົ່ວ ຊຶ່ງມັນກໍ່ໃຫ້ເກີດການສຳຜັດກັບຜິວໜັງ ແລະອາດສົ່ງຜົນຕໍ່ກັບລະບົບພູມຕ້ານທານໄດ້. ເມື່ອເດັກນ້ອຍກິນອາຫານ ລະບົບພູມຕ້ານທານກໍຈະເຮັດໜ້າທີ່ຂອງມັນ ໂດຍໂຈມຕີສິ່ງທີ່ເຂົ້າມາຄຸກຄາມ. Nadeau ໄດ້ໝູນໃຊ້ຄວາມຄິດນີ້ ແລະ ບອກວ່າ “ຫາກຜ່ານຜິວໜັງ ເຮົາເລີ່ມມີອາການແພ້ ແຕ່ຖ້າຜ່ານການກິນ ອາການແພ້ກໍຈະສາມາດຖືກປາບໃຫ້ອ່ອນລົງໄດ້.”

ດັ່ງນັ້ນ ເດັກນ້ອຍທີ່ເປັນຫອບຫືດ ຈຶ່ງໄດ້ຖືກແນະນຳບໍ່ໃຫ້ກິນນົມແມ່ ແຕ່ໃຫ້ກິນອາຫານປະເພດອື່ນແທນ ໃນຊ່ວງອາຍຸ 3-4 ເດືອນ ເພາະໃນຊ່ວງທຳອິດນີ້ ມັນມີຊ່ອງທາງທີ່ຈະສ້າງພູມຄຸ້ມກັນ, ກ່າວໂດຍ Alexandra Santos ອາຈານຊ່ວຍໃນເລື່ອງການແພ້ຂອງເດັກ ຢູ່ວິທະຍາໄລ King’s College London. ຜ່ານບົດສຶກສາການແພ້ໝາກຖົ່ວ ຊື່ວ່າ  Learning Early About Peanut Allergy study  ລາວໄດ້ຊ່ວຍພິສູດວ່າ ການໃຫ້ເດັກນ້ອຍກິນໝາກຖົ່ວເປັນເວລາ 4-11 ເດືອນ ສາມາດເຮັດໃຫ້ເດັກນ້ອຍ ອາຍຸ 5 ປີ ມີໂອກາດແພ້ຖົ່ວໜ້ອຍລົງ ໄດ້ເຖິງ 80%.

ວິຕາມິນດີ (Vitamin D) ກໍອາດເປັນອີກໜຶ່ງປັດໄຈ. ເຮົາເປັນພູມແພ້ຫຼາຍຂຶ້ນ ຍ້ອນພວກເຮົາໃຊ້ເວລາຢູ່ໃນຮົ່ມຂຶ້ນຫຼາຍ ເຮັດໃຫ້ວິຕາມິນດີ (ທີ່ຊ່ວຍພັດທະນາລະບົບພູມຕ້ານທານຂອງເຮົາ) ມີບໍ່ພຽງພໍ? ແຕ່ກໍຍັງບໍ່ມີຫຼັກຖານທີ່ຊັດເຈນ. ໄດ້ມີການວິເຄາະຫຼາຍແບບກ່ຽວກັບວິຕາມິນດີ ຕໍ່ກັບການແພ້ອາຫານຂອງຄົນເຮົາ ແຕ່ Nadeau ໄດ້ບອກວ່າ ຊິມີວິຕາມິນດີ ໜ້ອຍ ຫຼື ຫຼາຍເກີນໄປ ກໍສາມາດສ້າງບັນຫາໄດ້ໝົດ.

ທັງນີ້ທັງນັ້ນ ກໍຍັງບໍ່ມີຂໍ້ສະຫຼຸບສຳລັບເລື່ອງນີ້. ຍັງຄົງຕ້ອງມີການຄົ້ນຄວ້າຕໍ່ໄປ ແລະຄຳຖາມທີ່ຄວນສືບຕໍ່ຫາຄຳຕອບກໍຄື ເຮົາຈະເຮັດແນວໃດຈຶ່ງຈະປອດໄພທ່າມກາງສະພາວະທີ່ແພ້ອາຫານຫຼາຍຂຶ້ນ? ການຫຼີກລ່ຽງບໍລິໂພກອາຫານທີ່ແພ້ ອາດຈະບໍ່ຊ່ວຍຫຍັງ ແລະອາດຈະພາໃຫ້ເປັນອັນຕະລາຍ ຫຼື ເຮົາອາດຈະຄ່ອຍໆກິນເທື່ອລະເລັກລະນ້ອຍ ເພື່ອໃຫ້ຮ່າງກາຍປັບຕົວຍອມຮັບອາຫານທີ່ແພ້ ມັນກໍເປັນເລື່ອງສ່ຽງ ສຳລັບບາງຄົນແລ້ວ ການກິນອາຫານທີ່ແພ້ອາດສ່ຽງເຖິງຂັ້ນເສຍຊີວິດ.

ກິນດື່ມ

error: Content is protected !!