D.O EXO ບໍ່ຕໍ່ສັນຍາກັບ SM ພ້ອມເຊັນສັນຍາກັບບໍລິສັດໃໝ່ຂອງອະດີດຜູ້ຈັດການ


D.O ສະມາຊິກວົງ EXO ກຽມໂບກມືລາກັບອະດີດຕົ້ນສັງກັດຢ່າງ SM Entertainment ຫຼັງຈາກຮ່ວມງານກັນມາຍາວນານ ພ້ອມຈະເຊັນສັນຍາກັບຄ່າຍໃໝ່ທີ່ກໍ່ຕັ້ງໂດຍອະດີດຜູ້ຈັດການ ແຕ່ກໍຍັງຈະດຳເນີນກິດຈະກຳກັບສະມາຊິກວົງ EXO ຄືເກົ່າ.

ເມື່ອວັນທີ 18 ຕຸລາ 2023 ສຳນັກຂ່າວ  JTBC ໄດ້ລາຍງານວ່າ D.O EXO ຈະອຳລາຄ້າຍ SM Entertainment ພ້ອມກັບລາຍງານໃນເວລາວ່າທາງ SM ກໍໄດ້ອອກມາປະກາດຢ່າງເປັນທາງການວ່າ “ສັນຍາພິເສດຂອງ D.O EXO ຮ່ວມກັບທາງພວກເຮົານັ້ນຈະສິ້ນສຸດລົງໃນຕົ້ນເດືອນພະຈິກ ຫຼັງຈາກໄດ້ມີການໂອ້ລົມກັນ ກໍໄດ້ມີການຕັດສິນໃຈວ່າ D.O ຍັງຄົງເຮັດກິດຈະກຳໃນຖານະ EXO ແຕ່ໃນສ່ວນການສະແດງ ແລະ ກິດຈະກຳດ່ຽວນັ້ນຈະຖືກຂຶ້ນກັບບໍລິສັດໃໝ່”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/