Cryptocurrency ແມ່ນຫຍັງ?


ໃນປີ  2009, ບິດຄອຍ (Bitcoin) ໄດ້ຖືກນຳໃຊ້ ແລະ ເວົ້າເຖິງໃນສັງຄົມອອນໄລນ໌ ວ່າເປັນເຄື່ອງມືແລກປ່ຽນທີ່ສາມາດນຳໃຊ້ແທນເງິນສົດໄດ້ ສຳລັບຊື້ສິນຄ້າ ແລະ ບາງບໍລິການ, ແຕ່ໃນໄລຍະນັ້ນຍັງບໍ່ໄດ້ຮັບຄວາມນິຍົມ ແລະ ຖືກຍອມຮັບເປັນວົງກວ້າງ, ແຕ່ກໍຖືວ່າເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ສັງຄົມໄດ້ຮູ້ຈັກຄຳວ່າ Cryptocurrency, ຈົນຮອດປີ 2021 ທີ່ມູນຄ່າຂອງ Bitcoin ໄດ້ເພີ່ມຂຶ້ນເປັນເປັນຫຼາຍໆເທົ່າຕົວຈົນເປັນທີ່ໜ້າຕົກໃຈ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ຄົນຫຼາຍກວ່າເກົ່າ.

Cryptocurrency ໝາຍເຖິງສິນຊັບທາງ Digital ທີ່ມີການເຂົ້າລະຫັດໂດຍການໃຊ້ຄອມພິວເຕີເປັນສື່ກາງໃນການແລກປ່ຽນມູນຄ່າ ໂດຍຜ່ານອິນເຕີເນັດ, ມີທີ່ມາຈາກຄຳວ່າ Crypto ທີ່ແປວ່າ ການເຂົ້າລະຫັດ ແລະ Currency ສະກຸນເງິນ, ມີລາຄາກາງໃນການຊື້ຂາຍທີ່ປ່ຽນແປງໄປຕາມກົນໄກຂອງຕະຫຼາດ, ແຕ່ຍ້ອນບໍ່ມີລັກສະນະເປັນຮູບປະທຳຄືກັບສະກຸນເງິນທົ່ວໄປ (Flat Currency) ຂອງແຕ່ລະປະເທດ ທີ່ມີການຜະລິດທະນະບັດ ຫຼື ຫຼຽນ ໃນການແລກປ່ຽນ, ຈົນບາງເທື່ອເຮົາກໍເອີ້ນເງິນ Digital ນີ້ວ່າ “ສະກຸນເງິນຈຳລອງ (Virtual Currency)”.

ຖ້າປຽບອີກແບບໜຶ່ງເຮົາກໍພໍຈະເວົ້າໄດ້ວ່າ Cryptocurrency ກໍຄືຮູບແບບການໃຊ້ຈ່າຍເງິນໃດໜຶ່ງທາງອອນໄລນ໌ ປຽບຄືກັບການແລກຄູປອງ ຫຼື ຫຼຽນທີ່ໃຊ້ໃນໂຮງອາຫານ ຫຼື ຫ້າງຮ້ານຄ້າໃດໜຶ່ງທີ່ມີເຄື່ອງມືແລກປ່ຽນເປັນຂອງຕົນເອງ, ແລະ ແນ່ນອນວ່າເຮົາສາມາດປ່ຽນເງິນສົດໃຫ້ເປັນສິນຊັບ Digital ແລະ ປ່ຽນຈາກສິນຊັບ Digital ໃຫ້ເປັນເງິນໄດ້ ໂດຍຜ່ານການແລກປ່ຽນຊື້ຂາຍ.

ເນື່ອງຈາກ Cryptocurrency ບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມການຜະລິດ ຫຼື ຈັດການຈຳນວນຂອງຫຼຽນ ໂດຍກົງຈາກລັດຖະບານ ຫຼື ໜ່ວຍງານທີ່ກ່ຽວຂ້ອງຈາກປະເທດໃດໜຶ່ງ, ຈຶ່ງຕ້ອງມີລະບົບທີ່ສາມາດໃຫ້ສິນຊັບ Digital ເຮັດວຽກ ແລະ ຄວບຄຸມຕົວເອງໄດ້ ເຊີ່ງເອີ້ນລະບົບນີ້ວ່າ ‘ບ໋ອກເຊນ (Block chain)’.

Cryptocurrency ເຮັດວຽກຢູ່ເທິງລະບົບ BlockChain ເຮັດໃຫ້ການຄົງຢູ່ ແລະ ຈຳນວນຂອງຫຼຽນດັ່ງກ່າວ ໄດ້ຮັບການບັນທຶກ ແລະ ຢັ້ງຢືນຂໍ້ມູນວ່າ “ໃຜເປັນເຈົ້າຂອງ” ຂອງຫຼຽນນັ້ນໆໂດຍມີການບັນທຶກ ແລະ ຢັ້ງຢືນຮ່ວມກັນໂດຍຜູ້ທີ່ກ່ຽວຂ້ອງໃນໂຄງຂ່າຍນັ້ນ.

ປັດຈຸບັນນີ້ມີຫຼາຍກວ່າ 6,700 ຮູບແບບຂອງ Cryptocurrency ໄດ້ຖືກຊື້ຂາຍກັນຢູ່ ໂດຍຂໍ້ມູນອ້າງອີງຈາກ coinmarketcop.com, ແຕ່ມີພຽງປະມານ 10 ປະເພດຂອງ Cryptocurrency ທີ່ມີມູນຄ່າ ແລະ ໄດ້ຮັບຄວາມນິຍົມສູງໃນການແລກປ່ຽນຊື້ຂາຍ ນັ້ນຄື: Bitcoin, Ethereum, Tether, Binance Coin, Cardano, Polkadot, XRP, Uniswap, Litecoin, Chailink.

ຈາກຄວາມນິຍົມທີ່ເພີ່ມຂຶ້ນສູງຂອງ Cryptocurrency ໃນປັດຈຸບັນ ເຮັດໃຫ້ຫຼາຍໆປະເທດໃນໂລກຕ່າງກໍກຳລັງເລີ່ມໃຫ້ຄວາມສົນໃຈ ແລະ ຕ້ອງການຜະລິດ, ພັດທະນາ Cryptocurrency ຂອງຕົນເອງເພື່ອນຳໃຊ້ໃນປະເທດ.

ຕໍ່ໄປໃນອະນາຄົດອັນບໍ່ໄກນີ້ ສິນຊັບ Digital ອາດຈະຖືກພັດທະນາ ແລະ ເຂົ້າມາປ່ຽນແປງການໃຊ້ຈ່າຍຂອງເຮົາບໍ່ຫຼາຍກໍໜ້ອຍ.

ຂໍຂອບໃຈຂໍ້ມູນຈາກ :