ອອກມາແລ້ວ! ຂໍ້ຕົກລົງວ່າດ້ວຍການເຮັດທົດລອງ ທຸລະກຳຊັບສິນດິຈິຕອນ


ຂໍ້ຕົກລົງຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເລກທີ 888 /ກຕສ ນະຄອນຫຼວງວຽງຈັນ, ວັນທີ 9, 11. 2021 ຂໍ້ຕົກລົງ ວ່າດ້ວຍການເຮັດທົດລອງທຸລະກໍາຊັບສິນດິຈິຕອນ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຕົກລົງ:

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດປະເພດ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຮັດທົດລອງ ທຸລະກໍາຊັບສິນດິຈິຕອນ ໃນ ສປປ ລາວ ໃຫ້ມີຄວາມປອດໄພ, ຫນ້າເຊື່ອຖື ແລະ ມີປະສິດທິພາບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ດໍາເນີນທຸລະກໍາ ແລະ ຜູ້ໃຊ້ບໍລິການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ທຸລະກໍາຊັບສິນດິຈິຕອນ

ທຸລະກໍາຊັບສິນດິຈິຕອນ ແມ່ນ ການດໍາເນີນກິດຈະການໃດຫນຶ່ງ ຫຼື ທັງຫມົດກິດຈະການກ່ຽວກັບ ທຸລະກິດຊັບສິນດິຈິຕອນ ດ້ວຍການນໍາໃຊ້ເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ (Blockchain) ນັບແຕ່ຂອດການຂຸດຄົ້ນໄປຈົນເຖິງຂອດບໍລິການຊື້-ຂາຍ ຫຼື ແລກປ່ຽນລະຫວ່າງເງິນຄຣິບໂຕດ້ວຍກັນ.

ມາດຕາ 3 ອະທິບາຍຄໍາສັບ

ຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມຫມາຍ ດັ່ງນີ້:

1. ຊັບສິນດິຈິຕອນ (Digital Asset) ຫມາຍເຖິງ ຊັບສິນທີ່ຖືກສ້າງຂຶ້ນດ້ວຍຂໍ້ມູນທາງເອເລັກໂຕຣນິກເພື່ອໃຫ້ເປັນຕົວກາງໃນການແລກປ່ຽນ ຫຼື ຊື້-ຂາຍ ດ້ວຍກັນ. ຊັບສິນດິຈິຕອນ ແບ່ງອອກເປັນ 02 ປະເພດ ຄື:

ກ. ເງິນຄຣິບໂຕ (Cryptocurrency): ແມ່ນຂໍ້ມູນດິຈິຕອນທີ່ຖືກສ້າງຂຶ້ນໃນລະບົບເຄືອຂ່າຍເອເລັກໂຕຣນິກ ໃນຫຼາຍຮູບແບບ ເຊັ່ນ: ບິດຄອຍ (Bitcoin), ອີເທິລຽມ (Ethereum), ໄລຄອຍ (Litecoin) ແລະ ອື່ນໆອີກ.

ຂ. ຫຼຽນໂທເຄັນດິຈິຕອນ (Digital Token): ແມ່ນຂໍ້ມູນເອເລັກໂຕຣນິກສ້າງຂຶ້ນເປັນລະບົບ ຫຼຽນດິຈິຕອນເພື່ອໃຊ້ງານສະເພາະຕາມຈຸດປະສົງຢ່າງໃດຢ່າງຫນຶ່ງຂອງຜູ້ສ້າງຫຼຽນ ຫຼື ກໍານົດສິດຂອງ ບຸກຄົນໃນການຮັບສິນຄ້າ, ການບໍລິການ ຫຼື ການຮ່ວມລົງທຶນ ເຊິ່ງແບ່ງເປັນ 02 ປະເພດຫຼັກ ຄື: ໂທເຄັນດິຈິຕອນເພື່ອການລົງທຶນ (Investment Token) ແລະ ໂທເຄັນດິຈິຕອນເພື່ອການໃຊ້ປະໂຫຍດ (Utility Token).

2. ສູນຊື້-ຂາຍເງິນຄຣິບໂຕ ຫມາຍເຖິງ ລະບົບຖານ (Platform) ທີ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ເພື່ອໃຫ້ບໍລິການຊື້-ຂາຍ ຫຼື ແລກປ່ຽນ ຊັບສິນດິຈິຕອນ ຫຼື ອໍານວຍຄວາມສະດວກໃຫ້ ຜູ້ໃຊ້ບໍລິການທີ່ມີຄວາມຕ້ອງການຊື້-ຂາຍ ຫຼື ແລກປ່ຽນຊັບສິນດິຈິຕອນ ສາມາດຕົກລົງ ຫຼື ຈັບຄູ່ເຮັດທຸລະກໍານໍາກັນໄດ້.

3. ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ຫມາຍເຖິງ ລະບົບການເກັບຮັກສາຂໍ້ມູນແບບບໍ່ລວມສູນ ແຕ່ຂໍ້ມູນທີ່ໄດ້ຮັບການປົກປ້ອງນັ້ນ ຈະຖືກເກັບຮັກສາເປັນສໍາເນົາໄວ້ໃນລະບົບເຄືອຂ່າຍເອເລັກໂຕຣນິກຂອງຜູ້ໃຊ້ງານທັງຫມົດ ທີ່ໃຊ້ຖານຂໍ້ມູນເປັນແຕ່ລະກຸ່ມພົວພັນຫາກັນແບບຕ່ອງໂສ້ ເຊິ່ງມີຄວາມປອດໄພສູງ ແລະ ຍາກຕໍ່ການປອມແປງ ຫຼື ໂຈລະກໍາຂໍ້ມູນ.

ມາດຕາ 4 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກໍາຊັບສິນດິຈິຕອນຢູ່ ສປປ ລາວ.

ມາດຕາ 5 ປະເພດທຸລະກິດຊັບສິນດິຈິຕອນ

ທຸລະກິດຊັບສິນດິຈິຕອນທີ່ອະນຸຍາດໃຫ້ດໍາເນີນທຸລະກໍາທົດລອງຢູ່ ສປປ ລາວ ມີ 02 ປະເພດ ດັ່ງນີ້:

1. ການຂຸດຄົ້ນເງິນຄຣິບໂຕ.

2. ການຊື້-ຂາຍເງິນຄຣິບໂຕ.

ການຂຸດຄົ້ນເງິນຄຣິບໂຕ ແມ່ນການດໍາເນີນກິດຈະການທີ່ນໍາໃຊ້ຊັບພະຍາກອນຄອມພິວເຕີ ຫຼື ອຸປະກອນເອເລັກໂຕຣນິກ ເພື່ອຢັ້ງຢືນທຸລະກໍາໃຫ້ລະບົບ ຫຼື ຄຳນວນສົມຜົນຄະນິດສາດ ແລ້ວໄດ້ຜົນຕອບແທນເປັນຫົວຫນ່ວຍເງິນຄຣິບໂຕ. ການຊື້-ຂາຍເງິນຄຣິບໂຕ ແມ່ນການດໍາເນີນກິດຈະການບໍລິການຊື້-ຂາຍ, ແລກປ່ຽນເງິນຄຣິບໂຕ ຢູ່ໃນສູນຊື້-ຂາຍເງິນຄຣິບໂຕ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.

ມາດຕາ 6 ມາດຕະຖານ ແລະ ເງື່ອນໄຂຂອງຜູ້ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ

ຜູ້ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ຕ້ອງມີມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:

  1. ເປັນບໍລິສັດຂອງຄົນລາວທີ່ມີຄວາມຫມັ້ນຄົງທາງດ້ານການເງິນ, ມີທຶນພຽງພໍສໍາລັບການດໍາເນີນທຸລະກິດຂຸດຄົ້ນເງິນຄຣິບໂຕ, ມີເງິນຄ້ຳປະກັນທີ່ເຫມາະສົມກັບທຸລະກິດການຂຸດຄົ້ນ ເພື່ອຮັບປະກັນການຈັດການຂີ້ເຫຍື້ອເອເລັກໂຕຣນິກ.
  2. ຜູ້ດໍາເນີນທຸລະກໍາ ຫຼື ຜູ້ຖືຮຸ້ນ ຕ້ອງມີປະຫວັດຈະແຈ້ງ, ບໍ່ຢູ່ໃນລະຫວ່າງຖືກກ່າວຫາ ຫຼື ຖືກດໍາເນີນຄະດີຕາມກົດຫມາຍ ກ່ຽວກັບການສໍ້ໂກງ, ການຟອກເງິນ ຫຼື ກ່ຽວຂ້ອງກັບການເງິນ, ຫຼື ເຄີຍໄດ້ຮັບໂທດກ່ຽວກັບຄະດີສໍ້ໂກງ ຫຼື ມີຫນີ້ຕ້ອງຮັບທວງຍາກ (NIPL.) ລວມທັງ ໜີ້ຕ້ອງຮັບທວງຍາກຂອງບຸກຄົນ ແລະ ນິຕິບຸກຄົນທີ່ກ່ຽວພັນຢູ່ທະນາຄານໃນໄລຍະທີ່ກໍາລັງດໍາເນີນການຂໍອະນຸຍາດ ຈາກລັດຖະບານ.
  3. ມີມາດຕະການຮັກສາຄວາມປອດໄພຈາກການໂຈລະກໍາຂໍ້ມູນເອເລັກໂຕຣນິກ ລວມທັງການບໍລິຫານຄວາມສ່ຽງທີ່ເກີດຂຶ້ນຈາກການໂຈລະກໍາ, ມີມາດຕະການຕ້ານການຟອກເງິນ ແລະ ການກໍ່ການຮ້າຍ.
  4. ມີພື້ນຖານໂຄງລ່າງຄົບຖ້ວນ, ຮັບປະກັນການປົກປັກຮັກສາສິ່ງແວດລ້ອມ, ມີສະຖານທີ່ຕັ້ງໂຮງງານຂຸດຄົ້ນຢູ່ໃກ້ກັບສະຖານີໄຟຟ້າແຮງສູງ ທີ່ສາມາດສະຫນອງໄຟຟ້າໃຫ້, ປະຕິບັດຕາມມາດຕະຖານເຕັກນິກທີ່ ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງພະລັງງານ ແລະ ບໍ່ແຮ່, ການລົງທຶນກໍ່ສ້າງລະບົບສາຍສົ່ງໄຟຟ້າ ແລະ ສະຖານີໄຟຟ້າຍ່ອຍ ທີ່ນໍາໃຊ້ໃນການຂຸດຄົ້ນເງິນດຣິບໂຕ ແມ່ນເປັນຄວາມຮັບຜິດຊອບຂອງຜູ້ດໍາເນີນທຸລະກໍາ.
  5. ໂຮງງານຂຸດຄົ້ນເງິນຄຣິບໂຕ ແຫ່ງຫນຶ່ງ ຕ້ອງນໍາໃຊ້ພະລັງງານໄຟຟ້າ ບໍ່ຕ່ຳກວ່າ 10 ເມັກກາວັດ. ສະຫນອງໄຟຟ້າດ້ວຍແຮງດັນ 115 kV ຫຼື 230 kV, ອາຍຸສັນຍາຕໍ່ຫນຶ່ງສະບັບແມ່ນ 06 ປີ ແລະ ມີສິດຕໍ່ສັນຍາຂຶ້ນກັບຄວາມສາມາດການສະຫນອງໄຟຟ້າຂອງ ລັດວິສາຫະກິດໄຟຟ້າລາວ. ລາຄາໄຟຟ້າແມ່ນ 6,95 ເຊັນໂດລາສະຫະລັດຕໍ່ກິໂລວັດໂມງ ແລະ 5,5 ເຊັນໂດລາສະຫະລັດຕໍ່ກິໂລວັດໂມງສໍາລັບຜູ້ປະກອບການທີ່ມີຈຸດປະສົງຂຸດຄົ້ນແຕ່ໃນລະດູຝົນເທົ່ານັ້ນ.
  6. ລັດຖະບານຈະຍົກເວັ້ນຄ່າຜ່ານສາຍສົ່ງ ແລະ ພາສີນໍາເຂົ້າໄຟຟ້າຈາກຕ່າງປະເທດໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອສະຫນອງໃຫ້ການຂຸດຄົ້ນເງິນຄຣິບໂຕ.
  7. ລາຍງານກ່ຽວກັບການດໍາເນີນທຸລະກິດປະຈໍາປີ, ລາຍງານເມື່ອມີການປ່ຽນແປງຜູ້ບໍລິຫານຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງການເງິນ ຜ່ານທາງເອເລັກໂຕຣນິກ ຫຼື ເປັນລາຍລັກອັກສອນ ພາຍໃນ 15 ວັນລັດຖະການ. ໃນກໍລະນີທີ່ຢຸດຕິທຸລະກໍາຂຸດຄົ້ນເງິນຄຣິບໂຕແລ້ວ ຫ້າມນໍາອອກເຄື່ອງອຸປະກອນຂຸດຄົ້ນດັ່ງກ່າວ.
  8. ຜູ້ໄດ້ຮັບອະນຸຍາດ ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ທີ່ໄດ້ຮັບອະນຸມັດ ຈໍານວນພະລັງງານໄຟຟ້າແລ້ວ ຕ້ອງມີການເຊັນສັນຍາຊື້-ຂາຍໄຟຟ້າ ກັບລັດວິສາຫະກິດໄຟຟ້າລາວ ໂດຍບໍ່ຕ້ອງຈ່າຍເງິນ ຄ້ໍາປະກັນ. ແຕ່ເລີ່ມຈາກມື້ຊົມໃຊ້ໄຟຟ້າ, ຜູ້ດໍາເນີນທຸລະກິດຈະຕ້ອງຈ່າຍຄ່າໄຟຟ້າຕາມແຜນການນໍາໃຊ້ ໄຟຈໍານວນ 01 ເດືອນ ເພື່ອມັດຈໍາລ່ວງຫນ້າກ່ອນໃຫ້ລັດວິສາຫະກິດໄຟຟ້າລາວ. ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບຜູ້ດໍາເນີນທຸລະກິດ ເປັນຜູ້ກໍານົດແຜນການນໍາໃຊ້ໄຟຟ້າກ່ອນການເຊັນສັນຍາຊື້ຂາຍໄຟຟ້າ.
  9. ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງຢັ້ງຢືນວ່າມີໄຟຟ້າພຽງພໍ ໂດຍອີງເອົາການຊົມໃຊ້ໄຟຟ້າຂອງສັງຄົມເປັນບຸລິມະສິດຕົ້ນຕໍ.
  10. ຕ້ອງປະຕິບັດພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ ແລະ ຕາມກົດຫມາຍແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ.

ມາດຕາ 7 ລະບຽບການອະນຸມັດການດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ

ຜູ້ດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ຕ້ອງປະຕິບັດຕາມລະບຽບການ ດັ່ງນີ້:

  1. ເປັນບໍລິສັດທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມລະບຽບກົດຫມາຍ ໃນ ສປປ ລາວ.
  2. ມີສັນຍາຊື້-ຂາຍໄຟຟ້າກັບລັດວິສາຫະກິດໄຟຟ້າລາວ ໂດຍໄດ້ຮັບການອະນຸຍາດຈາກກະຊວງພະລັງງານ ແລະ ບໍ່ແຮ່.
  3. ໄດ້ຮັບໃບອະນຸຍາດດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  4. ປະຕິບັດລະບົບບັນຊີ ແລະ ການລາຍງານຖານະການເງິນຕາມກົດຫມາຍວ່າດ້ວຍການບັນຊີ ຂອງ ສປປລາວ ແລະ ມີການກວດສອບບັນຊີຈາກ ຜູ້ກວດສອບອິດສະຫຼະ ແລະ ກົດໝາຍວ່າດ້ວຍການກວດສອບ.
  5. ທະນາຄານແຫ່ງ ສປປ ລາວ ສາມາດກວດກາເງິນໃນກະເປົາເງິນຄຣິບໂຕ (Crypto Wallet) ທີ່ໄດ້ຈາກການຂຸດຄົ້ນເງິນຄຣິບໂຕໂດຍຜ່ານການປະສານສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ. 6. ເງິນຄຣິບໂຕທີ່ຂຸດຄົ້ນໄດ້ຕ້ອງນໍາເຂົ້າໃນສູນຊື້-ຂາຍ ເງິນຄຣິບໂຕ ທີ່ໄດ້ຮັບການອະນຸຍາດ ຢູ່ໃນ ສປປລາວ ໂດຍຖືກຕ້ອງຕາມລະບຽບການຂອງທະນາຄານ ແຫ່ງ ສປປ ລາວ, ກໍລະນີມີການຂາຍເງິນຄຣິບໂຕທີ່ຂຸດຄົ້ນໄດ້ອອກໄປຕ່າງປະເທດຕ້ອງນໍາລາຍຮັບຈາກການຂາຍນັ້ນເຂົ້າມາ ສປປ ລາວ ທັງໝົດ.

7. ເດັດຂາດ ບໍ່ອອກອະນຸຍາດໃຫ້ຜູ້ທີ່ຢູ່ໃນລະຫວ່າງຖືກດໍາເນີນຄະດີຕາມກົດຫມາຍ ກ່ຽວກັບການສໍ້ໂກງ, ການຟອກເງິນ ຫຼື ກ່ຽວຂ້ອງກັບການເງິນ, ຫຼື ເຄີຍໄດ້ຮັບໂທດກ່ຽວກັບຄະດີສໍ້ໂກງ ຫຼື ມີຫນີ້ຕ້ອງຮັບທວງ ຍາກ (NPL) ລວມທັງ ຫນີ້ຕ້ອງຮັບທວງຍາກຂອງບຸກຄົນ ແລະ ນິຕິບຸກຄົນທີ່ກ່ຽວພັນຢູ່ທະນາຄານໃນ ໄລຍະທີ່ກໍາລັງດໍາເນີນການຂໍອະນຸຍາດ ຫຼື ຖ້າຫາກໄດ້ຮັບອະນຸຍາດແລ້ວກໍ່ຕ້ອງຖືກຍົກເລີກການ ອະນຸມັດໂດຍທັນທີເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມຊື່ສັດບໍລິສຸດໃຈ ຕໍ່ພັກ ແລະ ລັດ.

ມາດຕາ 8 ມາດຕະຖານ ແລະ ເງື່ອນໄຂຂອງຜູ້ດໍາເນີນທຸລະກໍາຊື້-ຂາຍ ເງິນຄຣິບໂຕ

ຜູ້ໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ ຕ້ອງມີມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:

  1. ເປັນບໍລິສັດຂອງຄົນລາວທີ່ມີຄວາມຫມັ້ນຄົງທາງດ້ານການເງິນ, ມີທຶນພຽງພໍສໍາລັບການດໍາເນີນທຸລະກິດ ໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ. ພ້ອມກັນນັ້ນກໍ່ຕ້ອງມີເງິນຄ້ໍາປະກັນຈໍານວນ 5.000.000 ໂດລາສະຫະລັດ ຝາກໄວ້ຢູ່ທະນາຄານແຫ່ງ ສປປ ລາວ.
  2. ມີການຮ່ວມມືກັບທະນາຄານທຸລະກິດທີ່ມີຄວາມຫມັ້ນຄົງໃນ ສປປ ລາວ ເພື່ອໃຫ້ປະຕິບັດຫນ້າທີ່ໃນການຊໍາລະເງິນ ຕາມລະບຽບການທີ່ທະນາຄານແຫ່ງ ສປປ ລາວ ວາງອອກ.
  3. ຜູ້ໃຫ້ບໍລິການຊື້-ຂາຍ ຫຼື ຜູ້ຖືຮຸ້ນ ຕ້ອງມີປະຫວັດຈະແຈ້ງ ແລະ ບໍ່ຢູ່ໃນລະຫວ່າງຖືກກ່າວຫາ ຫຼື ຖືກດໍາເນີນຄະດີຕາມກົດຫມາຍ ກ່ຽວກັບການສໍ້ໂກງ, ການຟອກເງິນ ຫຼື ກ່ຽວຂ້ອງກັບການເງິນ, ຫຼື ເຄີຍໄດ້ ຮັບໂທດກ່ຽວກັບຄະດີສໍ້ໂກງ ຫຼື ມີຫນີ້ຕ້ອງຮັບທວງຍາກ (NPL) ລວມທັງ ຫນີ້ຕ້ອງຮັບທວງຍາກຂອງ ບຸກຄົນ ແລະນິຕິບຸກຄົນທີ່ກ່ຽວພັນຢູ່ທະນາຄານ ເພື່ອຮັບປະກັນ ແລະ ສ້າງຄວາມຫມັ້ນໃຈ ຕໍ່ຜູ້ມາໃຊ້ບໍລິການ.
  4. ຮັບປະກັນດ້ານຄວາມປອດໄພຂອງຊັບສິນລູກຄ້າ ແລະ ມີມາດຕະການທົດແທນຄວາມເສຍຫາຍແກ່ລູກຄ້າ ຕາມກົດຫມາຍ ແລະ ລະບຽບການຂອງທະນາຄານແຫ່ງ ສປປ ລາວ.
  5. ມີມາດຕະການຮັກສາຄວາມປອດໄພຈາກການໂຈລະກໍາຂໍ້ມູນເອເລັກໂຕຣນິກລວມທັງການບໍລິຫານຄວາມສ່ຽງທີ່ເກີດຈາກການໂຈລະກໍາ, ມີມາດຕະການດ້ານການຕ້ານການຟອກເງິນ ແລະ ການສະຫນອງ ທຶນໃຫ້ແກ່ການກໍ່ການຮ້າຍ, ສາມາດກວດສອບຄວາມຖືກຕ້ອງ, ພິສູດ ແລະ ຢັ້ງຢືນຕົວຕົນຂອງລູກຄ້າ ໂດຍສະເພາະລູກຄ້າທີ່ເປັນຄົນຕ່າງປະເທດ (Digital ID, e-KYC) ແລະ ຮູ້ຈັກຂໍ້ມູນຕົວຈິງຂອງລູກຄ້າຕາມລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ກໍານົດ.
  6. ມີລະບົບບັນຊີ ແລະ ການລາຍງານຖານະການເງິນຕາມກົດຫມາຍວ່າດ້ວຍການບັນຊີ ຂອງ ສປປ ລາວ ແລະ ມີການກວດສອບບັນຊີຈາກ ຜູ້ກວດສອບອິດສະຫຼະ ແລະ ກົດຫມາຍວ່າດ້ວຍການກວດສອບ.
  7. ການຊື້-ຂາຍໃນສູນຊື້-ຂາຍເງິນຄຣິບໂຕຕ້ອງດໍາເນີນເປັນສະກຸນເງິນກີບ.
  8. ລາຍງານກ່ຽວກັບການດໍາເນີນທຸລະກິດຕາມລະບົບລາຍງານ, ລາຍງານເມື່ອມີການປ່ຽນແປງຜູ້ບໍລິຫານຕໍ່ທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ຜ່ານທາງເອເລັກໂຕຣນິກ ຫຼື ເປັນລາຍລັກອັກສອນພາຍໃນ 15 ວັນລັດຖະການ.
  9. ຕ້ອງປະຕິບັດພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ ແລະ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ມາດຕາ 9 ລະບຽບການອະນຸມັດດໍາເນີນທຸລະກໍາຊື້-ຂາຍເງິນຄຣິບໂຕ.

ຜູ້ໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ ຕ້ອງປະຕິບັດຕາມລະບຽບການ ດັ່ງນີ້:

  1. ເປັນບໍລິສັດຂອງຄົນລາວທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມລະບຽບກົດຫມາຍໃນ ສປປ ລາວ.
  2. ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດຊື້-ຂາຍເງິນຄຣິບໂຕຈາກທະນາຄານແຫ່ງ ສປປ ລາວ.
  3. ໄດ້ຮັບໃບຢັ້ງຢືນມາດຕະຖານດ້ານເຕັກນິກຂອງລະບົບຊື້-ຂາຍເງິນຄຣິບໂຕຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ.
  4. ປະຕິບັດລະບົບບັນຊີ ແລະ ການລາຍງານຖານະການເງິນຕາມກົດຫມາຍວ່າດ້ວຍການບັນຊີ ຂອງ ສປປ ລາວ ແລະ ມີການກວດສອບບັນຊີຈາກ ຜູ້ກວດສອບອິດສະຫຼະ ແລະ ກົດຫມາຍວ່າດ້ວຍການກວດສອບ.
  5. ບໍ່ອອກອະນຸຍາດໃຫ້ບຸກຄົນ ແລະ ນິຕິບຸກຄົນ (ກຸ່ມບໍລິສັດ ແລະ ບໍລິສັດໃນເຄືອຂ່າຍ) ຜູ້ທີ່ຢູ່ໃນລະຫວ່າງຖືກດໍາເນີນຄະດີຕາມກົດຫມາຍ ກ່ຽວກັບການສໍ້ໂກງ, ການຟອກເງິນ ຫຼື ກ່ຽວຂ້ອງກັບການ ເງິນ, ຫຼື ເຄີຍໄດ້ຮັບໂທດກ່ຽວກັບຄະດີສໍ້ໂກງ ຫຼື ມີຫນີ້ຕ້ອງຮັບທວງຍາກ (NPL) ລວມທັງ ຫນີ້ຕ້ອງຮັບ ທວງຍາກຂອງບຸກຄົນ ແລະ ນິຕິບຸກຄົນທີ່ກ່ຽວພັນ ຢູ່ທະນາຄານ ໃນໄລຍະທີ່ກໍາລັງດໍາເນີນການ ຂໍອະນຸຍາດ ຫຼືຖ້າຫາກໄດ້ຮັບອະນຸຍາດແລ້ວ ກໍຕ້ອງຖືກຍົກເລີກການອະນຸມັດໂດຍທັນທີເພື່ອຮັບປະກັນຄວາມໂປ່ງໃສ ແລະສ້າງຄວາມຫມັ້ນໃຈ ຕໍ່ຜູ້ມາໃຊ້ບໍລິການ.
  6. ຈໍານວນສູນຊື້-ຂາຍເງິນຄຣິບໂຕ ບໍ່ເກີນ 02 ແຫ່ງໃນໄລຍະການທົດລອງນີ້.

ມາດຕາ 10 ພັນທະທາງດ້ານການເງິນ

ທຸລະກິດຊັບສິນດິຈິຕອນ ຕ້ອງປະກອບສ່ວນພັນທະໃຫ້ຄົບຖ້ວນ ດັ່ງນີ້:

ກ. ສໍາລັບກິດຈະການ ການຂຸດຄົ້ນເງິນຄຣິບໂຕ:

1. ຄ່າລິຂະສິດໃນການອະນຸຍາດດໍາເນີນທຸລະກໍາຂຸດຄົ້ນເງິນຄຣິບໂຕ ເກັບຄັ້ງດຽວຈໍານວນ 500.000 ໂດລາສະຫະລັດ ຕໍ່ ໃບອະນຸຍາດ.

2. ວິສາຫະກິດຂຸດຄົ້ນເງິນຄຣິບໂຕຕ້ອງຈ່າຍອາກອນແບບມອບເຫມົາໂດຍອີງຕາມຂະຫນາດຂອງການສະຫນອງພະລັງງານໄຟຟ້າຄື: ທຸກໆ 10 ເມກາວັດໃດ ຕ້ອງມອບ 1.000.000 ໂດລາສະຫະລັດ, ຫມາຍຄວາມວ່າແຕ່ລະ 01 ເມກາວັດໃດໃນສັນຍາ ຕ້ອງຈ່າຍ 100.000 ໂດລາສະຫະລັດ, ໂດຍມອບເຂົ້າ ງົບປະມານແຫ່ງລັດເປັນງວດ (4 ງວດຕໍ່ປີ). ການມອບແຕ່ລະງວດບໍ່ໃຫ້ກາຍວັນທີ 20 ຂອງເດືອນທີ່ຫນຶ່ງຂອງງວດຖັດໄປ. ເລີ່ມແຕ່ປີທີ 03 ເປັນຕົ້ນໄປຕ້ອງໄດ້ມີການທົບທວນການຈ່າຍອາກອນແບບ ມອບເຫມົາຄືນໃຫມ່.

3. ໄດ້ຮັບການຍົກເວັ້ນພາສີ, ສ່ວຍສາອາກອນ ຈາກການນໍາເຂົ້າອຸປະກອນເອເລັກໂຕຣນິກ ທີ່ນໍາໃຊ້ເຂົ້າໃນການຂຸດຄົ້ນເງິນຄຣິບໂຕ.

ຂ. ສໍາລັບກິດຈະການ ການຊື້-ຂາຍເງິນຄຣິບໂຕ:

1. ຄ່າລິຂະສິດໃບອະນຸຍາດດໍາເນີນທຸລະກິດ ສູນຊື້-ຂາຍເງິນຄຣິບໂຕເກັບຄັ້ງດຽວ 1.000.000 ໂດລາສະຫະລັດຕໍ່ໃບອະນຸຍາດ.

2. ວິສາຫະກິດ(ສູນ)ບໍລິການຊື້-ຂາຍເງິນຄຣິບໂຕ ຕ້ອງຈ່າຍອາກອນແບບມອບເຫມົາໃນອັດຕາ 15% ຂອງຄ່າທໍານຽມທີ່ສູນບໍລິການເກັບຈາກຜູ້ຊື້-ຂາຍໃນເວລາຊື້-ຂາຍ ແຕ່ລະຄັ້ງໂດຍມອບເຂົ້າງົບປະມານແຫ່ງລັດເປັນງວດ (4 ງວດຕໍ່ປີ). ການມອບແຕ່ລະງວດບໍ່ໃຫ້ກາຍວັນທີ 20 ຂອງເດືອນທີ່ຫນຶ່ງຂອງງວດຖັດໄປ.

3. ພັນທະຕ່າງໆຂ້າງເທິງນີ້ ແມ່ນກໍານົດເປັນຫຼັກການເພື່ອໃຫ້ຜູ້ດໍາເນີນທຸລະກິດຈັດຕັ້ງປະຕິບັດ, ນອກຈາກທີ່ກໍານົດໄວ້ຂ້າງເທິງນີ້ ຜູ້ດໍາເນີນທຸລະກິດ ແລະ ຜູ້ທີ່ມີລາຍໄດ້ ຕ້ອງປະຕິບັດຕາມກົດຫມາຍ ແລະ ລະບຽບການກ່ຽວຂ້ອງ.

ມາດຕາ 11 ຂໍ້ຫ້າມ

ຜູ້ດໍາເນີນທຸລະກໍາຊັບສິນດິຈິຕອນ ຫ້າມມີພຶດຕິກໍາ ດັ່ງນີ້:

  1. ພົວພັນ ຫຼື ນໍາໃຊ້ເພື່ອເຂົ້າຮ່ວມຂະບວນການຟອກເງິນ.
  2. ປັ່ນປ່ວນຕະຫຼາດການເງິນ ແລະ ອັດຕາແລກປ່ຽນຢູ່ ສປປ ລາວ.
  3. ສະຫນັບສະຫນູນໃນການກໍ່ການຮ້າຍ ຫຼື ແຕະຕ້ອງເຖິງຄວາມຫມັ້ນຄົງຂອງຊາດ.
  4. ໃຫ້ບໍລິການແລກປ່ຽນຊື້-ຂາຍຜ່ານແພລັດຟອມ (Platform) ໃດຫນຶ່ງ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຫ້ – ບໍລິການຊັບສິນດິຈິຕອນບໍ່ຖືກຕ້ອງກັບການເປີດເຜີຍຂໍ້ມູນ ຫຼື ໂຄສະນາ.
  5. ດໍາເນີນການຂຸດຄົ້ນ ແລະ ໃຫ້ບໍລິການ ຊັບສິນດິຈິຕອນບໍ່ຖືກຕ້ອງກັບການເປີດເຜີຍຂໍ້ມູນ ຫຼື ໂຄສະນາ.
  6. ເປີດເຜີຍຂໍ້ມູນທີ່ເປັນຂໍ້ມູນລັບຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ.
  7. ກົດໜ່ວງ, ຖ່ວງດຶງ, ດັດແປງ, ປອມແປງ, ປົກປິດ ຫຼື ເຊື່ອງອໍາ ເອກະສານ ຫຼື ຂໍ້ມູນກ່ຽວກັບຊັບສິນດິຈິຕອນ.
  8. ສະຫນອງຂໍ້ມູນບໍ່ຄົບຖ້ວນ, ບໍ່ຖືກຕ້ອງຕາມຄວາມເປັນຈິງ, ລາຍງານຊັກຊ້າ ຫຼື ບໍ່ລາຍງານ, ປະຕິເສດການຮ່ວມມືໃນການກວດກາຂອງຂະແຫນງການກ່ຽວຂ້ອງ ແລະ ເຈົ້າຫນ້າທີ່ຂອງລັດ.
  9. ໂຄສະນາເກີນຄວາມເປັນຈິງ ແລະ ເກີນຂອບເຂດຄວາມຮັບຜິດຊອບບໍລິການຂອງຕົນເອງທີ່ໄດ້ຮັບອະນຸຍາດຈາລັດຖະບານ.

ມາດຕາ 12 ອົງການຄຸ້ມຄອງ

ລັດຖະບານ ຄຸ້ມຄອງທຸລະກໍາຊັບສິນດິຈິຕອນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວ ປະເທດໂດຍມອບໃຫ້:

  1. ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ອະນຸມັດການນໍາໃຊ້ເຕັກໂນໂລຊີເພື່ອດໍາເນີນທຸລະກິດຂຸດຄົ້ນເງິນຄຣິບໂຕ ແລະ ລະບົບຖານການ ຊື້-ຂາຍເງິນຄຣິບໂຕ ບົນພື້ນຖານປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານກັບພາກສ່ວນກ່ຽວຂ້ອງ.
  2. ທະນາຄານແຫ່ງ ສປປ ລາວ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງ, ຕິດຕາມກວດກາທຸລະກິດການຊື້-ຂາຍເງິນຄຣິບໂຕ ບົນພື້ນຖານປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານກັບພາກສ່ວນ ກ່ຽວຂ້ອງ ແລະ ຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຕິດພັນກັບການເຄື່ອນໄຫວ ຂຸດຄົ້ນ ແລະ ຊື້-ຂາຍເງິນຄຣິບໂຕ.

ມາດຕາ 13 ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງ

ອົງການຄຸ້ມຄອງທຸລະກໍາຊັບສິນດິຈິຕອນ ມີສິດ ແລະ ຫນ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ສ້າງ ແລະ ປັບປຸງລະບຽບການຕ່າງໆ ທີ່ຕິດພັນກັບການດໍາເນີນທຸລະກໍາຊັບສິນດິຈິຕອນໃຫ້ແທດເຫມາະກັບສະພາບເສດຖະກິດ-ສັງຄົມໃນເເຕ່ລະໄລຍະ ຕາມພາລະບົດບາດຂອງແຕ່ລະອົງການຄຸ້ມຄອງ.
  2. ກະກຽມ ແລະ ດໍາເນີນການເຈລະຈາກັບ ບັນດາບໍລິສັດ ຫຼື ຜູ້ປະກອບການທີ່ມີມາດຕະຖານ, ເງື່ອນໄຂເຫມາະສົມ ທີ່ລະບຸໃນມາດຕາ 9 ແລະ ມາດຕາ 8 ຂອງຂໍ້ຕົກລົງສະບັບນີ້.
  3.  ພິຈາລະນາອອກ ໃບອະນຸຍາດດໍາເນີນທຸລະກິດ ແລະ ໃບຢັ້ງຢືນມາດຕະຖານເຕັກນິກ, ສັ່ງໂຈະ ຫຼື ຢຸດເຊົາ ການດໍາເນີນທຸລະກິດຊັບສິນດິຈິຕອນຕາມລະບຽບການ.
  4. ຄຸ້ມຄອງ ແລະ ຕິດຕາມກວດກາ ຜູ້ດໍາເນີນທຸລະກິດຊັບສິນດິຈິຕອນໃນການຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມກົດຫມາຍ ແລະ ລະບຽບການຂອງ ສປປ ລາວ.
  5. ກໍານົດຫຼັກການ, ເງື່ອນໄຂເພີ່ມຕື່ມ ຫຼື ຮຽກຮ້ອງຂໍ້ມູນເພີ່ມເຕີມກ່ຽວກັບການຄຸ້ມຄອງທຸລະກິດຊັບສິນດິຈິຕອນ.
  6. ນໍາໃຊ້ສິດ ແລະ ຫນ້າທີ່ອື່ນ ຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 14 ສິດ ແລະ ຫນ້າທີ່ຂອງຂະແຫນງການອື່ນທີ່ກ່ຽວຂ້ອງ

ສິດ ແລະ ຫນ້າທີ່ຂອງຂະແຫນງການອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງການເງິນ ມີຫນ້າທີ່ຄຸ້ມຄອງດ້ານການເກັບລາຍຮັບພາສີ-ສ່ວຍສາອາກອນ ແລະ ນະໂຍບາຍດ້ານການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ມີຫນ້າທີ່ກໍານົດຈຸດສະຖານທີ່ຕັ້ງໂຮງງານຂຸດຄົ້ນເງິນຄຣິບໂຕ, ເຈລະຈາ ສັນຍາຊື້-ຂາຍໄຟຟ້າ ແລະ ຮັບປະກັນການສະຫນອງພະລັງງານໄຟຟ້າໃຫ້ພຽງພໍ. ສ່ວນຂະແຫນງການອື່ນທີ່ກ່ຽວຂ້ອງ ມີຫນ້າທີ່ໃຫ້ການຮ່ວມມືກັບອົງການຄຸ້ມຄອງໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງທຸລະກິດຊັບ ສິນດິຈິຕອນຕາມພາລະບົດບາດຂອງຕົນ.

ມາດຕາ 15 ມາດຕະຖານຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດ ຂໍ້ຕົກລົງສະບັບນີ້ ແລະ ກົດຫມາຍ, ລະບຽບການທີ່ ກ່ຽວຂ້ອງຈະຖືກສຶກສາອົບຮົບ, ກ່າວເຕືອນ, ລົງວິໄນ, ປັບໄຫມ, ໂຈະການເຄື່ອນໄຫວທຸລະກິດສ່ວນໃດສ່ວນຫນຶ່ງ ຫຼື ທັງຫມົດໄວ້ຊົ່ວຄາວ, ຖອນໃບອະນຸຍາດດໍາເນີນທຸລະກໍາຊັບສິນດິຈິຕອນ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ຫນັກ.ໃນກໍລະນີການມອບພັນທະຊັກຊ້າ ຫຼື ບໍ່ມອບພັນທະທາງດ້ານການເງິນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ຈະຖືກປະຕິບັດມາດຕະການປັບໄຫມຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ ໃນກົດຫມາຍ ແລະ ລະບຽບການກ່ຽວຂ້ອງ ຂອງ ສປປ ລາວ.

ມາດຕາ 16 ການຈັດຕັ້ງປະຕິບັດ

ທຸລະກໍາຊັບສິນດິຈິຕອນຈະດໍາເນີນທົດລອງໃນໄລຍະ 03 ປີ ແລ້ວຈຶ່ງປະເມີນຜົນໄດ້ ຜົນເສຍ ສະຫຼຸບ ລາຍງານລັດຖະບານ ເພື່ອພິຈາລະນາຕາມຄວາມເຫມາະສົມ.

ກະຊວງເຕັກໂນໂລຊີ ແລະ ສື່ສານ ເປັນໃຈກາງປະສານງານກັບບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ.

ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນເອງຢ່າງເຂັ້ມງວດ.

ມາດຕາ 17 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຮັບຮອງຂໍ້ຕົກລົງໂດຍ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ບໍ່ວຽງຄໍາ ວົງດາລາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ທຸລະກິດ ແລະ ເສດຖະກິດ

#Cryptocurrency#HOD#LaoX#ທຸລະກິດ

error: Content is protected !!