ສານໃນອາເມຣິກາໄດ້ລະບຸໄວ້ ວ່າໂຄເຄນຮິບໂປມີ “ສິດ” ເທົ່າກັນກັບຄົນ


ເຊື່ອວ່າຫຼາຍໆຄົນທີ່ຕິດຕາມຄະດີກ່ຽວການຄ້າຢາເສບຕິດ ຫຼື ອາຊະຍາກຳ ທັງໃນແລະຕ່າງປະເທດອາດຈະເຄີຍໄດ້ຍິນເລື່ອງລາວຂອງພໍ່ຄ້າຢາເສບຕິດ Pablo Escobar ທີ່ມີອິດທິພົນທີ່ສຸດໃນປະເທດໂຄລອມເບຍ ຈົນໄດ້ຮັບສາຍາວ່າ ຣາຊາໂຄເຄນ (The king of cocaine) ເຊິ່ງ Escobar ໄດ້ນໍາເຂົ້າຢາເສບຕິດ ແລະ ສົ່ງອອກໄປຕ່າງປະເທດເປັນຈໍານວນມະຫາສານ. ນອກຈາກນີ້ Escobar ຍັງໄດ້ນໍາຮິບໂປເຂົ້າມາລ້ຽງໃນໄລະຍະປີ 1980 ໂດຍຮິບໂປເຫຼົ່ານັ້ນມັນໄດ້ແຜ່ພັນໄປເລື້ອຍໆ ແລະ ໄດ້ທຳລາຍລະບົບນິເວດໃນໂຄລອມເບຍ ຈົນເຮັດໃຫ້ທາງການໂຄລອມເບຍຕ້ອງຫາວິທີການຄວບຄຸມຈຳນວນຂອງພວກມັນບໍ່ໃຫ້ແຜ່ຂະຫຍາຍໄປກວ່ານີ້ ແລະ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຮິບໂປຝູງນີ້ມີຊື່ວ່າ ໂຄເຄນຮິບໂປ.

ຈາກຈໍານວນທີ່ຂະຫຍາຍຂຶ້ນເລື້ອຍໆຂອງໂຄເຄນຮິບໂປແບບບໍ່ຢຸດ ເຮັດໃຫ້ເຈົ້າໜ້າທີ່ເລີ່ມພິຈາລະນາ “ຄັດເລືອກ” ກໍຄືກຳຈັດພວກມັນບາງໂຕອອກໄປເພື່ອຄວບຄຸມຈຳນວນປະຊາກອນ. ຈາກປະເດັນນີ້ບໍ່ແມ່ນວ່າທຸກຄົນຈະເຫັນດີນໍາ ເຊິ່ງຂໍ້ຖົກຖຽງເລື່ອງການຈັດການຮິບໂປແມ່ນມີມາແຕ່ປີ 2009 ຈົນມາຮອດປັດຈຸບັນ.

ແລະຫຼ້າສຸດ ການຈັດການຮິບໂປຖືກລະບຸວ່າຕ້ອງຄຳນຶງເຖິງສິດທິຂອງມັນໃນຖານະ “ບຸກຄົນ” ຫຼື ຜູ້ທີ່ມີສ່ວນໄດ້ສ່ວນເສຍ ຕາມກົດໝາຍ Interested Person ຕາມຄໍາພິຈາລະນາຂອງລັດຖະບານກາງໃນລັດ Ohio ຂອງສະຫະລັດອາເມຣິກາ ໃນຄະດີຟ້ອງຮ້ອງ ‘ໃນນາມຂອງຮິບໂປ’ ເຊິ່ງທາງອົງກອນການກຸສົນ Animal Legal Defense Fund (ALDF) ເປັນຜູ້ຍື່ນເລື່ອງຂໍໃຫ້ຮິບໂປຂອງອະດີດພໍ່ຄ້າຢາເສບຕິດເປັນ ‘ບຸກຄົນ’ ຕາມກົດໝາຍເພື່ອທີ່ ALDF ຈະໄດ້ສິດທິເປັນຕົວແທນຂອງຮິບໂປໃນການຕໍ່ສູ້ກັບນະໂຍບາຍກຳຈັດຮິບໂປຂອງທາງການໂຄລອມເບຍ. ໂດຍການພິຈາລະນາຄັ້ງນີ້ເປັນຄັ້ງທຳອິດໃນສະຫະລັດອາເມຣິກາທີ່ມີການມອບສະຖານະ ‘ບຸກຄົນ’ ໃຫ້ສັດຕາມກົດໝາຍ.

ໃນເມື່ອກ່ອນ ຮິບໂປຝູງນີ້ທີ່ Escobar ນໍາເຂົ້າມາລ້ຽງມີພຽງ 4 ໂຕ. ຫຼັງຈາກ Escobar ຖືກວິສາມັນໄປໃນປີ 1993 ເຮັດໃຫ້ເຈົ້າໜ້າທີ່ຕັດສິນໃຈປ່ອຍມັນໄປອາໄສຢູ່ໃນບໍລິເວນແມ່ນ້ຳ Magdalena. ແຕ່ດ້ວຍການທີ່ມັນເປັນສັດຕ່າງຖິ່ນ ທີ່ບໍ່ມີສັດຕູຕາມທຳມະຊາດ, ເມື່ອບໍ່ມີການຄວບຄຸມຈຳນວນປະຊາກອນ ເລີຍເຮັດໃຫ້ມັນສາມາດແຜ່ພັນໄປຢ່າງໄວວາ. ຈາກແຕ່ກ່ອນທີ່ມີພຽງ 4 ໂຕ, ມາຮອດ ປີ 2016 ກໍໄດ້ເພີ່ມຂຶ້ນເປັນ 40-60 ແລະໃນປັດຈຸບັນຈໍານວນຂອງພວກມັນມີປະມານ 80-100 ໂຕ. ດ້ວຍເຫດນັ້ນ ມັນເລີຍສົ່ງຜົນຕໍ່ລະບົບນິເວດໃນໂຄລອມເບຍຫຼາຍ ເພາະວ່າມັນໄດ້ໄປທຳລາຍລະບົບນິເວດຂອງສັດໃນພື້ນທີ່ ຫຼື ເຮັດໃຫ້ແຫຼ່ງນ້ຳເປື້ອນ.

ຢ່າງໃດກໍຕາມ ຫຼາຍໆຄົນໃນໂຄລອມເບຍກໍຮັກຮິບໂປພວກນີ້ບໍ່ໜ້ອຍເລີຍ ເພາະມັນໄດ້ດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມ ແລະ ສ້າງລາຍໄດ້ໃຫ້ພວກເຂົາ ເຖິງຂັ້ນມີການເຮັດທົວພາທ່ຽວຊົມຮິບໂປເປັນກິດຈະການແບບຈິງຈັງ. ຄວາມນິຍົມນີ້ ຍິ່ງເຮັດໃຫ້ການຄວບຄຸມປະຊາກອນຮິບໂປ ເປັນປະເດັນທີ່ມີການຜິດຖຽງກັນລະຫວ່າງ 2 ຝ່າຍມາເປັນເວລາດົນນານ.

ໃນການຄວບຄຸມປະຊາກອນຮິບໂປບໍ່ໄດ້ມີພຽງການຂ້າເທົ່ານັ້ນ ເພາະວ່າມີຂໍ້ສະເໜີເລື່ອງການເຮັດໝັນ ໃຫ້ຮິບໂປມາແຕ່ດົນນານແລ້ວ. ແຕ່ການເຮັດໝັນໃຫ້ຮິບໂປມັນກໍບໍ່ແມ່ນເລື່ອງງ່າຍ ເພາະການທີ່ຈະເຂົ້າເຖິງອະໄວຍະວະເພດຂອງຮິບໂປເປັນຝູງທີ່ພ້ອມຈະທຳຮ້າຍເຈົ້າໄດ້ທຸກເທື່ອມັນເປັນເລື່ອງທີ່ຍາກແລະທ້າທາຍ. ດ້ວຍເຫດນັ້ນທາງການເລີຍສາມາດເຮັດໝັນໃຫ້ພວກມັນສະເລ່ຍໄດ້ແຕ່ປີລະ 1 ໂຕເທົ່ານັ້ນ ເຊິ່ງເຮັດໃຫ້ຫຼາຍຄົນທີ່ຕ້ອງການຄວບຄຸມ ມີທ່າອ່ຽງໄປທາງການກຳຈັດຮິບໂປເພາະມັນເຮັດໄດ້ງ່າຍກວ່າການເຮັດໝັນ.

ເຊິ່ງການພິຈາລະນາໃຫ້ຮິບໂປມີສະຖານະເປັນ ‘ບຸກຄົນ’ ຕາມກົດໝາຍ ເຮັດໃຫ້ການຄວບຄຸມປະລິມານຮິບໂປຕ້ອງມີການພິຈາລະນາເຖິງເລື່ອງສິດທິ ແລະ ການຄຸ້ມຄອງໃນປະເດັນທາງສິນທຳຫຼາຍຂຶ້ນ ແລະ ລັດຖະບານຕ້ອງມີແນວທາງໃໝ່ໆໃນການຈັດການກັບຝູງຮິບໂປເຫຼົ່ານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

ສັດໂລກ

#HOD#LaoX#ອາເມຣິກາ#ຮິບໂປ#ໂຄເຄນ