ເທັກໂນໂລຢີແຫ່ງອະນາຄົດ ປ່ຽນມົນລະພິດທາງອາກາດເປັນກະໂລ້ປູພື້ນ!!!


ນອກຈາກບັນຫາຝຸ່ນ PM 2.5 ທີ່ຮູ້ກັນດີວ່າ ເຂດອາຊີເປັນເຂດທີ່ພົບບັນຫາຫຼາຍທີ່ສຸດ ທະວີບອາຊີຍັງເປັນແຫຼ່ງຜະລິດກ້ອນດິນຈີ່ທີ່ໃຊ້ເປັນວັດສະດຸກໍ່ສ້າງ ໃຫຍ່ເປັນອັນດັບ 2 ຂອງໂລກ ເຮັດໃຫ້ອາກາດຖືກປົນເປື້ອນໄປດ້ວຍແກສຄາບອນໄດອັອກຊາຍຈາກອຸດສາຫະກຳກໍ່ສ້າງ.

Tejas Sidnal ສະຖາປະນິກຈາກປະເທດອິນເດຍ ໄດ້ຄຳນຶງເຖິງເລື່ອງທີ່ອຸດສາຫະກຳການກໍ່ສ້າງມີສ່ວນໃນການສ້າງມົນລະພິດ ຈຶ່ງໄດ້ຄິດຄົ້ນນະວັດຕະກຳທີ່ຊ່ວຍແກ້ໄຂບັນຫາດັ່ງກ່າວ ດ້ວຍການສ້າງ “Carbon Craft Design” ກະໂລ້ປູພື້ນທີ່ເຮັດຈາກຄາບອນດຳທີ່ຖືກປ່ອຍຂຶ້ນສູ່ຊັ້ນບັນຍາກາດ. ໂດຍກະໂລ້ປູພື້ນດັ່ງກ່າວແຜ່ນໜຶ່ງ ຈະເທົ່າກັບການອະນາໄມອາກາດບໍ່ໃຫ້ມີມົນລະພິດໄດ້ຫຼາຍເຖິງ 30,000 ລິດ.

ຄາບອນດຳທີ່ດັກຈັບມາເຮັດກະໂລ້ ແມ່ນຢູ່ໃນກຸ່ມຝຸ່ນອັນຕະລາຍ PM 2.5 ທີ່ເປັນອັນຕະລາຍຕໍ່ປອດ ແລະ ຫົວໃຈ ອາດຈະເຮັດໃຫ້ການຮັບຮູ້ ແລະ ພູມຄຸ້ມກັນຂອງມະນຸດບົກພ່ອງໄດ້.

Sidnal ເລົ່າວ່າ ການລົດມົນລະພິດຄາບອນດຳ ສາມາດຊ່ວຍຫຼຸດຜ່ອນພາວະໂລກຮ້ອນ ແລະ ປັບປຸງຄຸນະພາບອາກາດໄດ້,​ ທີ່ຜ່ານມາມີຫຼາຍພາກສ່ວນທີ່ກຳລັງສຳຫຼວດຫາວິທີໃນການດັກຈັບການປ່ອຍແກສຄາບອນໄດອັອກຊາຍ ແຕ່ມີສ່ວນໜ້ອຍທີ່ຈະມີເປົ້າໝາຍໃນການດັກຈັບຄາບອນດຳ.

ລາວໄດ້ໃຊ້ອຸປະກອນດັກຈັບຄວັນຄາບອນດຳຈາກການເຜົາໄໝ້ຂອງດີເຊວ ແລະ ເຊື້ອໄຟຟອສຊິວ ພ້ອມທັງກຳຈັດສິ່ງທີ່ປົນເປື້ອນມາຈາກຄວັນ ຈົນສຸດທ້າຍກໍໄດ້ຄາບອນບໍລິສຸດອອກມາໃນຮູບແບບຜົງ ຈາກນັ້ນຈຶ່ງເອົາມາປະສົມກັບປູນຊີມັງ ແລະ ເສດຫີນອ່ອນຈາກເໝືອງຫີນທີ່ບໍ່ໃຊ້ແລ້ວມາຜະລິດກະເບື້ອງ.

ຂອບໃຈຂໍ້ມູນຈາກ:

https://www.carboncraftdesign.com/carbontile?fbclid=IwAR1ey7RuEkkfKCtKCKW7v_y16-ZZsuSgmbFCGcjV_4ghomS_QIM769EURsY

https://shorturl.asia/AaDy0