ແຂວງສະຫວັນນະເຂດ ອອກມາດຕະການຢ່າງເຂັ້ມງວດ ຖ້າບຸກຄົນໃດເອົາເຮືອໄປຮັບແຮງງານ ຈະຖືກປັບໃໝ 5.000.000 ກີບ

ແຂວງສະຫວັນນະເຂດ

1. ໃຫ້ເຈົ້ານະຄອນ, ບັນດາເມືອງ, ອຳນາດການປົກຄອງບ້ານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕາມຊາຍແດນແມ່ນໍ້າຂອງ (ນະຄອນ ໄກສອນ, ເມືອງໄຊບູລີ, ໄຊພູທອງ ແລະ ສອງຄອນ ແຂວງສະຫວັນນະເຂດ ) ປະຕິບັດການຄຸ້ມຄອງເຮືອທຸກປະເພດ (ເຮືອຫາປາ, ເຮືອບັນທຸກ ສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ) ຢຸດການເດີນເຮືອຊົ່ວຄາວຕາມລໍາແມ່ນໍ້າຂອງນັບແຕ່ວັນທີ 19-30 ເມສາ 2021.

2. ແຂວງສະຫວັນນະເຂດ ຫ້າມບໍ່ໃຫ້ມີບຸກຄົນໃດເອົາເຮືອໄປຮັບແຮງງານຈາກປະເທດເພື່ອນບ້ານ, ຖ້າລະເມີດຄັ້ງທີ 1 ຈະຖືກປັບໃຫມ 5.000.000 ກີບພ້ອມເຮັດບົດບັນທຶກກ່າວເຕືອນ, ຖ້າມີການລະເມີດຄັ້ງຕໍ່ໄປ ຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ, ຖ້າກໍລະນີ ຫາກຮັບເອົາແຮງງານເຂົ້າມາ ແລະ ເປັນສາເຫດຂອງການແຜ່ລະບາດ ເຊື້ອໃນຊຸມຊົນ ແມ່ນໃຫ້ເຈົ້າຂອງເຮືອເປັນຜູ້ຮັບຜິດຊອບຕໍ່ການເສຍຫາຍທຸກຢ່າງທີ່ເກີດຂຶ້ນ.

ແມ່ນ້ຳຂອງ

3. ຖ້າມີແຮງງານທີ່ລັກລອບເຂົ້າມາຢູ່ໃນກາງດອນແມ່ນໍ້າຂອງ ແມ່ນມອບໃຫ້ເຈົ້າຫນ້າທີ່ທະຫານຊາຍແດນເປັນຜູ້ໄປຮັບ ຫຼື ອໍານາດການປົກຄອງບ້ານ ແລະ ກອງຫຼອນບ້ານທີ່ໄດ້ຖືກແຕ່ງຕັ້ງ.

ເຮືອຂອງປະຊາຊົນ

4. ສໍາລັບແຮງງານທີ່ລັກລອບເຂົ້າມາ ແລະ ກັບໄປບ້ານໂດຍບໍ່ຜ່ານສູນກັກກັນ, ຄອບຄົວ ແລະ ຜູ້ກ່ຽວແມ່ນຈະມີຄວາມຮັບຜິດຊອບດັ່ງນີ້:

4.1 ຕ້ອງຮັບຜິດຊອບຈ່າຍຄ່າກວດເຊື້ອໂຄວິດ-19 ມູນຄ່າ 650.000 ກີບຕໍ່ຄັ້ງ ໃນກໍລະນີພົບເຊື້ອແມ່ນຕ້ອງໄດ້ຈ່າຍຄ່າປິ່ນປົວເອງ, ຈ່າຍຄ່າອາຫານໃນແຕ່ລະມື້ໃນໄລຍະກັກກັນ, ຈ່າຍຄ່າເດີນທາງ ແລະ ຄ່າໃຊ້ຈ່າຍອື່ນໆ.

4.2 ມອບໃຫ້ເຈົ້າຫນ້າທີ່ ປກສ ແຕ່ລະຂັ້ນ ເປັນຜູ້ດໍາເນີນຄະດີຕາມລະບຽບກົດໝາຍ.

5. ຫ້າມເຈົ້າຫນ້າທີ່, ອໍານາດການປົກຄອງທຸກຂັ້ນ ແລະ ພໍ່ແມ່, ຍາດພີ່ນ້ອງຂອງຜູ້ອອກແຮງງານທີ່ລັກລອບເຂົ້າມາ ໂດຍບໍ່ຖືກຕ້ອງເຮັດການເຊື່ອງອໍາ ເມື່ອຮູ້ຂໍ້ມູນຕ້ອງແຈ້ງໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງໂດຍໄວ ເພື່ອນໍາສົ່ງຕົວໄປກັກກັນ ແລະ ກວດຫາເຊື້ອ, ຖ້າມີການປິດບັງຂໍ້ມູນຂ່າວສານ ຫຼື ຊຸກເຊື່ອງແຮງງານໄວ້ໃນຄອບຄົວ ແລະ ບ້ານ ແມ່ນຈະຖືກປັບໃຫມ ແລະ ປະຕິບັດວິໄນຕາມລະບຽບກົດໝາຍ.

6. ສໍາລັບແຮງງານທີ່ກັບມາ ແລະ ຜ່ານສູນກັກກັນຖ້າຫາກກັບຄືນໄປເຮັດວຽກຢູ່ຕ່າງປະເທດອີກ ແລະ ກັບມາໃຫມ່ແມ່ນຈະໄດ້ຖືກປັບໃຫມຕາມລະບຽບກົດໝາຍ.

ພາບເຈົ້າໜ້າທີ່ລົງກວດກາ

7. ສໍາລັບແຮງງານທີ່ອອກຈາກສູນກັບໄປແລ້ວແມ່ນຈະຕ້ອງໄດ້ປະຕິບັດຕາມຄໍາແນະນໍາຂອງແພດຄື: ໃຫ້ສືບຕໍ່ກັກກັນຕົນເອງຢູ່ເຮືອນອີກ 14 ວັນ ໂດຍມອບໃຫ້ຄອບຄົວ ແລະ ອໍານາດການປົກຄອງບ້ານເປັນຜູ້ຕິດຕາມຢ່າງເຂັ້ມງວດ, ຖ້າມີການລະເມີດ ແມ່ນມອບໃຫ້ອໍານາດການປົກຄອງບ້ານປະຕິບັດວິໄນຕາມລະບຽບກົດໝາຍ.

ເອກະສານອ້າງອີງ

8. ໃຫ້ປິດຊົ່ວຄາວສະຖານທີ່ບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ບູດເບຍ, ຮ້ານປີ້ງແກ້ມ, ຫ້າມຈັດງານລ້ຽງໃນງານດອງ.

9. ໃຫ້ໂຈະຊົ່ວຄາວ ການຈັດງານບຸນປະເພນິທີ່ມີການເຕົ້າໂຮມຄົນເປັນຈໍານວນຫລາຍ ເປັນຕົ້ນ: ບຸນຜະເຫວດ, ບຸນຜ້າປ່າ, ບຸນບັ້ງໄຟ, ງານສົມໂພດພຣະ ແລະ ງານປະເພນີອື່ນໆ ແຕ່ວັນທີ 19 ຫາ 30 ເມສາ 2021.

10. ຫຼ້າສຸດໄດ້ປິດການຮຽນ-ການສອນ ຫຼາຍແຫ່ງແລ້ວ.

ເອກະສານ

ຂອບໃຈຂໍ້ມູນຈາກ:

ຄະນະສະເພາະກິດ ແຂວງສະຫວັນນະເຂດ ອອກແຈ້ງການ 9 ຂໍ້ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19

ຂອບໃຈຮູບພາບ: ຫ້ອງການຍຸຕິທຳນະຄອນໄກສອນ ພົມວິຫານ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/