ເສດຖະກິດ ອັດຕະປື ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ອານິສົງຈາກຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ


ປີ 2023 GDP ຂອງແຂວງອັດຕະປື ຂະຫຍາຍຕົວ 6,77% ພ້ອມມີທ່າອ່ຽງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ເນື່ອງຈາກການເຕີບໃຫຍ່ຈາກຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ ຂົງເຂດກະສິກໍາ ແລະ ການຜະລິດ.

ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ລາຍ​ງານໂດຍ​ຫຍໍ້ກ່ຽວກັບການປະ​ຕິ​ບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະ ສະພາບທິດທາງແຜນການພັດທະນາເສດຖະກິດ-ສັງຄົມທີ່ເປັນຈຸດສຸມໃນຕໍ່ໜ້າ ໂດຍລວມແລ້ວ ແຂວງອັດຕະປື ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ​ ໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ, ຂົງເຂດກະສິກໍາ ແລະ ການຜະລິດ ເຊິ່ງລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 6,77%, ສະເລ່ຍຕໍ່ຫົວຄົນ 36,53 ລ້ານກີບ ຫລື 1.855 ໂດລາ, ຈັດເກັບລາຍຮັບງົບປະມານບັນລຸໄດ້ 787,25 ຕື້ກວ່າກີບ, ເທົ່າກັບ 147,50% ຂອງແຜນການ; ດ້ານລາຍຈ່າຍປະຕິບັດໄດ້ 448,84 ຕື້ກວ່າກີບ, ເທົ່າກັບ 99,69% ຂອງແຜນການ. ສະເພາະປີ 2024 ມາຮອດວັນທີ 13 ກຸມພາ 2024 ເກັບລາຍຮັບໄດ້ 70,58 ຕື້ກີບ ເທົ່າກັບ 10,18% ຂອງແຜນການປີ, ຊຸກຍູ້ປະຊາຊົນ ​ແລະ ​ນັກທຸລະກິດ ​ສື​ບຕໍ່​ລົງທຶນ​ໃນ​ດ້ານ​ຕ່າງໆ​ ເຊັ່ນ: ການ​ລ້ຽງ​ສັດ​ແບບ​ເປັນ​ຟາ​ມ, ການປູກຝັງ, ລ້ຽງສັດ ​ແລະ ອື່ນໆ, ສະເພາະການປູກເຂົ້ານາແຊງປີ 2024 ເຊິ່ງຕາມແຜນ 1.269 ເຮັກຕາ ຄາດຄະເນຜົນຜະລິດ 5.089 ໂຕນ, ຮອດປັດຈຸບັນ ປະຕິບັດໄດ້ 496,20 ເຮັກຕາ ເທົ່າກັບ 39,1% ຂອງແຜນການ. ນອກນີ້, ຍັງ​ໄດ້ຍົກເລີກໂຄງການລົງທຶນ 33 ໂຄງການ​ ແລະ ໄດ້ອອກຄໍາສັ່ງຂອງແຂວງກ່ຽວກັບການຍຸຕິຂຸດຄົ້ນແຮ່ຄໍາຕົກຂ້ອນ, ຄຳ​ສັ່ງຍຸຕິການສໍາຫຼວດ, ຂຸດຄົ້ນໄມ້ ແລະ ທ້ອນໂຮມໄມ້ໃນທົ່ວແຂວງ ສ່ວນຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ຄຳເຫັນດັ່ງກ່າວ ມີຂຶ້ນໃນໂອກາດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະນຳຈາກສູນກາງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ ແຂວງອັດຕະປື.

ທີ່ມາ:
ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/